ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ນຳສະເໜີເຄື່ອງມືປະເມີນຕົນເອງ ສຳລັບຄູຊັ້ນປະຖົມສຶກສາ ເພື່ອສົ່ງເສີມຄຸນນະພາບການສອນ
ເວລາອອກຂ່າວ: 2026-08-04 16:10:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 769 | ຄວາມນິຍົມ:



ວັນທີ 4 ສິງຫາ 2026 ນີ້, ກະຊວງສຶກສາທິການ ແລະ ກິລາ (ສສກ) ໂດຍໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ໄດ້ນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູຢ່າງເປັນທາງການ, ໂດຍການເປັນປະທານຮ່ວມ ຂອງທ່ານ ປອ ລຳພູນ ຫຼວງໄຊ ຫົວໜ້າກົມພັດທະນາຄູ ແລະ ການບໍລິຫານການສຶກສາ ກະຊວງ ສສກ, ທ່ານ ນາງ ເຄດ ກູດຟຣູດ ເລຂານຸການໂທ ສະຖານທູດອົດສະຕຣາລີ, ມີຜູ້ຕາງໜ້າຈາກ ກົມພັດທະນາຄູ ແລະ ການບໍລິຫານການສຶກສາ, ກົມສາມັນສຶກສາ, ກົມຈັດຕັ້ງ, ກົມປະກັນຄຸນນະພາບການສຶກສາ, ກົມແຜນການ ແລະ ການເງິນ, ພະແນກ ສສກ 8 ແຂວງ, ວິທະຍາໄລຄູ 8 ແຫ່ງ ແລະ ຄູ່ຮ່ວມພັດທະນາເຂົ້າຮ່ວມ. ທ່ານ ປອ ລຳພູນ ຫຼວງໄຊ ໄດ້ກ່າວວ່າ: ເຄື່ອງມືປະເມີນຕົນເອງສຳລັບຄູ ແມ່ນບາດກ້າວທີ່ສຳຄັນ ໃນການສະໜັບສະໜູນຄູ ໃຫ້ສະທ້ອນຄືນເຖິງການປະຕິບັດຂອງເຂົາເຈົ້າ ເພື່ອເສີມສ້າງທັກສະ ແລະ ຕອບສະໜອງຄວາມຕ້ອງການ ຂອງນັກຮຽນໄດ້ດີຂຶ້ນ. ໂດຍການເຊື່ອມໂຍງເຄື່ອງມືປະເມີນຕົນເອງສຳລັບຄູກັບມາດຕະຖານການສອນຊັ້ນປະຖົມສຶກສາ, ພວກເຮົາກຳລັງສ້າງລະບົບທີ່ເຂັ້ມແຂງຂຶ້ນ ເພື່ອສະໜັບສະໜູນຄຸນນະພາບການສອນ ແລະ ປະກອບສ່ວນເຂົ້າໃນການປັບປຸງຜົນການຮຽນ ຂອງນັກຮຽນທຸກຄົນໃຫ້ດີຂຶ້ນ. ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ມາຍັງລັດຖະບານອົດສະຕຣາລີ ສຳລັບການຮ່ວມມືທີ່ຍາວນານ ແລະ ການສະໜັບສະໜູນດ້ານວິຊາການ ພ້ອມດ້ວຍງົບປະມານຢ່າງຕໍ່ເນື່ອງ ໂດຍຜ່ານແຜນງານບີຄວາ ເຊິ່ງມີບົດບາດສຳຄັນໃນການໃນການສະໜັບສະໜູນຊ່ວຍ ກະຊວງ ສສກ ເພື່ອພັດທະນາເຄື່ອງມືນີ້. ການນຳສະເໜີເຄື່ອງມືໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງການຮ່ວມມືທີ່ແໜ້ນແຟ້ນ ລະຫວ່າງ ກະຊວງ ສສກ ແລະ ລັດຖະບານອົດສະຕຣາລີ ໂດຍຜ່ານແຜນງານບີຄວາ ພ້ອມທັງ ໄດ້ຮ່ວມມືກັບ ພະແນກ ສສກແຂວງ ແລະ ວິທະຍາໄລຄູ. ການຮ່ວມມືຂອງພວກເຮົາ ມີຄວາມມຸ່ງໝັ້ນທີ່ຈະພັດທະນາພື້ນຖານຂອງການສຶກສາຂັ້ນພື້ນຖານ ໂດຍການຊ່ວຍເຫຼືອຄູ ໃນການກຳນົດຄວາມຕ້ອງການໃນການຮຽນຮູ້ຂອງເຂົາເຈົ້າ ແລະ ປັບປຸງການສອນເຄື່ອງມືປະເມີນຕົນເອງສຳລັບຄູ ຈະສະໜັບສະໜູນການສອນໃນຫ້ອງຮຽນທີ່ມີປະສິດທິພາບຫຼາຍຂຶ້ນ. ໃນຂະນະດຽວກັນ, ການສອນທີ່ດີຂຶ້ນ ຈະນຳໄປສູ່ການມີສ່ວນຮ່ວມ ຂອງນັກຮຽນຂຶ້ນ, ການຮຽນທີ່ເຂົ້າໃຈດີຂຶ້ນກວ່າເກົ່າ ແລະ ຜົນໄດ້ຮັບທາງດ້ານການຮຽນຮູ້ທີ່ດີຂຶ້ນ, ຊ່ວຍໃຫ້ໄວໜຸ່ມພັດທະນາທັກສະ ແລະ ມີຄວາມໝັ້ນໃຈທີ່ຕ້ອງການສຳລັບອະນາຄົດ. ການນຳສະເໜີເຄື່ອງມືປະເມີນຕົນເອງສຳລັບຄູ ເປັນບາດກ້າວທີ່ສຳຄັນໃນການສົ່ງເສີມລະບົບການພັດທະນາຄູໃນ ສປປ ລາວ. ເຄື່ອງມືຈະຊ່ວຍຮັບປະກັນວ່າ ການພັດທະນາທັກສະຂອງຄູ ໄດ້ຕາມເປົ້າໝາຍ, ປະຕິບັດໄດ້ຈິງ ແລະ ເຊື່ອມໂຍງກັບການສອນຕົວຈິງໃນຫ້ອງຮຽນ, ພ້ອມທັງສະໜັບສະໜູນເປົ້າໝາຍແຫ່ງຊາດ ໃນການປັບປຸງຄຸນນະພາບການສຶກສາສຳລັບນັກຮຽນທຸກຄົນ. ການນຳສະເໜີ ແລະ ການສົນທະນາໃນກອງປະຊຸມ ໃນມື້ນີ້ ມີຈຸດປະສົງ ເພື່ອສ້າງຄວາມເຂົ້າໃຈຮ່ວມກັນກ່ຽວກັບເຄື່ອງມືປະເມີນຕົນເອງຂອງຄູ, ກຳນົດເງື່ອນໄຂທີ່ຈຳເປັນສຳລັບການຈັດຕັ້ງປະຕິບັດຢ່າງມີປະສິດທິພາບ, ອະທິບາຍບົດບາດ ແລະ ຄວາມຮັບຜິດຊອບ ຂອງບັນດາພະແນກການຕ່າງໆ ຂອງກະຊວງ ສສກ ແລະ ວາງແຜນເພື່ອເຊື່ອມໂຍງເຄື່ອງມືນີ້ ເຂົ້າໃນລະບົບທີ່ມີຢູ່ແລ້ວ ເຊັ່ນ: ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ, ການປະເມີນຜົນ, ການປະເມີນຜົນງານ ແລະ ລະບົບປະກັນຄຸນນະພາບມາດຕະຖານຄຸນນະພາບພື້ນຖານ (FQS). ໂດຍ: ສຸກສົງການ ຫຼ້າບຸນມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ