ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ຈາກ​ເງິນເດືອນ​ທະຫານ ສູ່​ຜົນ​ຜະລິດ​ຫຼາຍ​ຮ້ອຍ​ລ້ານ
ເວລາອອກຂ່າວ: 2026-08-04 09:43:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ:



ໃນ​ຜືນ​ແຜ່ນດິນ​ອັນ​ຮັກ​ຊາດ, ນາຍ​ທະຫານ​ກອງທັບ​ປະຊາຊົນ​ລາວ ບໍ່​ພຽງ​ແຕ່​ເປັນ​ຮົ້ວ​ປ້ອງ​ກັນ​ຊາດ​ອັນ​ເຂັ້ມແຂງ​ໃນ​ສະໜາມຮົບ ເທົ່າ​ນັ້ນ, ແຕ່​ຍັງ​ເປັນ “ນັກຮົບ​ໃນ​ສະໜາມ​ເສດຖະກິດ” ທີ່​ສ້າງ​ຄວາມ​ອົບ​ອຸ່ນ​ໃຫ້​ກັບ​ຄອບຄົວ ແລະ ສັງຄົມ. ສະຫາຍ ພັນ​ຕີ ນາງ ປາລິຊາດ ຄຳ​ພິ​ໄລ ຫົວໜ້າ​ຂະແໜງ​ກົດ​ລັບ ກອງພັນ​ໃຫຍ່ 502 ກອງ​ພົນ​ທີ 5 ໄດ້​ເຂົ້າ​ຮ່ວມ​ການ​ປະຕິວັດ​ຖັນ​ແຖວ​ກອງທັບ ມາ​ແຕ່​ປີ 1999 ແລະ ໄດ້​ສ້າງ​ຄອບຄົວ​ຮ່ວມ​ກັບ ສະຫາຍ ພັນ​ໂທ ສົມ​ໄຫຼ ພັນ​ເພັດ ຮອງ​ຫົວໜ້າ​ການເມືອງ ກອງພັນ 18 ກອງພັນ​ໃຫຍ່ 502. ສະຫາຍ ພັນ​ຕີ ນາງ ປາລິຊາດ ຄຳ​ພິ​ໄລ ໄດ້​ເລົ່າ​ສູ່​ຟັງ​ວ່າ: ທັງ​ສອງ​ໄດ້​ຈັບ​ມື​ກັນ​ສ້າງ​ຄອບຄົວ​ມາ​ແຕ່​ປີ 2005 ແລະ ມີ​ລູກ​ນຳ​ກັນ 3 ຄົນ. ໃນ​ຖານະ​ຄອບຄົວ​ກອງທັບ, ຊີວິດ​ການ​ເປັນ​ຢູ່ ໃນ​ໄລຍະ​ທຳ​ອິດ​ແມ່ນ​ອາໄສ​ພຽງ​ເງິນເດືອນ​ປະຈຳ ເຮັດ​ໃຫ້ການ​ບໍລິຫານ​ໃຊ້​ຈ່າຍ​ໃນ​ເຮືອນ ໂດຍ​ສະເພາະ​ແມ່ນ ທຶນຮອນ​ການ​ສຶກ​ສາ​ຂອງ​ລູກ​ທັງ 3 ຄົນ ພົບ​ຄວາມ​ຫຍຸ້ງຍາກ​ຝືດເຄືອງ, ແຕ່​ຄວາມທຸກ​ຍາກ​ດັ່ງກ່າວ ໄດ້​ເປັນ​ບົດ​ທົດ​ສອບ​ທີ່​ເຮົາ​ຕ້ອງ​ຂ້າມ​ຜ່ານ ດ້ວຍ​ເຫື່ອແຮງ ແລະ ປັນຍາ​ຂອງ​ສອງຜົວເມຍ. ແຮງຈູງໃຈ ແລະ ຈຸດ​ປ່ຽນ​ອັນ​ສຳຄັນ ແມ່ນ​ເກີດ​ຂຶ້ນ​ເມື່ອ ສະຫາຍ ​ພັນ​ຕີ ນາງ ປາລິຊາດ ໄດ້​ເຊື່ອມ​ຊຶມມະຕິ, ຂໍ້​ແຂ່ງຂັນ 3 ດີ ຂອງ​ສະຫະພັນ​ແມ່ຍິງ​ລາວ ແລະ ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ​ພັກ-ລັດ. ສະຫາຍ ໄດ້​ກ່າວ​ວ່າ: ຖ້າ​ຢາກ​ໃຫ້​ຊີວິດ​ການ​ເປັນ​ຢູ່​ດີຂຶ້ນ, ຢາກ​ໃຫ້​ລູກ ມີ​ອະນາຄົດ​ທີ່​ສົດ ໃສ, ເຮົາ​ຈະ​ຄອງ​ຖ້າ​ພຽງ​ເງິນ ເດືອນ​ຢ່າງ​ດຽວ​ບໍ່​ໄດ້. ດ້ວຍເຫດ ​ນັ້ນ, ສອງ​ຜົວ-ເມຍ ນັກຮົບ​ປະ ຕິວັດ ຈຶ່ງ​ໄດ້​ຫັນ​ໜ້າ​ເຂົ້າ​ຫາ​ກັນ, ປຶກສາ​ຫາລື​ຢ່າງ​ເປັນ​ເອກະ​ພາບ ແລະ ຕັດສິນ​ໃຈ​ເລືອກ​ເອົາ ການ​ປູກຝັງ-ລ້ຽງສັດ ເຊິ່ງ​ເປັນ​ວຽກ​ງານ​ທີ່​ເໝາະ​ສົມ ກັບ​ສະພາບ​ຄວາມ​ເປັນ​ຈິງ​ຂອງ​ທ້ອງຖິ່ນ ແລະ ກົມ​ກອງ. ສິ່ງ​ທີ່​ເປັນ​ອຸປະ ສັກ​ໃນ​ຕອນ​ນັ້ນ​ຄື ເລື່ອງ​ເວລາ ແລະ ແຮງ​ງານ, ເນື່ອງ​ຈາກ​ທັງ​ສອງ ມີ​ພັນທະ​ໜ້າທີ່​ການເມືອງ​ຢູ່​ກົມ​ກອງ, ເຂົາເຈົ້າ​ຈຶ່ງ​ຕ້ອງ​ສູ້​ຊົນ ແລະ ເຮັດ​ວຽກນອກ​ໂມງ​ການ, ຕື່ນ​ເດິກ​ລຸກ​ເຊົ້າ ແລະ ໃຊ້​ເວລາ​ໃນ​ວັນ​ພັກ ເສົາ-ອາທິດ ເພື່ອ​ລົງ​ສວນ, ເບິ່ງແຍງ​ສັດລ້ຽງ ໂດຍ​ບໍ່​ໃຫ້​ສົ່ງ​ຜົນ​ກະທົບ ຕໍ່ໜ້າ​ທີ່​ການ​ງານ​ປະຈຳ. ສະຫາຍ ພັນ​ຕີ ນາງ ປາລິຊາດ ຄຳ​ພິ​ໄລ ໃຫ້​ຮູ້​ວ່າ: ເສັ້ນທາງ 5 ປີ (2021-2025) ຈາກເງິນ ເດືອນ​ສູ່​ຜົນ​ຜະລິດຮ້ອຍລ້ານ ຄວາມ​ພະຍາຍາມ​ທີ່​ບໍ່​ຢຸດ​ຢັ້ງ ໄດ້​ ເກີດ​ດອກ​ອອກ​ຜົນເປັນຕົວເລກ​ ຄວາມ​ສຳເລັດ​ທີ່​ໜ້າ​ພູມໃຈ, ຈາກ​ ງົວ 2 ໂຕ ສູ່​ຝູງ​ງົວ 10 ກວ່າ​ໂຕ, ເຊິ່ງ​ປີ 2019 ໄດ້ຮີບ​ໂຮມ ​ເງິນເດືອນ​ຜົວ-ເມຍ 10.000.000 ກີບ ຊື້​ງົວ​ແມ່​ພັນ 2 ໂຕ, ປີ 2024-2025 ງົວ​ໄດ້​ຂະຫຍາຍຕົວ​ເພີ່ມ​ຂຶ້ນເປັນ 15 ໂຕ, ສ້າງ​ມູນ​ຄ່າ​ສູງ​ເຖິງ 97.000.000 ກີບ, ເມື່ອ​ຄອບ ຄົວ​ມີ​ຄວາມ​ຈຳເປັນ, ໄດ້​ຕັດສິນ​ໃຈ​ຂາຍ​ອອກ 5 ໂຕ ໄດ້​ເງິນ 33.000.000 ກີບ ເພື່ອ​ມາໝູນ ວຽນ, ພ້ອມ​ກັນ​ນີ້, ຍັງ​ໄດ້​ເຮັດ​ສວນ​ມັນຕົ້ນ​ເພີ່ມ​ຕື່ມ​ອີກ ໃນ​ປີ 2020 ໄດ້​ຊື້​ດິນ 2 ເຮັກຕາ, ລົງ ທຶນ 3 ລ້ານ​ກີບ ປູກ​ມັນຕົ້ນ ປີ​ທຳ​ອິດ ສາມາດ​ສ້າງ​ລາຍ​ຮັບ​ໄດ້ 25.000.000 ກີບ, ປີ 2021-2022 ສືບຕໍ່​ລົງທຶນ​ເພີ່ມ​ຂຶ້ນ ແລະ ສາມາດ​ສ້າງ​ລາຍ​ຮັບ​ໄດ້ 30.000.000 ກີບ ແລະ ປີ​ຕໍ່​ມາ​ເພີ່ມ​ຂຶ້ນ 45.000.000 ກີບ ຕາມ​ລຳດັບ, ປີ 2023-2024 ຂະຫຍາຍ​ການ​ເຊົ່າ​ດິນ​ບໍລິສັດ ແລະ ປະຊາຊົນ​ເພີ່ມ ເປັນ 3,5 ເຮັກຕາ, ສາມາດ​ສ້າງ​ລາຍ​ຮັບ​ເພີ່ມ​ຂຶ້ນ​ເປັນ 120.000.000 ກີບ ໃນ​ປີ 2023 ແລະ 123.000.000 ກີບ ໃນ​ປີ 2024. ໃນ​ປີ 2025 ຍັງ​ໄດ້​ກ້າ​ເບ້ຍ​ກາເຟ 50.000 ຕົ້ນ, ສ້າງ​ລາຍ​ຮັບ​ໄດ້ 150.000.000 ກີບ ພ້ອມ​ທັງ​ມີ​ລາຍ​ຮັບເສີມຈາກ​ ການ​ຂາຍ​ໝາກ​ກາເຟ ແລະ ໝາກ​ອາ​ໂວ​ຄາ​ໂດ ອີກ 15.000.000 ກີບ, ລວມ​ລາຍ​ຮັບ​ທັງ​ໝົດ​ໃນ​ໄລຍະ​ຜ່ານ​ມາ ໄດ້ 541.000.000 ກີບ. ໝາກຜົນ​ແຫ່ງ​ຄວາມ​ພະຍາ ຍາມ ຈາກ​ທີ່​ເຄີຍ​ຝືດ​ເຄື່ອງ, ປັດຈຸ ບັນ ຄອບຄົວ​ຂອງ ສະຫາຍ ພັນຕີ ນາງ ປາລິຊາດ ຄຳ​ພິ​ໄລ ໄດ້​ກາຍເປັນຄອບຄົວ​ຕົວ​ແບບ ທີ່​ມີ​ຄວາມ​ເຂັ້ມແຂງ​ທາງ​ດ້ານ​ເສດ ຖະກິດ​ຢ່າງ​ແທ້​ຈິງ, ປັດຈຸບັນມີ​ເຮືອນ​ຖາວອນ 1 ຫຼັງ, ມີ​ທຶນຮອນ​ສຳຮອງ​ໃຫ້​ລູກ​ທັງ 3 ຄົນ ໄດ້​ຮັບ​ການ​ສຶກ​ສາ​ຮ່ຳຮຽນ, ມີ​ພາຫະນະ​ຮັບ​ໃຊ້​ການ​ກະເສດ ຄື: ລົດ​ໄຖ 1 ຄັນ, ລົດຈັກ 3 ຄັນ, ມີ​ດິນ​ປູກ​ສ້າງ 1 ຕອນ, ມີ​ດິນ​ທຳ​ການ​ຜະລິດ 2 ເຮັກຕາ​ກວ່າ ແລະ ມີ​ງົວ 10 ກວ່າ​ໂຕ. ສະຫາຍ ພັນ​ຕີ ນາງ ປາລິຊາດ ຄຳ​ພິ​ໄລ ກ່າວ​ຕື່ມ​ວ່າ: ແຜນການ​ໃນຕໍ່ໜ້າ, ຈະ​ສືບຕໍ່​ປູກ​ກາເຟ​ເພີ່ມ​ອີກ 2.000 ຕົ້ນ (ຈາກທີ່ມີຢູ່ແລ້ວ 8.000 ຕົ້ນ), ເນັ້ນ​ການ​ບົວລະ ບັດ​ໃສ່​ຝຸ່ນ​ປະສົມ​ປະສານ ເພື່ອ​ເພີ່ມ​ຜົນ​ຜະລິດ​ໃນ 3 ປີ​ຂ້າງ​ໜ້າ, ຂະຫຍາຍ​ການ​ກ້າ​ເບ້ຍ​ກາເຟ ເພື່ອ​ສົ່ງ​ອອກ​ຈຳໜ່າຍ​ຕື່ມ​ອີກ. ພ້ອມ​ທັງ​ຝາກ​ເຖິງ​ເອື້ອຍ​ນ້ອງ​ແມ່ຍິງ​ທົ່ວ​ກອງທັບ ກໍ​ຄືທົ່ວປະເທດ ສິ່ງ​ສຳຄັນ​ແມ່ນ​ຄວາມ​ເປັນ​ເອກະ​ພາບ​ໃນ​ຄອບຄົວ ຜົວ-ເມຍ ຕ້ອງ ​ມີ​ຄວາມ​ສາມັກຄີ, ເຄົາລົບ ແລະ ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ, ຕ້ອງ​ມີ​ການ​ຄິດໄລ່​ຢ່າງ​ມີ​ວິທະ ຍາສາດ, ການ​ລົງທຶນ​ຕ້ອງ​ເໝາະ​ສົມ​ກັບ​ເງື່ອນໄຂ​ຕົວ​ຈິງ, ບໍ່​ກູ້ຢືມ ​ເກີນ​ໂຕ, ຕ້ອງ​ໃສ່ໃຈຮຽນຮູ້ເຕັກ ນິກການ​ກະເສດ​ໃໝ່ໆ ເພື່ອ​ເພີ່ມ ​ຜົນ​ຜະລິດ. ຄວາມ​ສຳເລັດດັ່ງ ກ່າວ ຈະ​ເກີດ​ຂຶ້ນ​ບໍ່​ໄດ້ຖ້າ​ຂາດ​ການ​ສຶກ​ສາ​ອົບຮົມ, ການ​ຊີ້​ທິດ ​ເຍືອງ​ທາງ ຈາກ​ພັກ-ລັດ, ການ ຈັດຕັ້ງ​ກອງທັບ ແລະ ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ, ຂໍ​ສະແດງ​ຄວາມ​ຮູ້​ບຸນຄຸນ​ຢ່າງ​ລົ້ນ​ເຫຼືອ ແລະ ຫວັງ​ຢ່າງ​ຍິ່ງ​ວ່າ ເລື່ອງ​ລາວ​ການ​ສູ້​ຊົນ​ຂອງ​ຄອບຄົວ ຈະ​ເປັນ​ແຮງ​ບັນດານ​ໃຈ, ເປັນ​ບົດຮຽນ​ອັນ​ປະເສີດ ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ລາວ​ທຸກ​ຄົນ ມີ​ກຳລັງ​ໃຈ​ໃນ​ການ​ສ້າງ​ເສດຖະກິດ​ຄອບຄົວ ໃຫ້​ຢູ່​ດີ​ກິນ​ດີ, ຫຼຸດຜ່ອນ​ຄວາມທຸກ​ຍາກ ແລະ ຮ່ວມ​ກັນ​ສ້າງສາ​ພັດທະນາ​ປະເທດ​ຊາດ ໃຫ້​ຮັ່ງມີ​ວັດທະນາ​ຖາວອນ. ສະຫາຍ ພັນ​ໂທ ອິນ​ປົນ ເພັດ​ນາວາ ຫົວໜ້າ​ພະແນກການ​ເມືອງ ກອງພັນ​ໃຫຍ່ 502 ໄດ້​ຢັ້ງຢືນ​ວ່າ: ໄລຍະ​ຜ່ານ​ມາ ກົມ​ກອງ​ກໍ​ໄດ້​ສຸມ​ໃສ່​ສ້າງ​ຄອບຄົວ​ຕົວ​ແບບທາງ​ດ້ານ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່, ເຊິ່ງ​ໃນ​ ນີ້ ກໍ​ມີ​ໜຶ່ງ​ຄອບຄົວ ທີ່​ໄດ້​ຮັບ​ການ ​ຢັ້ງຢືນ​ເປັນ​ຄອບຄົວ​ຕົວ​ແບບ​ຂອງ​ກົມ​ກອງ ຄື: ຄອບຄົວ​ຂອງ ສະຫາຍ ພັນ​ຕີ ນາງ ປາລິຊາດ ຄຳ​ພິ​ໄລ ເຫັນ​ວ່າ ພົ້ນ​ເດັ່ນ​ໃນການ ສ້າງ​ເສດຖະກິດ​ປູກຝັງ-ລ້ຽງສັດ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຕົວ​ຈິງ​ຂອງ​ທ້ອງຖິ່ນ​ທີ່​ຕົນ​ສັງກັດ​ຢູ່ ກໍ​ຄື​ປະຕິບັດ​ປະກົດ​ຜົນ​ເປັນ​ຈິງ ຕາມ​ທິດ​ນຳ​ທີ່​ວ່າ ເພິ່ງ​ຕົນ​ເອງ, ກຸ້ມ ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມ ແຂງ ດ້ວຍ​ຕົນ​ເອງ ທີ່​ກົມ​ໃຫຍ່​ພະ ລາທິການ​ກອງທັບ ແລະ ຂໍ້​ແຂ່ງ ຂັນ 3 ດີ ຂອງ​ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ​ວາງ​ອອກ. ໂດຍ: ເຄນ​ໄຊ (ວິທະຍຸ​ກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ