ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ການນຳແຂວງໄຊຍະບູລີ ຕ້ອນຮັບຄະນະຜູ້ແທນ ແຂວງລາວກ່າຍ ສສ ຫວຽດນາມ
ເວລາອອກຂ່າວ: 2026-08-03 15:36:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:



ວັນທີ 1 ສິງຫາ 2026 ນີ້, ທີ່ຫ້ອງວ່າການປົກຄອງ ແຂວງໄຊຍະບູລີ, ສະຫາຍ ເພັງນິລັນ ຄໍາພັນເພັງ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງໄຊຍະບູລີ ໄດ້ຕ້ອນຮັບ ສະຫາຍ ຮວາງ ຢາງ ຮອງເລຂາພັກແຂວງ, ຜູ້ປະຈໍາການ, ປະທານສະພາປະຊາຊົນແຂວງລາວກ່າຍ ສສຫວຽດນາມ ພ້ອມຄະນະ ທີ່ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ. ສະຫາຍ ເພັງນິລັນ ຄໍາພັນເພັງ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງຕໍ່ສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ໂດຍສະເພາະການຮ່ວມມືຮອບດ້ານ ຂອງແຂວງໄຊຍະບູລີ ສປປ ລາວ ແລະ ແຂວງລາວກ່າຍ ສສ ຫວຽດນາມ ທີ່ເປັນມູນເຊື້ອອັນດີງາມມາແຕ່ດົນນານ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍຢ່າງຕໍ່ເນື່ອງ ເປັນແຕ່ລະໄລຍະ ແລະ ເປັນໜຶ່ງດຽວໃນໂລກ. ເຊິ່ງໜາກຜົນ ຂອງການຮ່ວມມື ຂອງແຂວງໄຊຍະບູລີ ແລະ ແຂວງລາວກ່າຍ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊຸກຍູ້ຊ່ວຍເຫຼືອ ເຂົ້າໃນການພັດທະນາພື້ນຖານໂຄງລ່າງແຂວງໄຊຍະບູລີ ຫຼາຍໂຄງການ, ໃຫ້ທຶນຊ່ວຍດ້ານການພັດທະນາຊັບພະຍາກອນມະນຸດ, ການເຝິກອົບອົມ ຍົກລະດັບດ້ານວິຊາສະເພາະຕ່າງໆ ໃຫ້ແຂວງໄຊຍະບູລີ ແລະ ການແລກປ່ຽນບົດຮຽນ ຂອງຄະນະຜູ້ແທນ ໃນແຕ່ລະຂົງເຂດວຽກງານຕ່າງໆ. ໂອກາດນີ້, ສະຫາຍ ຮວາງ ຢາງ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຂອງ ສະຫາຍ ເພັງນິລັນ ຄໍາພັນເພັງ ພ້ອມຄະນະ ໃນຄັ້ງນີ້ ພ້ອມທັງ, ຢັ້ງຢືນວ່າຈະສືບຕໍ່ການຮ່ວມມືຮັດແໜ້ນສາຍພົວພັນແບບພິເສດ, ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອໃຫ້ໜັ້ນຄົງທະນົງແກ່ນ ລະຫວ່າງ ແຂວງລາວກ່າຍ ສສ ຫວຽດນາມ ກັບ ແຂວງໄຊຍະບູລີ ສປປ ລາວ ໃຫ້ມີການພັດທະນາໜັກແໜ້ນຂຶ້ນໄປເລື້ອຍ. ໂດຍ: ນາງ ບົວລິວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ