ຈາກໜ່ວຍຫຍິບແສ່ວສອງຝາມືເປົ່າໃນເຂດທີ່ໝັ້ນ ສູ່ໂຮງງານຕັດຫຍິບກອງທັບ ທີ່ທັນສະໄໝລະດັບແຖວໜ້າ
ເວລາອອກຂ່າວ: 2026-07-28 09:13:55 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 656 | ຄວາມນິຍົມ: ![]()
ເນື່ອງໃນໂອກາດ ກະກຽມສະເຫຼີມສະຫຼອງວັນສ້າງຕັ້ງເຫຼົ່າ ຮົບພະລາທິການກອງທັບ ຄົບ ຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026) ເຊິ່ງເປັນວັນທີ່ມີຄວາມໝາຍປະຫວັດສາດອັນສຳຄັນຍິ່ງຂອງພັກ ແລະ ກອງ ທັບ ເວົ້າສະເພາະແມ່ນບັນດາກົມກອງທົ່ວເຫຼົ່າຮົບພະລາທິການ ໃນນີ້, ໂຮງງານຕັດຫຍິບກອງທັບ ກໍໄດ້ຕິດພັນສະໜິດແໜ້ນ ກັບພາ ລະກິດປະຕິວັດປົດປ່ອຍຊາດ ໃນ ອະດີດ ກໍຄື ພາລະກິດປົກປັກຮັກ ສາ ແລະ ສ້າງສາພັດທະນາປະ ເທດຊາດ ໃນປັດຈຸບັນຢ່າງມີຜົນ ສຳເລັດອັນສະຫງ່າງາມ.
ສະຫາຍ ພັນເອກ ນາງ ພູວົງ ຫຼວງລາຊາ ເລຂາຄະນະພັກຮາກຖານ, ອຳນວຍການໂຮງງານຕັດຫຍິບກອງທັບໄດ້ໃຫ້ຮູ້ວ່າ: ໂຮງງານຕັດຫຍິບກອງທັບ ມີຕົ້ນກຳເນີດມາຈາກ “ໜ່ວຍຫຍິບ ແສ່ວຂອງກອງທັບລາວອິດສະ ຫຼະ” ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 9 ກັນຍາ 1963 ຕັ້ງຢູ່ເຂດທີ່ໝັ້ນການປະຕິວັດແຂວງຫົວພັນ ໂດຍເລີ່ມຕົ້ນຈາກພະນັກງານ-ກຳມະກອນພຽງ 19 ສະຫາຍ ແລະ ມີຈັກຫຍິບຢຽບດ້ວຍແຮງຕີນ 11 ເຄື່ອງ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ໃນວັນທີ 10 ມີນາ 1976 ກົມກອງໄດ້ຍ້າຍລົງມານະຄອນຫຼວງວຽງຈັນ (ຄ້າຍກາຟາເກົ່າ) ແລະ ປ່ຽນຊື່ເປັນ “ໂຮງງານຫຍິບແສ່ວກອງທັບ” ໂດຍດຳເນີນການຜະລິດແບບບໍລິຫານເກື້ອກູນ. ຈົນຮອດຊຸມປີ 1988-1990 ຈຶ່ງໄດ້ຫັນປ່ຽນກົນໄກມາສູ່ການບໍລິຫານແບບໄລ່ລຽງເສດຖະກິດ, ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ປ່ຽນຊື່ມາເປັນ “ໂຮງງານຕັດຫຍິບກອງທັບ” ຈົນເຖິງປັດຈຸບັນ. ຜ່ານວິວັດທະນາການແຫ່ງການທົດສອບໃນແປວໄຟສົງຄາມ ແລະ ກົນໄກເສດຖະກິດ, ປັດຈຸ ບັນໂຮງງານສັງກັດໃນໂຄງປະ ກອບການຈັດຕັ້ງຂອງກົມໃຫຍ່ ພະລາທິການກອງທັບ, ມີຈຳ ນວນພົນ 500 ກວ່າສະຫາຍ, ປະກອບມີເຄື່ອງຈັກຕ່ອງໂສ້ທີ່ທັນສະໄໝ 700 ກວ່າເຄື່ອງ ພາຍໃຕ້ໂຄງປະກອບການຈັດຕັ້ງ 4 ພະແນກການ, 2 ກອງພັນ ແລະ 16 ຂະແໜງການ. ກົມກອງໄດ້ເຮັດໜ້າທີ່ການເມືອງອັນໜັກໜ່ວງ ຮັບຜິດຊອບຕົ້ນຕໍ ໃນການຜະລິດຕັດຫຍິບເຄື່ອງນຸ່ງຫົ່ມຮັບໃຊ້ກອງທັບແບບບໍ່ມີກຳ ໄລ ໂດຍຮັບປະກັນທາງດ້ານປະ ລິມານ, ຄຸນນະພາບ ແລະ ເວລາ ຢ່າງເຂັ້ມງວດ.
ສະຫາຍ ພັນເອກ ນາງ ພູວົງ ຫຼວງລາຊາ ໄດ້ກ່າວເຖິງຜົນງານອັນພົ້ນເດັ່ນໃນໄລຍະຜ່ານມາວ່າ: ໃນສົກງົບປະມານປີ 2025 ທີ່ມີມູນຄ່າແຜນການ 48,3 ຕື້ກວ່າກີບ, ໂຮງງານສາມາດຜະ ລິດ ແລະ ສົ່ງເຂົ້າສາງຂັ້ນເທິງແລ້ວ 87,17% (ຄາດຄະເນຈະໃຫ້ສຳເລັດ 100% ກ່ອນກຳ ນົດເວລາ) ແລະ ສາມາດສຳ ເລັດການຕັດຫຍິບເຄື່ອງສວນ ສະໜາມ ມູນຄ່າ 15,7 ຕື້ກວ່າກີບ ໄດ້ 100% ຢ່າງຈົບງາມ. ຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະອຳນວຍການໄດ້ເປັນເຈົ້າການຜັນຂະຫຍາຍມະຕິ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍການຊອກວຽກ ເຮັດງານທຳເພີ່ມເຕີມນຳພາກ ສ່ວນລັດ ແລະ ເອກະຊົນ, ພ້ອມທັງຄິດຄົ້ນຜະລິດຕະພັນໃໝ່ອອກສູ່ສັງຄົມ ເຮັດໃຫ້ສາມາດມອບພັນທະໃຫ້ຂັ້ນເທິງ 15% ຂອງກຳໄລ ເປັນມູນຄ່າ 75,4 ລ້ານກວ່າກີບ. ພ້ອມນັ້ນ, ຍັງໄດ້ນຳໃຊ້ລາຍຮັບເພີ່ມກວ່າ 2 ຕື້ກີບ ເຂົ້າໃນການປັບປຸງພື້ນຖານໂຄງ ລ່າງ ແລະ ຄ້າຍຄູໃຫ້ມີຄວາມສະອາດຈົບງາມ, ຕັ້ງໜ້າເຂົ້າຮ່ວມງານວາງສະແດງອຸດສາ ຫະກຳປ້ອງກັນຊາດ ທັງພາຍ ໃນ ແລະ ຕ່າງປະເທດ, ທີ່ສຳ ຄັນແມ່ນສາມາດຮັບປະກັນເງິນ ເດືອນ, ນະໂຍບາຍຕ່າງໆຂອງພະນັກງານ-ກຳມະກອນໃຫ້ມີຄວາມໝັ້ນທ່ຽງ ຢູ່ທີ່ 4-8 ລ້ານກີບຕໍ່ຄົນຕໍ່ເດືອນ ເຮັດໃຫ້ຊີວິດການເປັນຢູ່ຂອງພະນັກງານໄດ້ຮັບການຍົກສູງຂຶ້ນເລື້ອຍໆ.
ຖືໂອກາດນີ້, ສະຫາຍ ນາງ ອ່ອນຈັນ ສີຊານົນ ພະນັກງານປະຕິວັດອາວຸໂສບຳນານ ໄດ້ສະ ແດງຄວາມຮູ້ສຶກຂອງຕົນວ່າ: “ເມື່ອຫວນຄືນຫຼັງໄປເບິ່ງອະ ດີດຕອນທີ່ພວກເຮົາເຮັດວຽກທ່າມກາງແປວໄຟສົງຄາມອັນດຸ ເດືອດ, ຂາດເຂີນທັງໄຟຟ້າ ແລະ ວັດຖຸອຸປະກອນ, ມີພຽງແຕ່ຈັກຫຍິບຢຽບດ້ວຍແຮງຕີນ ແລະ ຄວາມຈົງຮັກພັກດີຕໍ່ພັກຕໍ່ການປະຕິວັດ ໂດຍມີເປົ້າໝາຍດຽວຄື: ເຮັດແນວໃດໃຫ້ອ້າຍນ້ອງນັກຮົບຢູ່ແນວໜ້າມີເຄື່ອງນຸ່ງຫົ່ມອົບອຸ່ນ ເພື່ອຕໍ່ສູ້ເອົາຊະນະສັດຕູ. ມາຮອດມື້ນີ້, ເມື່ອໄດ້ເຫັນໂຮງງານຕັດຫຍິບກອງທັບ ເຕີບໃຫຍ່ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ, ມີເຄື່ອງຈັກທີ່ທັນສະໄໝ ແລະ ມີຮຸ່ນສືບທອດທີ່ມີສີມື, ທະຍາສາດ, ຂ້າພະເຈົ້າຮູ້ສຶກພາກພູມໃຈເປັນຢ່າງຍິ່ງທີ່ຢາດເຫື່ອ, ແຮງງານ ແລະ ຄວາມເສຍສະຫຼະຂອງຮຸ່ນພວກເຮົາໃນອະດີດ ບໍ່ສູນເປົ່າ ແຕ່ໄດ້ກາຍເປັນຮາກຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາໃນປັດ ຈຸບັນ.”
ເພື່ອສືບຕໍ່ຮັກສາມູນເຊື້ອອັນດີ ງາມນີ້, ສະຫາຍ ພັນເອກ ນາງ ພູວົງ ຫຼວງລາຊາ ໄດ້ເນັ້ນໜັກ ເຖິງທິດທາງແຜນການໃນຕໍ່ໜ້າ ວ່າ: ຄະນະພັກ-ຄະນະອຳນວຍ ການໂຮງງານຕັດຫຍິບກອງທັບ ຈະສືບຕໍ່ເພີ່ມທະວີຄວາມຮັບ ຜິດຊອບໃນການຊີ້ນຳ-ນຳພາ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ເຂັ້ມງວດ ແລະ ທັນສະໄໝ ພ້ອມທັງ, ຮຽກ ຮ້ອງມາຍັງເອື້ອຍອ້າຍນ້ອງພະ ນັກງານ-ນັກຮົບ ແລະ ກຳມະ ກອນທົ່ວກົມກອງ ຈົ່ງຮັດແໜ້ນຄວາມສາມັກຄີເປັນເອກະພາບພາຍໃນໃຫ້ເປັນປຶກແຜ່ນ, ເປັນເຈົ້າການຜັນຂະຫຍາຍນໍ້າໃຈ “ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ” ເຂົ້າສູ່ຂະບວນການວຽກງານຕົວຈິງຢ່າງແຂງແຮງ, ແຕ່ສະຫາຍຕ້ອງຕັ້ງໜ້າບຸກບືນເຝິກ ຝົນຫຼໍ່ຫຼອມຍົກລະດັບສີມືວິຊາ ສະເພາະ, ເຊີດຊູຄວາມຮັບຜິດ ຊອບ ເພື່ອຜະລິດຕັດຫຍິບເຄື່ອງ ນຸ່ງຫົ່ມໃຫ້ໄດ້ມາດຕະຖານຄຸນນະພາບສູງຮັບໃຊ້ກອງທັບ ແລະ ສັງຄົມຢ່າງທ່ວງທັນເວລາ, ພ້ອມກັນສຸມສະຕິປັນຍາ ແລະ ແຮງກາຍແຮງໃຈ ເພື່ອທະນຸບຳລຸງຊື່ສຽງ, ກຽດສັກສີຂອງໂຮງ ງານຕັດຫຍິບກອງທັບເຮົາໃຫ້ມີບາດກ້າວຫັນປ່ຽນໃໝ່ທີ່ເຂັ້ມ ແຂງ, ສ້າງກົມກອງວັດທະນະ ທຳ, ກົມກອງປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ກ້າວສູ່ຄວາມ ທັນສະໄໝຢ່າງບໍ່ຢຸດຢັ້ງ.
ໂດຍ: ຄຳອ້າຍ ທອງວັນ (ວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















