ມອບເງິນອຸດໜູນ-ນະໂຍບາຍ ໃຫ້ແກ່ຄອບຄົວ ພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2026-08-04 12:00:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2026 ນີ້, ພະແນກປະກັນສັງຄົມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຈັດພິທີ ມອບເງິນອຸດໜູນ-ນະໂຍບາຍ ໃຫ້ແກ່ຄອບຄົວພະນັກງານຜູ້ເສຍຊີວິດ, ໂດຍການເປັນປະທານ ຂອງສະຫາຍພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ນາງ ທອງແພງ ຫົວໜ້າພະແນກປະກັນສັງຄົມ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ, ມີພາກສວນທີ່ກ່ຽວຂ້ອງ ແລະ ຄອບຄົວພະນັກງານ ຜູ້ເສຍຊີວິດ ເຂົ້າຮ່ວມ.
ການມອບເງິນອຸດໜູນເສຍຊີວິດ ຄັ້ງນີ້, ເປັນການປະຕິບັດນະໂຍບາຍ ໃຫ້ແກ່ຄອບຄົວພະນັກງານ ຜູ້ເສຍຊີວິດ ທີ່ໄດ້ປະກອບສ່ວນສ້າງຜົນງານ ແລະ ຄຸນງາມຄວາມດີ ຕໍ່ພາລະກິດຮັບໃຊ້ຊາດ ນັບແຕ່ມື້ເຂົ້າການປະຕິວັດ ຈົນຮອດວິນາທີສຸດທ້າຍ ຢ່າງສົມກຽດ. ໃນນີ້, ປະກອບມີ 6 ຄອບຄົວ ລວມເປັນເງິນ ທັງໝົດ 449 ລ້ານກວ່າກີບ.
ໂດຍ: ບູນຊ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















