ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ບໍລິສັດ PSL ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ມອມຄອມພິວເຕີ ໃຫ້ຫ້ອງການ ກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2026-07-17 15:07:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1004 | ຄວາມນິຍົມ:



ວັນທີ 17 ກໍລະກົດ 2026 ນີ້, ທ່ານ ເພັດທອນ ສຸຍະວົງ ຕາງໜ້າ ບໍລິສັດ PSL ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ໄດ້ນຳເອົາຄອມພິວເຕີ້ຕັ້ງໂຕະ ຈຳນວນ 2 ຊຸດ ລວມມູນຄ່າ 38.000.000 ກີບ ມາມອບໃຫ້ຫ້ອງການ ກົມໃຫຍ່ການເມືອງກອງທັບ ເພື່ອເປັນການຊຸກຍູ້ເຂົ້າໃນວຽກງານຫ້ອງການ ກໍຄືວຽກງານວິຊາສະເພາ ໃຫ້ສະດວກສະບາຍວ່ອງໄວຂຶ້ນກວ່າເກົ່າ, ໂດຍການກ່າວຮັບ ຂອງສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ຮອງຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ. ໂອກາດນີ້, ສະຫາຍ ພັນເອກ ເຂັມພອນ ແກ້ວວິໄຊ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ບໍລິສັດ PSL ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ທີ່ເຫັນໄດ້ຄວາມໝາຍ, ຄວາມສໍາຄັນ ຂອງວຽກງານຫ້ອງການ ແລະ ໃຫ້ຄຳໝັ້ສັນຍາວ່າ ຈະນຳໃຊ້ເຄື່ອງດັ່ງກ່າວ ໃຫ້ເກີດປະໂຫຍດສູງສຸດ. ພ້ອມທັງ ມອບໃບສົມມານາຄຸນໃຫ້ແກ່ ທ່ານ ເພັດທອນ ສຸຍະວົງ ຕື່ມອີກ. ໂດຍ: ໜູແດງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ