ກອງບັນຊາການທະຫານແຂວງບໍລິຄຳໄຊ ປິດຊຸດອົບຮົມການທະຫານ ໃຫ້ລັດຖະກອນປ້ອງກັນຊາດ (ຄູອາສາ) ປະຈຳປີ 2026
ເວລາອອກຂ່າວ: 2026-08-03 15:50:44 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 267 | ຄວາມນິຍົມ: ![]()
ວັນທີ 30 ກໍລະກົດ 2026 ນີ້, ຢູ່ທີ່ ກອງບັນຊາການທະຫານແຂວງບໍລິຄໍາໄຊ ໄດ້ປິດຊຸດອົບຮົມການທະຫານໃຫ້ລັດຖະກອນປ້ອງກັນຊາດ (ຄູອາສາ) ປະຈຳປີ 2026, ໂດຍການເປັນປະທານ ຂອງ ສະຫາຍ ພົນຕີ ໄພວັນ ຈັນທະ ພົມມາ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຕາງໜ້າກົມກ່ຽວຂ້ອງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ກອງບັນຊາການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນໂທ ແສງອາລຸນ ດວງດາລາ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍລິຄຳໄຊ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບການທະຫານ ໃຫ້ລັດຖະກອນປ້ອງກັນຊາດ (ຄູອາສາ) ປະຈຳປີ 2026 ຂອງກອງບັນຊາການທະຫານແຂວງບໍລິຄຳໄຊ, ຊຸດອົບຮົມຫັດແອບຄັ້ງນີ້, ມີພະນັກງານລັດຖະກອນປ້ອງກັນຊາດເຂົ້າຮ່ວມທັງໝົດ 64 ສະຫາຍ, ຍິງ 43 ສະຫາຍ, ເນື້ອໃນທີ່ນຳມາອົບຮົມ-ຫັດແອບ ມີ 3 ພາກຄື: ພາກການເມືອງ ປະກອບມີ: ກຽດສັກສີ ແລະ ຄວາມຮັບຜິດຊອບຂອງນັກ ຮົບກອງທັບປະຊາຊົນລາວ, ເປົ້າໝາຍອຸດົມຄະຕິສູ້ຮົບຂອງກອງທັບ, ພາລະບົດບາດ ແລະ ໜ້າທີ່ຂອງ ກອງທັບ, ທາດແທ້ຊົນຊັ້ນກຳມະກອນ ແລະ ມູນເຊື້ອອັນສະຫງ່າງາມຂອງກອງທັບ, ກົດໝາຍພັນທະ ປ້ອງກັນຊາດ, ກົດລະບຽບຂອງກອງທັບ; ພາກພະລາທິການ ປະກອບມີ: ລະບອບອັດຕາເງິນເດືອນ, ລະບອບອຸປະໂພກ-ບໍລິໂພກໃນກອງທັບ, ອະນາໄມກັນພະຍາດ, 5 ເຕັກນິກການແພດ ແລະ ພາກການທະຫານປະກອບມີ: ຂໍ້ກຳນົດກົດລະບຽບໃນກອງທັບ, ລະບຽບຸກຄົນ ແລະ ລະບຽບຮູບແຖວພື້ນຖານ ຂອງກອງທັບ, ສິລະປະຍຸດທະຫານຮາບ ແລະ ຍຸດທະວິທີການທະຫານ ສະເລ່ຍຜົນໄດ້ຮັບ ພາກການເມືອງ 84%, ພາກພະລາທິການ 80% ແລະ ການທະຫານ 79%.
ໂອກາດນີ້, ຍັງໄດ້ມອບໃບຢັ້ງຢືນໃຫ້ນັກເຝິກອົບຮົມ ພ້ອມທັງ ຮັບຟັົງການໂອ້ລົມ ຈາກສະຫາຍປະທານ ຕື່ມອີກ.
ໂດຍ: ສີທອງ ຈັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















