ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 19 ສິງຫາ 2026

  

ກອງ​ບັນຊາ​ການ​ທະຫານ​ເມືອງ​ສະໜາມ​ໄຊ ສຳເລັດ​ການ​ປັກ​ດຳນາ​ປີ ຕາມ​ລະດູ​ການ ປະຈຳ​ປີ 2026
ເວລາອອກຂ່າວ: 2026-08-05 08:50:43 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ:



ເພື່ອ​ເປັນ​ການຈັດຕັ້ງ​ປະຕິບັດ​ຕາມ​ແນວທາງ​ນະໂຍບາຍ​ຂອງ​ພັກ ໃນ​ການ​ສ້າງ​ພະລາທິການ​ກັບ​ທີ່ ດ້ວຍ​ທິດ​ນຳ "ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ", ໃນ​ທ້າຍ​ເດືອນ​ກໍລະກົດ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ເມືອງ​ສະໜາມ​ໄຊ ໄດ້​ສຳເລັດ​ການ​ປັກ​ດຳນາ​ປີ ຕາມ​ລະດູ​ການ ປະຈຳ​ປີ 2026, ໂດຍ​ການ​ເຂົ້າ​ຮ່ວມ​ຢ່າງ​ຫ້າວຫັນ​ຈາກ​ຄະນະ​ພັກ-ຄະນະ​ບັນຊາ ພ້ອມ​ດ້ວຍ​ອ້າຍ​ນ້ອງ​ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ. ສະຫາຍ ພັນ​ຕີ ເພັດ​ສະໄໝ ເຢດ​ມີ​ສິນ ໄດ້​ໃຫ້​ຮູ້​ວ່າ: ຜົນສຳເລັດ​ຂອງ​ການ​ປັກ​ດຳນາ​ປີ​ໃນ​ຄັ້ງ​ນີ້ ແມ່ນ​ເກີດ​ຈາກ​ຄວາມ​ສາມັກຄີ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ ແລະ ຄວາມ​ດຸໝັ່ນ​ຂະຫຍັນ​ພຽນ​ຂອງ​ອ້າຍ​ນ້ອງ​ນັກຮົບ​ທຸກ​ສະຫາຍ ທີ່​ໄດ້​ພ້ອມ​ກັນ​ສຸມ​ທຸກ​ກຳລັງ​ແຮງ​ງານ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ ບໍ່​ພຽງ​ແຕ່​ເປັນ​ການ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ຂັ້ນ​ເທິງ​ເທົ່າ​ນັ້ນ, ແຕ່​ຍັງ​ເປັນ​ການ​ຮັບປະກັນ​ທາງ​ດ້ານ​ສະບຽງ​ອາຫານ​ທີ່​ໝັ້ນຄົງ​ໃຫ້​ແກ່​ກົມ​ກອງ​ອີກ​ດ້ວຍ. ທັງ​ນີ້​ກໍ​ເພື່ອ​ເປັນ​ການ​ສ້າງ​ເສດຖະກິດ​ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​ຂອງ​ກົມ​ກອງ ແມ່ນ​ໜຶ່ງ​ໃນ​ໜ້າທີ່​ການເມືອງ​ທີ່​ສຳຄັນ ຄຽງ​ຄູ່​ກັບ​ການ​ຝຶກແອບ​ວິຊາ​ສະເພາະ ແລະ ການ​ກຽມພ້ອມ​ເຮັດ​ໜ້າທີ່​ປົກ​ປັກ​ຮັກ ສາ​ຄວາມ​ສະຫງົບ​ຂອງ​ຊາດ. ໂດຍ: ພອນ​ສຸກ ແສງ​ອາ​ລຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ