ກອງປະຊຸມສະຫຼຸບຖອດຖອນບົດຮຽນ ລາດຕະເວນຮ່ວມ 2 ຝ່າຍ
ເວລາອອກຂ່າວ: 2026-08-03 15:12:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 258 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2026 ນີ້, ທີ່ ກອງຮ້ອຍທະຫານຊາຍແດນ 216 ທະຫານແຂວງຫົວພັນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນລາດຕະເວນຮ່ວມ 2 ຝ່າຍ ລະຫວ່າງ ກອງບັນຊາການທະຫານແຂວງຫົວພັນ ສປປ ລາວ ກັບ ກອງບັນຊາການທະຫານຊາຍແດນ ແຂວງເຫງະອານ ສສ ຫວຽດນາມ, ເຊິ່ງຝ່າຍລາວ ນຳໂດຍສະຫາຍ ພັນເອກ ແດງເພັດ ຈັນທະວົງ ຮອງຫົວໜ້າການທະຫານ, ຫົວໜ້າຫ້ອງເສນາທິການ, ຫົວໜ້າໜ່ວຍງານລາດຕະເວນ ກອງບັນຊາການທະຫານແຂວງຫົວພັນ ແລະ ຝ່າຍຫວຽດນາມ ນຳໂດຍສະຫາຍ ພັນເອກ ຫງຽນ ແທັ່ງ ຈຸງ ຮອງຫົວໜ້າການທະຫານ, ຫົວໜ້າໜ່ວຍງານລາດຕະເວນກອງບັນຊາການທະຫານຊາຍແດນ ແຂວງເຫງະອານ ສສ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນ ທັງສອງຝ່າຍ ເຂົ້າຮ່ວມ.
ໃນກອງປະຊຸມຜູ້ແທນ ທັງສອງຝ່າຍ ໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສຳຄັນ ຂອງການກວດກາລາດຕະເວນຮ່ວມສອງຝ່າຍ ໃນຄັ້ງນີ້, ແມ່ນມີຄວາມໝາຍຄວາມສຳຄັນຍີ່ງ ເພາະມັນສະແດງເຖິງຄວາມຮັບຜິດຊອບ ຂອງສອງພັກ, ສອງລັດຖະບານ ແລະ ສອງກອງທັບ ເວົ້າລວມ, ເວົ້າສະເພາະ, ແມ່ນສອງກອງບັນຊາການທະຫານແຂວງຫົວພັນ ແລະ ກອງບັນຊາການທະຫານຊາຍແດນແຂວງເຫງະອານ ເຊິ່ງຍາມໃດກໍໄດ້ຍຶດໝັ້ນຕໍ່ມູນເຊື້ອຄວາມສາມັກຄີມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ, ຄຽງບ່າຄຽງໄຫຼ່ຮ່ວມມືກັນປະຕິບັດສັນຍາຊາຍແດນ, ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ບົນເສັ້ນຊາຍແດນ, ຫຼັກໝາຍຊາຍແດນ ແນ່ໃສ່ເພື່ອເສີມສ້າງຊາຍແດນ ລາວ-ຫວຽດນາມ, ຫວຽດາມ-ລາວ ໃຫ້ກາຍເປັນຊາຍແດນມິດຕະພາບ, ຮ່ວມມື ແລະ ພ້ອມກັນພັດທະນາ ໃຫ້ມີຄວາມສີວິໄລຂຶ້ນເລື່ອຍໆ. ພ້ອມນັ້ນ, ຍັງໄດ້ຮ່ວມມືກັນເຜີຍແຜ່ບັນດາຂໍ້ກຳນົດ, ກົດລະບຽບຕ່າງໆ ໃຫ້ປະຊາຊົນ ທັງສອງຝາກຊາຍແດນ ໄດ້ຮັບຮູ້ເຂົ້າໃຈ ແລະ ປະຕິບັດ ໃຫ້ຖືກຕ້ອງຢ່າງເຂັ້ມງວດ. ການພົບປະແລກປ່ຽນສະພາບ, ການກວດກາລາດຕະເວນຮ່ວມ ສອງຝ່າຍ ໂດຍສະເພາະແມ່ນ ຂັ້ນກອງຮ້ອຍທະຫານຊາຍແດນ ແລະ ຄ້າຍທະຫານຊາຍແດນ ໃຫ້ໄດ້ປົກກະຕິ. ນອກນັ້ນ, ໃຫ້ແຕ່ລະຝ່າຍ ເອົາໃຈໃສ່ກວດກາລາດຕະເວນຝ່າຍດຽວ ຢ່າງເປັນປົກກະຕິກໍລະນີຫາກມີເຫດການເກີດຂຶ້ນ ໃຫ້ຮີບຮ້ອນສົ່ງຂ່າວເຊິ່ງກັນ ແລະ ກັນ, ຈັດຕັ້ງກຳລັງເຂົ້າກວດກາ, ແກ້ໄຂໃຫ້ທັນສະພາບການ, ສອງຝ່າຍຕ້ອງເປັນເຈົ້າການໃນການຕິດຕາມ ແລະ ເກັບກຳສະພາບການເຄື່ອນໄຫວ ຂອງກຸ່ມຄົນບໍຫວັງດີ, ສະພາບການເຄື່ອນໄຫວຂອງປະຊາຊົນ ຢູ່ຂອບເຂດຮັບຜິດຊອບ ຂອງແຕ່ລະຝ່າຍ ຖ້າຫາກມີຂ່າວທີ່ສົ່ງຜົນກະທົບ ແລະ ສົ່ງຜົນເສຍຕໍ່ຊາຍແດນ, ຕໍ່ຄວາມບໍ່ສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຊາຍແດນ ຕ້ອງໄດ້ແຈ້ງຂ່າວ ໃຫ້ກັນຊາບ ເພື່ອຫາວິທີແກ້ໄຂໃຫ້ທັນເວລາ.
ຈາກນັ້ນ, ກອງປະຊຸມຍັງ ໄດ້ເຊັນບົດບັນທຶກຊ່ວຍຈຳ ການລາດຕະເວນຮ່ວມ ສອງຝ່າຍ ແລະ ແລກປ່ຽນຂອງຂວັນ ທີ່ລະນຶກ ເຊິ່ງກັນ ແລະ ກັນ ຕື່ມອີກ.
ໂດຍ: ສົມເພັດ ວິໄລຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















