ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ຫ້ອງ​ການເມືອງ​ທະຫານ ແຂວງ​ຫຼວງ​ພະ​ບາງ ມອບ​ຫຼຽນ​ກາ​ລະນຶກ 50 ປີ ວັນ​ສະຖາປະນາ ​ສປປ ລາວ
ເວລາອອກຂ່າວ: 2026-08-05 08:54:49 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ:



ໃນ​ວັນ​ທີ 29 ກໍລະກົດ 2026 ນີ້, ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ ແຂວງ​ຫຼວງ​ພະ​ບາງໄດ້​ມອບ​ຫຼຽນ​ກາ​ລະນຶກ 50 ປີເນື່ອງ​ໃນ​ໂອກາດ ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ວິລະ​ສິນ ມິດ​ຕະ​ພອນ ສະມາຊິກ​ສະພາ​ແຫ່ງ​ຊາດ, ຮອງ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ການເມືອງ​ທະຫານ​ແຂວງ​ຫຼວງ​ພະ​ບາງ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ອົງການ, ກົມ​ກອງ​ອ້ອມ​ຂ້າງ ແລະ ພະນັກງານ-ນັກຮົບ ພາຍ​ໃນ​ກົມ​ກອງ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບຸນ​ເພັງ ພັນ​ພວງ​ເພັດ ຫົວໜ້າ​ພະ​ແນກ​ນະໂຍບາຍ ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ ແຂວງ​ຫຼວງ​ພະ​ບາງ​ໄດ້​ຜ່ານ​ລັດ​ຖະ​ດຳລັດ ຂອງ​ປະທານ​ປະເທດ, ວ່າ​ດ້ວຍ​ການ​ມອບ​ຫຼຽນ​ກາ​ລະນຶກ 50 ປີ ວັນ​ສະຖາປະນາ ສາທາລະນະ​ລັດ ປະຊາທິປະໄຕ ປະຊາຊົນ​ລາວ, ໃຫ້​ພະນັກງານ ຢູ່​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ ແຂວງ​ຫຼວງ​ພະ​ບາງ ຜູ້​ທີ່​ມີ​ຜົນງານ, ຄຸນງາມຄວາມດີ​ໃນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ຕະຫຼອດ​ໄລຍະ​ຜ່ານ​ມາ, ເຊິ່ງ​ໃນ​ນີ້ ຫ້ອງ​ການເມືອງ​ທະຫານ​ແຂວງ ມີ​ພະນັກງານ ​ໄດ້​ຮັບ​ຫຼຽນ​ກາ​ລະນຶກ 50 ປີ ຈຳນວນ 86 ສະຫາຍ, ໃນ​ພິທີ​ຄະນະ​ພັກ-ຄະນະ​ບັນຊາ​ຫ້ອງ​ການເມືອງ​ທະຫານ​ແຂວງ ໄດ້​ຜັດປ່ຽນ​ກັນ​ຂຶ້ນ​ປະດັບ​ຫຼຽນ​ກາ​ລະນຶກ ໃຫ້​ພະນັກງານ-ສະມາຊິກ​ພັກຜູ້​ທີ່​ມີ​ຜົນງານ​ດີເດັ່ນ​ຢ່າງ​ສົມ​ກຽດ. ໂດຍ: ບຸນ​ເພັງ ວົງ​ແກ້ວ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ