ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ກອງຮ້ອຍທະຫານຊາຍແດນ 541 ຮ່ວມກັບ ຄ້າຍທະຫານຊາຍແດນ 671 ເຄື່ອນໄຫວກວດກາຫຼັກໝາຍຊາຍແດນ
ເວລາອອກຂ່າວ: 2026-08-04 11:06:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 272 | ຄວາມນິຍົມ:



ວັນທີ 30 ກໍລະກົດ 2026 ນີ້, ກອງຮ້ອຍທະຫານຊາຍແດນ 541 ກອງບັນຊາການທະຫານແຂວງອັດຕະປື ສປປ ລາວ ແລະ ຄ້າຍທະຫານຊາຍແດນ 671 ກອງບັນຊາການທະຫານແຂວງກວາງຫງາຍ ສສ ຫວຽດນາມ ໄດ້ເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມກັນ 2 ຈຸດ ຄື: ຫຼັກໝາຍທີ 761-763, ຢູ່ທີ່ດ່ານເຣີລ໋ອງ ເຊິ່ງຝ່າຍ ລາວ ນຳໂດຍ ສະຫາຍ ພັນຕີ ບັນດີ ຄີຍະວົງ ຫົວໜ້າການທະຫານ ກອງຮ້ອຍທະຫານຊາຍແດນ 541 ແລະ ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພັນໂທ ບຸຍ ວັນ ແທັງ ຫົວໜ້າການທະຫານ ຄ້າຍທະຫານຊາຍແດນ 671 ພ້ອມດ້ວຍພ້ອມຄະນະ ທັງ 2 ຝ່າຍ ເຂົ້າຮ່ວມ. ໂດຍອີງຕາມແຜນການກວດກາລາດຕະເວນຮ່ວມ 2 ຝ່າຍ ລະຫວ່າງ ກອງບັນຊາການທະຫານແຂວງອັດຕະປື ສປປ ລາວ ແລະ ກອງບັນຊາການທະຫານແຂວງກວາງຫງາຍ ສສ ຫວຽດນາມ ປະຈຳປີ 2026, ໂດຍປະຕິບັດຕາມບົດບັນທຶກ ຄັ້ງວັນທີ 26 ກຸມພາ 2024 ວ່າດ້ວຍຈັດຕັ້ງກອງປະຊຸມກວດກາລາດເວນ 2 ຝ່າຍ ລະຫວ່າງ ກອງຮ້ອຍທະຫານຊາຍແດນ 541 ກອງບັນຊາການທະຫານແຂວງອັດຕະປື ສປປ ລາວ ກັບຄ້າຍທະຫານຊາຍແດນແຂວງກອນຕູມ (ສະບັບເກົ່າ) ປັດຈຸບັນປ່ຽນຊື່ມາເປັນ ແຂວງກວາງຫງາຍ ຢູ່ຂອບເຂດຫຼັກໝາຍ 761-763. ການເຄື່ອນໄຫວກວດກາຫຼັກໝາຍຊາຍແດນຮ່ວມກັນໃນຄັ້ງນີ້, ສະແດງເຖິງຄວາມຮັບຜິດຊອບສູງ ຂອງ 2 ກຳລັງປ້ອງກັນຊາຍແດນ ເຊິ່ງຍາມໃດ ກໍໄດ້ເອົາໃຈໃສ່ຮັກສາ ແລະ ເສີມສ້າງມູນເຊື້ອຄວາມສາມັກຄີອັນດີງາມ ຂອງ 2 ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານໃຫ້ນັບມື້ນັບດີຂຶ້ນ ເວົ້າລວມ, ເວົ້າສະເພາະ ກອງບັນຊາການທະຫານແຂວງອັດຕະປື ແລະ ກອງບັນຊາການທະຫານຊາຍແດນແຂວງກວາງຫງາຍ ໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ, 2 ຝ່າຍໄດ້ເພີ່ມທະວີແລກປ່ຽນສະພາບ ສົມທົບກັນໃນການຄຸ້ມຄອງ ປ້ອງກັນຊາຍແດນ ເພື່ອສະກັດກັ້ນ ແລະ ແກ້ໄຂບັນຫາຕ່າງໆ ທີ່ຈະເກີດຂຶ້ນຕາມຊາຍແດນໃຫ້ທັນເວລາ, ປະຊາຊົນສອງຝ່າຍມີຄວາມສາມັກຄີ ໄປມາຫາສູ່ເຊິ່ງກັນ ແລະ ກັນ, ເຄົາລົບລະບຽບກົດໝາຍຂອບເຂດຊາຍແດນ ຂອງ 2 ຝ່າຍ ມີຄວາມເປັນລະບຽບຮຽບຮ້ອຍທາງສັງຄົມແລະ ຄວາມໝັ້ນຄົງ ທັງ 2 ຊາດ ລາວ-ຫວຽດນາມ. ໂດຍ: ສຸກສະໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ