ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງພັນໃຫຍ່ 501 ເຜີຍແຜ່ກົດລະບຽບ ກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-08-04 15:31:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 784 | ຄວາມນິຍົມ:



ວັນທີ 4 ສິງຫາ 2026 ນີ້, ກອງພັນໃຫຍ່ 501 ກອງພົນທີ 5 ໄດ້ເຜີຍແຜ່ເຊື່ອມຊຶມກົດລະບຽບກອງທັບປະຊາຊົນລາວ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອິນປັນ ສຸກສົມຫວັງ ຫົວໜ້າຫ້ອງເສນາທິການ ກອງພົນທີ 5, ມີສະຫາຍ ພັນເອກ ສົມເພັດ ສີງຫາວົງ ຫົວໜ້າການເມືອງ ກອງພັນໃຫຍ່ 501, ມີຄະນະພັກ-ຄະນະບັນຊາ ກອງພັນໃຫຍ່, ພະແນກການ, ກອງຮ້ອຍເອກະລາດ, ໂຮງໝໍ, ໝວດ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ອິນປັນ ສຸກສົມຫວັງ ໄດ້ເຜີຍແຜ່ເອກະສານກົດລະບຽບ ກອງທັບປະຊາຊົນລາວ ເຊິ່ງປະກອບມີ XVI ພາກ, 56 ໝວດ, 299 ມາດຕາ. ຈຸດປະສົງ ເພື່ອເຮັດໃຫ້ ນາຍ ແລະ ພົນທະຫານ ໃນທົ່ວກອງພັນໃຫຍ່ 501 ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບບັນດາ ຂໍ້ກຳນົດ, ກົດລະບຽບ ດັ່ງກ່າວ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບ ກອງທັບປະຊາຊົນລາວຢ່າງເຂັ້ມງວດ, ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ແກ່ກອງທັບ ສາມາດເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ ເຂັ້ມແຂງ ເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ ເດັ່ດດຽວຮັບປະກັນໃຫ້ປະເທດຊາດ ກໍຄືຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ. ໂດຍ: ສິດທິພອນ ອາລຸນຍາ+ໄຊຍະຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ