ກອງບັນຊາການທະຫານແຂວງອຸດົມໄຊ ປາຖະກະຖາ ວັນສ້າງຕັ້ງຂະແໜງການ ພະລາທິການກອງທັບຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-04 15:52:09 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 808 | ຄວາມນິຍົມ: ![]()
ວັນທີ 4 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ປາຖະກະຖາ ວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຄົບຮອບ 70 ປີ (5 ສິງຫາ 1956-5 ສິງຫາ 2026), ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງອຸດົມໄຊ, ມີສະຫາຍ ພັນເອກ ບຸນທອງ ໄຊຍະແສງ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາການ ອົງການ 5 ຫ້ອງ, ກອງບັນຊາການທະຫານເມືອງ, ກອງພັນ, ໂຮງຮຽນ, ໂຮງໝໍ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ຜູ້ຮັບຜິດຊອບວຽກງານພະລາທິການ ເຂົ້າຮ່ວມ.
ສະຫາຍ ພັນເອກ ສັກສົມບັດ ແກ້ວສິດທິວົງສາ ໄດ້ເລົ່າຄືນມູນເຊື້ອ ວັນສ້າງຕັ້ງຂະແໜງການພະລາທິການກອງທັບ ຕະຫຼອດໄລຍະ 70 ປີ ເພື່ອລໍ້າລຶກເຖິງຜົນງານ, ຄຸນງາມຄວາມດີ ຂອງພະນັກງານ-ສະມາຊິກພັກ, ຕະຫຼອດຮອດພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຜູ້ທີ່ເສຍສະຫຼະເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດ ແລກກັບອິດສະລະພາບເຂົ້າມາໃນກຳມື ກໍຄືກັບຄວາມຢູ່ເຢັນເປັນສຸກ ຂອງຜືນແຜ່ນດິນລາວ. ທັງນີ້, ເພື່ອສຶກສາອົບຮົມ ໃຫ້ພະນັກງານ-ນັກຮົບ ຮຸ່ນໃໝ່ ກໍຄືພະນັກງານ-ນັກຮົບ ຜູ້ຮັບຜິດຊອບວຽກງານພະລາທິການ ໄດ້ຮັບຮູ້, ເຊື່ອມຊຶມ ແລະ ກຳແໜ້ນຕື່ມ ກ່ຽວກັບປະຫວັດຄວາມເປັນມາ, ຜົນງານການເຕີບໃຫຍ່ຂະຫຍາຍຕົວ ຂອງຂະແໜງການພະລາທິການກອງທັບ ໃນແຕ່ລະໄລຍະ ເພື່ອພ້ອມກັນຮໍ່າຮຽນເອົາເປັນແບບຢ່າງ ແລະ ເປັນແນວທາງ ໃນການເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນພະນັກງານ ທີ່ດີເດັ່ນຂອງກົມກອງ.
ໂດຍ: ສົມພູນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















