ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກອງບັນຊາການທະຫານແຂວງຜົ້ງສາລີ ປະດັບຫຼຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2026-07-17 14:34:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 888 | ຄວາມນິຍົມ:



ໃນວັນທີ 16 ກໍລະກົດ 2026 ນີ້, ຢູ່ທີ່ສະໂມສອນເມືອງບຸນເໜືອ, ກອງບັນຊາການທະຫານແຂວງຜົ້ງສາລີ, ໄດ້ຈັດພິທີ ປະດັບຫຽນໄຊ, ຫຼຽນກາ ແລະ ມອບໃບຍ້ອງຍໍ ສາຍລັດຖະບານຜົນງານ 5 ປີ, ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ, ໃຫ້ນາຍ ແລະ ພົນທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ກຳມະການພັກແຂວງ, ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ, ຮອງປະທານຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ ຜູ້ປະຈໍາການ, ມີພະນັກງານອາວຸໂສບໍານານ, ອາດີດຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ, ນາຍ ແລະ ພົນທະຫານ ທົ່ວທະຫານແຂວງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຄະນະປະຈໍາພັກ ກອງບັນຊາການທະຫານແຂວງ, ຮັກສາການຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ແລະ ດຳລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງານ ແລະ ມອບໃບຍ້ອງຍໍລັດຖະບານ ໃຫ້ນາຍ ແລະ ພົນທະຫານ ທົ່ວທະຫານແຂວງຜົ້ງສາລີ ທີ່ມີຜົນງານປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕະຫຼອດໄລຍະ 5 ປີ, (2019-2024), ຜົນງານດັ່ງກ່າວ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນນີ້, ມີຫຼຽນໄຊແຮງງານຊັ້ນ I ຈໍານວນ 10 ສະຫາຍ, ຫຽນໄຊແຮງງານຊັ້ນ II ຈໍານວນ 121 ສະຫາຍ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 270 ສະຫາຍ, ຫຼຽນກາແຮງງານ 537 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 226 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ໂອ້ລົມຕໍ່ ແລະ ສະແດງຄວາມຊົມເຊີຍ ພ້ອມທັງເນັ້ນໜັກໃຫ້ຮັກສາມູນເຊື້ອປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງພະນັກງານ-ນັກຮົບ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ໃຫ້ເຂັ້ມແຂງທາງດ້ານການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ລະບອບໃໝ່, ເຊື້ອໝັ້ນຕໍ່ອຸດົມການຂອງພັກຂອງຊາດ, ສືບຕໍ່ຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ-ແນວຄິດ, ເອົາໃຈໃສ່ຈັດຕັ້ງປະຕິບັດລະບຽບກົດໝາຍ, ລະບອບກຽມພ້ອມສູ້ຮົບ ທັງກຳລັງ ແລະ ພາຫະນະໃຫ້ເຂັ້ມງວດ, ສຶກສາອົບຮົມໃຫ້ນາຍ ແລະ ພົນທະຫານ ມີນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຮັກການຈັດຕັ້ງ, ຮັກກົມກອງ ຍາມໃດກໍຍົກສູງນໍາໃຈເພິ່ງຕົນເອງ, ກຸ່ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີນໍ້າໃຈເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ. ໂດຍ: ຮ້ອຍໂທ ທອງໄຊ ແສງອຸດົມ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ