ພົບປະແລກປ່ຽນບົດຮຽນ ແລະ ປຶກສາຫາລືຄວາມເປັນໄປໄດ້ ກ່ຽວກັບການສ້າງຕັ້ງໜ່ວຍກໍາມະບານຮາກຖານ ຢູ່ບໍລິສັດ 20 ມັງກອນພັດທະນາ
ເວລາອອກຂ່າວ: 2026-07-17 14:12:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 898 | ຄວາມນິຍົມ: ![]()
ວັນທີ 16 ກໍລະກົດ 2026ນີ້, ທີ່ບໍລິສັດ 20 ມັງກອນພັດທະນາ ໄດ້ມີກອງປະຊຸມ ພົບປະແລກປ່ຽນບົດຮຽນ ແລະ ປຶກສາຫາລືຄວາມເປັນໄປໄດ້ ກ່ຽວກັບການສ້າງຕັ້ງໜ່ວຍກໍາມະບານຮາກຖານ ຢູ່ບໍລິສັດ 20 ມັງກອນພັດທະນາ, ໂດຍມີ ສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຄະນະບໍລິຫານງານ ສູນກາງສະຫະພັນກໍາມະບານລາວ, ຫົວໜ້າຫ້ອງການກໍາມະການກອງທັບ, ມີສະຫາຍ ພັນໂທ ໄພບູນ ວົງໄຊ ຮອງຜູ້ອໍານວຍການບໍລິສັດ 20 ມັງກອນພັດພັດທະນາ ພ້ອມດ້ວຍພາກສ່ວນທີ່ກ້ຽວຂ້ອງເຂົ້າຮ້ວມ.
ໃນພິທີ ສະຫາຍ ພັນໂທ ໄພບູນ ວົງໄຊ ໄດ້ລາຍງານທີ່ຕັ້ງພາລະບົດບາດຂອງບໍລິສັດ 20 ມັງກອນພັດທະນາ ເປັນວິສາຫະກິດຂອງລັດ 100% ເປັນວິສາຫະກິດເອກະລາດໜຶ່ງ ຂຶ້ນກັບກະຊວງປ້ອງກັນປະເທດ ພາຍໃຕ້ການຊີ້ນໍາໂດຍກົງຮອບດ້ານ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ, ວຽກງານການເມືອງຂຶ້ນກັບຫ້ອງວ່າການ ກະຊວງປ້ອງກັນປະເທດ ເຄື່ອນໄຫວທຸລະກິດ ຕາມກົນໄກເສດຖະກິດຕະຫຼາດ ບົນຫຼັກການໄລ່ລຽງດຸ່ນດ່ຽງ ກຸ້ມຕົນເອງ, ປະຕິບັດສອດຄ່ອງຕາມລະບຽບກົດໝາຍ. ການດໍາເນີນທຸລະກິດຕົ້ນຕໍຂອງບໍລິສັດ ແມ່ນຕາງໜ້າໃຫ້ກະຊວງປ້ອງກັນປະເທດ ໃນການຖືຮຸ່ນຮ່ວມກັບພາກສ່ວນອື່ນໆ ທັງພາຍໃນ ແລະ ຕ່າງປະເທດ ໃນໂຄງການບໍ່ແຮ່ ແລະ ໂຄງການອື່ນໆ ນອກນັ້ນ, ບໍລິສັດ ຍັງສາມາດດໍາເນີນທຸລະກິດເປັນຂອງຕົນເອງ ຕາມເງື່ອນໄຂ ແລະ ຄວາມສາມາດຂອງບໍລິສັດ ໂດຍສອດຄ່ອງຕາມລະບຽບກົດໝາຍ.
ຈາກນັ້ນ, ສະຫາຍ ພັນເອກ ໄຊຊະນະ ທໍາມະສອນ ຮອງຫົວໜ້າຫ້ອງການກໍາມະບານກອງທັບ ໄດ້ມີຄໍາຫັນລາຍບັນຫາ ໂດຍສະເພາະແມ່ນການຊີ້ນໍາ-ນໍາພາ ຂອງພັກປະຊາຊົນປະຕິວັດລາວ, ຈຸດປະສົງຂອງການສ້າງຕັ້ງກໍາມະບານ ແມ່ນເພື່ອສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກຳມະກອນ, ຜູ້ອອກແຮງງານລາວບັນດາເຜົ່າໃຫ້ມີ ຄວາມຕື່ນຕົວປະຕິວັດ, ມີນໍ້າໃຈຮັກເຊື້ອແພງຊາດອັນດູດດື່ມ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວ ທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕປະຊາຊົນ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທໍາ ແລະ ເປັນຕົວແທນແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທຳ ໃຫ້ແກ່ກຳມະກອນ, ຜູ້ອອກແຮງງານລາວບັນດາເຜົ່າ ກາຍເປັນກຳລັງແຮງສັງລວມເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.
ຫຼັງຈາກສໍາເລັດກອງປະຊຸມ ທັງສອງຝ່າຍໄດ້ພ້ອມກັນປູກຕົ້ນໄມ້ ແລະ ຈັດກິດຈະກໍາຮ່ວມກັນອີກດ້ວຍ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















