ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ວິລະ​ກຳ​ຂອງ​ແມ່ຍິງ​ໃນ​ກອງທັບ ບົນ​ເສັ້ນທາງ​ຕໍ່ສູ້​ກູ້​ຊາດ
ເວລາອອກຂ່າວ: 2026-07-27 09:11:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 683 | ຄວາມນິຍົມ:



ໃນ​ໄລຍະ​ທີ່​ປະເທດ​ເຮົາຕົກ​ຢູ່​ໃນ​ແອກ​ປົກຄອງ​ຂອງພວກລ່າ ​ເມືອງ​ຂຶ້ນ​ຝຣັ່ງ​ນັ້ນ, ປະຊາຊົນ​ລາວ​ບັນດາເຜົ່າ​ແມ່ນ​ບໍ່​ມີ​ສິດ​ເສ ລີພາບ, ທັງ​ໄດ້​ຮັບ​ແຕ່​ຄວາມທຸກ​ຍາກ​ລຳບາກ ແລະ ຖືກ​ກົດ​ຂີ່​ຂົ່ມ​ເຫັງ​ຢ່າງ​ໜັກໜ່ວງ, ພວກ​ເຂົາ​ໄດ້​ຖື​ແມ່ຍິງ​ເຮົາ ພຽງ​ແຕ່​ເປັນ​ດອກ​ໄມ້​ແຄມ​ທາງ​ເທົ່າ​ນັ້ນ ຍ້ອນ​ແນວ​ນັ້ນ, ປະຊາຊົນ​ລາວ​ຜູ້​ຮັກ​ຊາດ-ຮັກ​ບ້ານ​ເກີດ​ເມືອງ​ນອນ, ເວົ້າ​ສະເພາະ​ກໍ​ແມ່ນ​ແມ່ຍິງ​ເຮົາ ຈຶ່ງ​ຢາກ​ປະກອບສ່ວນ​ປົດ​ປ່ອຍ​ຊາດ, ປົດ​ປ່ອຍ​ຕົນ​ເອງ, ປົດ​ປ່ອຍ​ລູກ​ຜົວ​ອອກ​ຈາກ​ການ​ກົດ​ຂີ່​ຂູດ​ຮີດ​ອັນ​ໂຫດຮ້າຍ​ປ່າ​ເຖື່ອນ, ເຊິ່ງ​ແມ່ຍິງ​ລາວ​ເຮົາ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ເພດ​ຊາຍ ລຸກຂຶ້ນ​ຕໍ່ສູ້​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ, ອົງອາດ​ກ້າຫານ​ຕະຫຼອດ​ມາ ພາຍ​ໃຕ້ການ​ ນຳພາ​ອັນ​ສະຫຼາດ​ສ່ອງ​ໃສ ທີ່​ມີ​ ໄຫວ​ພິກ​ຂອງ​ພັກ​ປະຊາຊົນ​ປະຕິ ວັດ​ລາວ. ພັກ​ປະຊາຊົນ​ລາວ ໄດ້​ວາງ​ແນວທາງ​ປົດ​ປ່ອຍ​ແມ່ຍິງ ໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ການ​ກົດ​ຂີ່​ຂູດ​ຮີດ​ຂອງ​ພວກ​ສັກ​ດີ​ນາ ແລະ ນາຍ ທຶນ, ຖື​ເອົາ​ແມ່ຍິງ​ເປັນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ ໃນ​ກຳລັງແຮງຂອງ​ ພັກ ດັ່ງນັ້ນ, ຈຶ່ງ​ໄດ້​ສ້າງ​ຂະບວນ​ ການ​ຂອງ​ແມ່ຍິງ​ຂຶ້ນ ເຊິ່ງ​ເລີ່ມ​ ຈາກ​ການຈັດຕັ້ງ​ເປັນ​ແມ່​ນັກຮົບ, ໜ່ວຍ​ຍຸ​ວັນນາ​ລີ, ແມ່ຍິງ​ຍາມໃດ​ ກໍ​ມີ​ຄວາມ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ມີ​ຄວາມ​ເສຍສະຫຼະ​ອັນ​ສູງ​ສົ່ງ ໃນ​ການ​ປະຕິບັດ​ໜ້າທີ່​ປຸກລະດົມ​ຊາວ​ໜຸ່ມ​ເຂົ້າ​ເປັນ​ທະຫານ, ເປັນ ​ກອງ​ຫຼອນ ແລະ ລຳລຽງ​ຂົນສົ່ງ ​ເຂົ້າ​ປາ​ອາຫານໃຫ້​ອ້າຍ​ນ້ອງທະ ຫານ​ຢູ່​ແນວ​ໜ້າ, ທັງ​ຮັບປະກັນ​ວຽກ​ງານ​ແນວ​ຫຼັງ ແລະ ໄດ້​ຊຸກ ເຊື່ອງ​ເອົາ​ພະນັກງານ​ທະຫານທີ່​ ເຄື່ອນ​ໄຫວ​ລັບ​ຢູ່​ເຂດ​ສັດຕູ​ຄວບ​ຄຸມ. ຕົກ​ມາ​ໃນ​ໄລຍະ​ຕໍ່ສູ້​ຕ້ານ​ຈັກ ກະພັດ​ອາ​ເມ​ຣິ​ກາ​ຜູ້​ຮຸກ​ຮານ, ເຊິ່ງ​ເປັນ​ສົງຄາມ​ທີ່​ດຸເດືອດ​ຮ້າຍ​ກາດ, ເປັນຕົ້ນ​ແມ່ນ​ໃນ​ຕົ້ນ​ປີ 1965-1969 ຈັກກະພັດ​ອາ​ເມ​ຣິ​ກາ ໄດ້​ປີນ​ຂັ້ນໄດ​ເຮັດ ​ສົງຄາມ​ພິເສດ​ຢູ່​ລາວ​ຂຶ້ນ​ລະດັບ​ສູງ. ຢືນ​ຢູ່​ຕໍ່ໜ້າ​ສະພາບ​ການ​ທີ່​ດຸເດືອດ ແລະ ຄັບຂັນ​ນັ້ນ, ພັກ​ປະຊາຊົນ​ລາວ ໄດ້​ປຸກລະດົມ​ກອງທັບ ແລະ ທົ່ວ​ປວງ​ຊົນ​ລາວ​ທັງ​ຊາດ ລຸກຂຶ້ນ​ຕໍ່ສູ້​ດ້ວຍ​ຄຳ​ຂວັນ​ທີ່​ວ່າ: “ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ແນວ​ໜ້າ, ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ຕີ​ເອົາ​ຊະນະ​ກັບ​ຈັກກະພັດ​ອາ​ເມ​ຣິ​ກາ” ປະຕິບັດ​ຕາມ​ຄຳ​ຂວັນ​ດັ່ງ ກ່າວ​ຂອງ​ພັກ​ນັ້ນ ຂະ​ບວນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ຜູ້​ຮຸກ​ຮານ ໄດ້​ລະເບີດ​ຂຶ້ນ​ສູ່​ລະດັບ​ສູງ ໃນ​ນັ້ນ, ມີ​ຂະ​ບວນ​ການ​ຂອງ​ເອື້ອຍ​ນ້ອງ​ແມ່ຍິງ​ລາວ​ເວົ້າ​ລວມ, ເວົ້າ​ສະເພາະ​ແມ່ຍິງ​ກອງທັບ ກໍ​ໄດ້​ຄຽງ​ບ່າ​ຄຽງ​ໄຫຼ່​ກັບ​ເພດ​ຊາຍ ຕໍ່ ສູ້​ຕ້ານ​ກັບ​ການ​ບຸກ​ໂຈມ​ຕີ​ຂອງ​ຈັກກະພັດ​ອາ​ເມ​ຣິ​ກາ ໃນ​ທຸກ​ແຫ່ງ​ຫົນ​ຢ່າງ​ຟົດ​ເດືອດ​ທີ່​ສຸດ, ອັນ​ພົ້ນ​ເດັ່ນ​ແມ່ນ​ເອື້ອຍນ້ອງ​ແມ່ຍິງ​ທີ່​ເປັນ​ກຳມະກອນ ເຮັດ​ວຽກ​ຢູ່​ໂຮງງານ​ຕໍ່າແຜ່ນ 12 ຕຸລາ, ໄດ້​ອົດທົນ​ອອກແຮງ​ເຈາະ​ຖໍ້າ ແລະ ນຳ​ເອົາ​ເຄື່ອງ​ຈັກ​ຕໍ່າແຜ່ນ​ເຂົ້າ​ຢູ່​ໃນ​ຖໍ້າ ເພື່ອ​ຄວາມ​ປອດ​ໄພ​ຈາກ​ການ​ຍິງ​ທຳລາຍ​ຈາກ​ຍົນ​ຂອງ​ອາ​ເມ​ຣິ​ກາ; ແມ່ຍິງ​ທີ່​ເຮັດ​ໜ້າທີ່​ເປັນ​ແພດ​ໃນ​ກອງທັບ ກໍ​ເດັດດ່ຽວ​ຜ່ານ​ຜ່າ​ຫ່າ​ລະເບີດ, ລູກປືນ​ໃຫຍ່​ຂອງ​ສັດຕູ, ເອົາ​ຊີວິດ​ເຂົ້າ​ສ່ຽງ​ເພື່ອ​ໄປ​ກອບ​ກູ້​ເອົາ​ຄົນ​ເຈັບ​ຢູ່​ສະ ໜາມຮົບ​ມາ​ປິ່ນປົວ​ຢູ່​ແນວ​ຫຼັງ; ແມ່ຍິງ​ທີ່​ເປັນ​ຄູ​ອາຈານ​ສອນກໍ​ ໄດ້​ນຳພາ​ນັກຮຽນ​ປຸກ​ສ້າງ​ໂຮງ ຮຽນ ແລະ ເຮືອນ​ພັກ​ຢູ່​ດົງ, ຢູ່​ຖໍ້າ​ເລິກ, ເຫວ​ຊັນ ປະກອບສ່ວນ​ສ້າງ​ພະນັກງານ​ສະໜອງ​ໃຫ້ຂະ ແໜງການ​ຕ່າງໆ; ແມ່ຍິງ​ທີ່ເປັນ​ ນັກ​ສິລະ​ປິນ ກໍ​ໄດ້​ເດັດດ່ຽວຜ່ານ​ ຜ່າ​ຫ່າ​ລະເບີດ​ລູກປືນ​ໃຫຍ່ຂອງ ​ສັດຕູ ເພື່ອ​ປະຕິບັດ​ໜ້າທີ່​ໄປ​ສະ ແດງ​ຮັບ​ໃຊ້ປຸກລະດົມ​ຊຸກຍູ້​ແນວ​ຄິດ​ຂອງ​ພະນັກງານ​ນັກຮົບ ແລະ ປະຊາຊົນ​ຢູ່​ຕາມ​ທ້ອງຖິ່ນ​ຕ່າງໆ ນັບ​ທັງ​ຢູ່​ເຂດ​ປົດ​ປ່ອຍ ແລະ ແນວ​ຫຼັງ​ຂອງ​ສັດຕູ; ແມ່ຍິງ​ຢູ່​ເຂດ​ຄວບ​ຄຸມ​ຂອງ​ສັດຕູ​ ກໍໄດ້​ປະສານ​ສົບ​ທົບ​ກັບ​ກຳລັງ​ປະຕິວັດ, ເຄື່ອນ​ໄຫວ​ປະ​ທ້ວງ​ໃຫ້​ຈັກກະພັດ​ອາ​ເມ​ຣິ​ກາ​ຢຸດຕິ​ສົງຄາມ​ຢູ່ ລາວ ແລະ ອິນດູຈີນ, ເດັ່ນ​ກວ່າ​ໝູ່​ແມ່ນ ຂະ​ບວນ​ການ​ຢູ່​ເມືອງ​ໜອງ​ບົກ (ແຂວງ​ຄຳ​ມ່ວນ) ເອື້ອຍ​ນ້ອງ​ແມ່ຍິງ​ໄດ້​ຮ່ວມ​ກັບ​ເພດ​ຊາຍ ຕ້ານ​ການ​ຕໍ່ສູ້​ປາບ​ປາມ​ຂອງ​ສັດຕູ ເປັນ​ເວລາ 42 ມື້, 42 ຄືນ ແລະ ໄດ້​ຮັບ​ໄຊຊະນະ ສາມາດ​ຢຶດ​ອຳ ນາດການ​ປົກຄອງ​ທ້ອງຖິ່ນ​ຂອງ​ຕົນ​ໄວ້​ໄດ້. ປີ 1968 ພັກ​ປະຊາຊົນປະຕິ ວັດ​ລາວ ໄດ້​ຈັດ​ຕັ້ງ​ກອງລຳລຽງ ​ເພດ​ຍິງ ຂຶ້ນ​ຢູ່​ແຂວງ​ຊຽງ​ຂວາງ​ເຊິ່ງ​ເອີ້ນ​ວ່າ (ກອງ 368) ເອື້ອຍ​ນ້ອງ​ແມ່ຍິງ​ໄດ້​ມີ​ຄວາມ ອົງອາດ​ກ້າຫານ​ຜ່ານ​ທ່າ​ລະເບີດ ແລະ ລູກປືນ​ໃຫຍ່​ຂອງ​ສັດຕູໄປ ​ລຳລຽງ​ຂົນສົ່ງ​ຈົນ​ເຖິງ​ສະໜາມ ຮົບ, ແຕ່ລະຄົນ​ແບກ​ຫາບ​ດ້ວຍ​ຄວາມ​ສະໝັກ​ໃຈ ໃນ​ນັ້ນ, ຜູ້​ທີ່​ພົ້ນ​ເດັ່ນ​ແມ່ນ ສະຫາຍ ນາງ ລີລາ ສາມາດ​ແບກ​ເຂົ້າ​ໄດ້ 100 ກິ​ໂລ​ຜ່ານ​ເສັ້ນທາງ​ຍາວ​ໄກ, ຂຶ້ນ​ພູ, ລົງ​ຫ້ວຍ​ເລາະ​ຕາມ​ພູຜາ​ປ່າດົງ ຈຶ່ງ​ໄປ​ເຖິງ​ສະໜາມຮົບ, ພິເສດ​ໃນ​ປີ 1969 ກອງ​ກຳລັງໄຟ ເພດຍິງ ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ ຢູ່​ແຂວງ​ຊຽງ​ຂວາງ ເອີ້ນ​ວ່າ (ກອງ 769), ເຊິ່ງ​ກອງ​ກຳລັງ ​ໄຟ​ເພດ​ຍິງ ໄດ້​ສົມທົບ​ກັບ​ກອງ​ ທະຫານ​ເພດ​ຊາຍ ບຸກ​ຕີຂັບ​ໄລ່​ສັດຕູ​ໃນ​ຫຼາຍ​ບັ້ນ​ຮົບ ເຊັ່ນ: ບັ້ນ​ຮົບ​ໂອ​ເດ​ແອນ, ບັ້ນ​ຮົບ​ສອນ ໄຊ ແລະ ບັ້ນ​ຮົບ​ກູ້​ກຽດ ເຊິ່ງ​ດຳ ເນີນ​ການ​ໄປ​ຢ່າງ​ດຸເດືອດ ນັບ​ທັງ​ໜ້າດິນ ແລະ ທາງ​ອາກາດ ສາມາດ​ດັບ​ສູນ​ສັດຕູ​ໄດ້​ເປັນ​ຈຳ ນວນ​ຫຼວງຫຼາຍ ແລະ ຍິງ​ຍົນຕົກ​ ຈຳນວນ​ໜຶ່ງ. ນອກ​ນີ້, ກອງ​ກຳ ລັງ​ໄຟ​ເພດ​ຍິງ ຍັງ​ໄດ້​ເຂົ້າ​ຮ່ວມ​ສູ້​ຮົບ​ປົດ​ປ່ອຍ​ເມືອງ​ສຸຍ, ດັບ​ສູນ​ທີ່​ຕັ້ງ​ກອງ​ບັນຊາ​ການ​ທະຫານ​ໄທ ແລະ ດັບ​ສູນ​ທະຫານ​ໄທ ຕາຍ ຄາ​ທີ່​ເປັນ​ຈຳນວນ​ຫຼາຍ ເຮັດ​ໃຫ້​ສັດຕູ​ຖືກ​ປະ​ລາ​ໄຊ​ຢ່າງ​ອັບອາຍ​ຂາຍໜ້າ, ສ້າງ​ໄດ້​ມູນເຊື້ອ ແລະ ຊື່​ສຽງ​ແມ່ຍິງ​ເຮົາ​ມາ​ເຖິງ​ທຸກ​ວັນ​ນີ້, ມີ​ຫຼາຍ​ສະຫາຍ​ໄດ້​ຮັບ​ນາມ ມະຍົດ​ເປັນ​ວີລະ​ຊົນ, ເປັນ​ນັກຮົບ​ແຂ່ງຂັນ. ເອື້ອຍ​ນ້ອງ​ແມ່ຍິງ​ກອງທັບ​ເຮົາ ໄດ້​ມີ​ຄວາມ​ດຸໝັ່ນ​ຂະຫຍັນ​ພຽນ, ຜ່ານ​ຜ່າ​ອຸປະສັກ​ຫຍຸ້ງຍາກ​ຫຼາຍ​ປະການ, ເຮັດ​ສຳເລັດ​ໜ້າທີ່​ທີ່​ພັກ-ລັດ ແລະ ການຈັດຕັ້ງມອບ ​ໝາຍ​ໃຫ້​ເປັນ​ຢ່າງ​ດີ. ນອກ​ນີ້, ຍັງ​ໄດ້​ເປັນ​ເສົາຄໍ້າ​ອັນ​ແຂງແກ່ນ​ ຂອງ​ຄອບຄົວ, ທັງ​ລ້ຽງ​ລູກ, ທັງ​ ປຸກລະດົມ​ລູກ​ຜົວ​ອອກ​ສູ່​ສະໜາມ ຮົບ. ດັ່ງນັ້ນ, ຜູ້ນຳ​ພັກ-ລັດ ຈຶ່ງ​ໄດ້​ຢັ້ງຢືນ​ຍົກ​ເອົາ​ບົດບາດ​ຂອງ​ແມ່ຍິງຕໍ່​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ແມ່ຍິງ​ທົ່ວ​ປະເທດ​ວ່າ: “ເອື້ອຍ​ນ້ອງ​ແມ່ຍິງ ໄດ້​ປະກອບສ່ວນທີ່​ ສຳຄັນ ແລະ ຂາດ​ບໍ່​ໄດ້ຂອງຜົນ ສຳເລັດ​ລວມ​ແຫ່ງ​ພາລະກິດ​ປະ ຕິວັດ​ຂອງ​ປະເທດ​ເຮົາ, ເປັນກຳ ລັງ​ຕົ້ນຕໍ​ພື້ນຖານ​ອັນ​ໜຶ່ງ​ຂອງ​ ປະເທດ​ຊາດ, ມີ​ບົດບາດ​ສຳຄັນ ໃນ​ການ​ຮັກສາ​ຄວາມ​ອົບ​ອຸ່ນ ແລະ ຄວາມ​ໝັ້ນ​ທ່ຽງ​ຂອງ​ຄອບ ຄົວ, ເປັນ​ສັນຍາ​ລັກ​ແຫ່ງ​ຄວາມ​ໂອບ​ເອື້ອ​ອາລີ, ຄວາມ​ນິ້ມ​ນວນ​ອ່ອນ​ຫວານ, ຄວາມ​ເອື້ອເຟື້ອ​ເພື່ອ​ແຜ່, ເປັນ​ຕົວ​ແທນ​ແຫ່ງ​ການ​ອະນຸລັກ​ຮັກສາຂະ​ນົບ​ທຳນຽມ​ອັນ​ດີງາມ​ຂອງ​ຊາດ ແລະ ເປັນ​ສິ່ງ​ທີ່​ເພິ່ງ​ພາ​ໄວ້ໃຈ​ຂອງ​ລູກ​ຜົວ ຕະຫຼອດ​ມາ”.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ