ໄຂສັບປະດາແລກປ່ຽນການສຶກສາ ຈີນ-ອາຊຽນ 2026
ເວລາອອກຂ່າວ: 2026-08-04 10:24:26 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 126 | ຄວາມນິຍົມ: ![]()
ວິທະຍຸ ໂທລະພາບ ສູນກາງຈີນ ລາຍງານ, ສັບປະດາແລກປ່ຽນການສຶກສາ ຈີນ-ອາຊຽນ 2026 ໄດ້ໄຂຂຶ້ນຢູ່ເຂດພັດທະນາໃໝ່ ກຸ້ຍອ່ານ ແຂວງກຸ້ຍໂຈ່ວ ຂອງ ສປ ຈີນ ເມື່ອບໍ່ດົນມານີ້. ໃນພິທີດັ່ງກ່າວ,ໄດ້ມີການເປີດຕົວໂຄງການຮ່ວມມືທີ່ສຳຄັນຫລາຍໂຄງການ ຢ່າງເປັນທາງການ,ໃນນັ້ນ ລວມເຖິງໂຄງການເສີມສ້າງ ຄວາມສາມາດ ດ້ານການສຶກສາອັດສະລິຍະ ຈີນ-ອາຊຽນ, ເປີດປ້າຍ ແລະ ເລີ່ມດຳເນີນງານຂອງສູນສ້າງຂີດຄວາມສາມາດດ້ານດິຈີຕອນ ທາງການສຶກສາ ວິຊາຊີບ ຈີນ-ອາຊຽນ, ສ້າງຕັ້ງສະຖາບັນການປະດິດສ້າງ ແລະ ສ້າງທຸລະກິດຈີນ-ອາຊຽນ. ທ່ານ ເຢີນໂຢວຊຸນ ຮອງລັດຖະມົນຕີກະຊວງການສຶກສາຈີນ ກ່າວວ່າ: ສປ ຈີນ ແລະ ອາຊຽນ ຄວນຍຶດຖືທັດສະນະຄະຕິທີ່ “ປຶກສາຫາລືຮ່ວມກັນ, ສ້າງສາຮ່ວມກັນ, ບົ່ມເພາະຮ່ວມກັນ ແລະ ປະດິດສ້າງຮ່ວມກັນ” ເພື່ອບັນລຸ“ການຊົມໃຊ້ຮ່ວມກັນ”, ລົງເລິກການຮ່ວມມື ທີ່ແທ້ຈິງດ້ານການສຶກສາ ຢ່າງຕໍ່ເນື່ອງ, ເຮັດໃຫ້ໝາກຜົນຂອງການຮ່ວມມື ສາມາດສ້າງຜົນປະໂຫຍດໃຫ້ແກ່ ປະຊາຊົນທຸກປະເທດ ແລະ ເປັນກຳລັງຂັບເຄື່ອນ ໃຫ້ແກ່ ການພັດທະນາ ພາກພື້ນໃນໄລຍະຍາວ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















