ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 16 ສິງຫາ 2026

  

ສູນ​ເຝິກ​ກອງ​ພົນ​ທີ 5 ຍົກ​ສູງ​ວຽກ​ງານ​ການ​ຮຽນ-ການ​ສອນ ໃຫ້​ມີ​ຄຸນ​ນະ​ພາບ​ອັນ​ໃໝ່
ເວລາອອກຂ່າວ: 2026-08-05 09:04:48 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 167 | ຄວາມນິຍົມ:



ໂດຍ​ປະຕິບັດ​ຕາມ​ທິດ​ທາງ​ແຜນການປັບປຸງ​ກໍ່ສ້າງ​ກຳລັງ​ປະກອບ​ອາວຸດ ໃຫ້​ມີ​ແບບແຜນ ແລະ ທັນ​ສະໄໝ ຕາມ​ແນວທາງ​ຂອງ​ພັກ, ອີງ​ຕາມ​ທິດ​ຊີ້​ນຳ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ກໍ​ຄື ມະ ຕິ​ກອງ​ປະຊຸມ​ໃຫຍ່ ຄັ້ງ​ທີ VII ຂອງ​ອົງຄະ​ນະ​ພັກ ກອງ​ພົນ​ທີ 5 ວ່າ​ດ້ວຍ​ການ​ປັບປຸງ-ກໍ່ສ້າງ​ກຳລັງ ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ​ໃນ​ທຸກ​ດ້ານ, ສ້າງ​ພະນັກງານ-ນັກຮົບ ໃຫ້​ມີ​ລະບຽບ​ວິໄນ​ເຂັ້ມ​ງວດ ແລະ ສ້າງ​ກອງ​ວັດທະນະທຳ. ສູນ​ ເຝິກ​ກອງ​ພົນ​ທີ 5 ພາຍໃຕ້ການ​ ຊີ້​ນຳ-ນຳພາ​ໂດຍ​ກົງ ແລະ ຮອບດ້ານ ຈາກ​ຄະນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 5 ໄດ້​ຈັດ​ຕັ້ງ​ຜັນ​ຂະ ຫຍາຍ​ມະຕິ, ຄຳ​ສັ່ງ ແລະ ທິດ​ທາງ​ແຜນການ ຢ່າງ​ຕັ້ງໜ້າ ເພື່ອ ​ກໍ່ສ້າງ-ບຳລຸງ ພະນັກງານ-ນັກ ຮົບ ໃຫ້​ມີ​ແນວ​ຄິດ​ການເມືອງ​ໜັກ ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິ ວັດ, ມີ​ຄວາມ​ຮູ້-ຄວາມ​ສາມາດ ແລະ ລະດັບ​ວິຊາ​ສະເພາະ ພ້ອມ​ທັງ​ປະຕິບັດ​ທຸກ​ໜ້າທີ່ ທີ່​ຂັ້ນ​ເທິງ​ມອບ​ໝາຍ​ໃຫ້. ສະຫາຍ ພັນ​ໂທ ຄຳ​ພັດ ແສນ​ຜາ​ສົມ​ພູ ຫົວໜ້າ​ການທະ ຫານ ສູນ​ເຝິກ​ກອງ​ພົນ​ທີ 5 ໃຫ້​ຮູ້​ ວ່າ: ໄລຍະ​ຜ່ານ​ມາສູນເຝິກ ​ໄດ້​ເອົາໃຈໃສ່​ປະຕິບັດ​ໜ້າທີ່​ການ ເມືອງ ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ແລະ ມີ​ຜົນ​ເລັດ​ຫຼາຍ​ດ້ານ, ພົ້ນ​ເດັ່ນ​ແມ່ນ ໄດ້​ຈັດ​ຕັ້ງ​ປະຕິບັດ​ແຜນການ​ກໍ່ສ້າງ-ບຳລຸງ ໃນນີ້, ກໍ່ສ້າງ​ນາຍ​ສິບ​ທະຫານ​ຮາບ ລະ ບົບ 1 ປີ ໄດ້ 10 ຊຸດ, ມີ​ຈຳນວນ​ນັກຮຽນ​ທັງ​ໝົດ 1.000 ກວ່າ​ສະຫາຍ, ຄຸນ​ນະ​ພາບ​ສະເລ່ຍ 98,88%, ບຳລຸງ​ພະນັກງານ​ບັນ ຊາ​ຂັ້ນ​ກອງພັນ, ກອງຮ້ອຍລະ ບົບ 6 ເດືອນ ໄດ້ 4 ຊຸດ, ຈຳນວນ​ນັກຮຽນ 120 ສະຫາຍ, ຄຸນ​ນະ​ພາບ​ສະເລ່ຍ 95,7%, ບຳລຸງ​ພະນັກງານ​ການເມືອງ ຂັ້ນກອງ ພັນ-ກອງຮ້ອຍ ລະບົບ 6 ເດືອນ ໄດ້ 3 ຊຸດ, ມີ​ຈຳນວນ​ທັງ​ໝົດ 90 ສະຫາຍ, ຄຸນ​ນະ​ພາບ​ສະເລ່ຍ 93,33%, ປັດຈຸບັນ​ກຳລັງ​ກະ ກຽມ​ເປີດ​ຊຸດ​ທີ 4 ມີ ນັກຮຽນ​ທັງ ​ໝົດ 30 ສະຫາຍ. ອີງ​ຕາມຄວາມ​ ຮຽກຮ້ອງ​ຕ້ອງການ​ຂອງ​ໜ້າທີ່​ວຽກ​ງານ ໃນ​ໄລຍະ​ຜ່ານ​ມາ ຄະ ນະ​ພັກ-ຄະນະ​ບັນຊາ ກອງ​ພົນ​ທີ 5 ຍັງ​ໄດ້​ເປີດ​ຊຸດ​ກໍ່ສ້າງ​ວິຊາ​ສະເພາະ ຮັບ​ໃຊ້-ຮັບປະກັນ ທີ່​ຈຳເປັນ​ຕື່ມ​ອີກ ເຊັ່ນ: ກໍ່ສ້າງ​ແພດ​ ຊັ້ນ​ຕົ້ນ 1 ຊຸດ ຈຳນວນ 60 ສະ ຫາຍ, ກໍ່ສ້າງ​ອຸປະໂພກ​ຊັ້ນ​ຕົ້ນ 1 ຊຸດ ຈຳນວນ 60 ສະຫາຍ, ກໍ່ສ້າງ​ປຸງ​ແຕ່ງ​ຊັ້ນ​ຕົ້ນ 1 ຊຸດ ຈຳນວນ 60 ສະຫາຍ, ກໍ່ສ້າງ​ຍຸດ​ໂທ​ຊັ້ນ​ຕົ້ນ 1 ຊຸດ ຈຳນວນ 30 ສະຫາຍ, ກໍ່ສ້າງ​ວິຊາ​ສະເພາະ​ນັກ​ຂັບ​ຂີ່​ລົດ​ການ​ທະຫານ 1 ຊຸດ ຈຳນວນ 55 ສະຫາຍ. ຜ່ານ​ການຈັດຕັ້ງ​ປະຕິ ບັດ ແຜນການ​ຮຽນ-ການ​ສອນ ດັ່ງກ່າວສາມາດ​ບັນລຸໄດ້ຕາມຈຸດ ປະສົງ​ຄາດໝາຍ ແລະ ຮັບປະ ກັນ​ຄວາມ​ສະຫງົບ​ປອດ​ໄພ 100%. ເພື່ອ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຮຽນ-ການ​ສອນ ກ້າວ​ເຂົ້າ​ສູ່​ຄຸນ​ນະ​ພາບ​ອັນ​ໃໝ່, ຄະນະ​ພັກ-ຄະນະ​ບັນຊາ ໄດ້​ກຳນົດ 3 ວຽກ​ງານ ດັ່ງນີ້: ວຽກ​ງານ​ການ​ຄຸ້ມ​ຄອງ​ດ້ານ​ລະບຽບ​ແບບແຜນ ໄດ້​ ຈັດ​ຕັ້ງ​ກວດກາ​ລະບຽບ​ລວມ​ທົ່ວ​ສູນ​ເຝິກ​ເປັນ​ປະຈຳ​ທຸກໆ​ອາ ທິດ ໂດຍ​ອີງໃສ່ ຂໍ້​ກຳນົດ 7 ລະ ບອບ 18 ວຽກ ຂອງ​ກອງທັບ, ກວດກາ​ລະບຽບ​ບຸກຄົນ ເຊັ່ນ: ການ​ນຸ່ງ​ຖື​ເຄື່ອງ​ແບບ ແລະ ຕັດ​ຜົມ​ຂອງ​ພະນັກງານ-ນັກຮົບ​ເພດ​ຊາຍ, ກວດກາ​ລະບຽບ​ສ່ວນ ​ລວມ ເຊັ່ນ: ການ​ປະຕິບັດໂມງເວ ລາ​ເຂົ້າ​ການ-ເລີກ​ການ, ກວດກາ​ຈຳນວນ​ພົນ, ແລະ ການ​ຮັກສາ​ຄວາມ​ສະອາດ​ສະຖານທີ່ ຫ້ອງ ການ, ສະໂມສອນ, ຫ້ອງ​ຮຽນ, ເຮືອນນອນ, ເຮືອນຄົວ ແລະ ຫ້ອງ​ນ້ຳ, ຈັດ​ຕັ້ງ​ສະຫຼຸບ​ຖອດ​ຖອນ​ບົດຮຽນ​ທຸກໆ ອາທິດ ເພື່ອ​ ຖອດ​ຖອນ​ບົດຮຽນ​ດ້ານດີ ແລະ ແກ້​ໄຂ​ດ້ານ​ອ່ອນ. ຜົນ​ໄດ້​ຮັບ ເຫັນ​ວ່າ: ພະນັກງານ-ນັກຮົບ ມີ​ການ​ຫັນປ່ຽນ​ດີ​ຂຶ້ນ​ຢ່າງ​ຈະແຈ້ງ, ນຸ່ງ​ຖື​ເປັນ​ລະບຽບ ແລະ ປະຕິບັດ​ໂມງ​ເວລາ​ຂຶ້ນ-ລົງ​ຫ້ອງ​ຮຽນ ຢ່າງ​ເຂັ້ມ​ງວດ. ວຽກ​ງານ​ການ​ຄຸ້ມ​ຄອງ​ດ້ານ​ການ​ຮຽນ-ການ​ສອນ ໄດ້​ຄຸ້ມ​ຄອງ​ເອກະສານ ແລະ ຕຳລາ​ການຮຽນ-ການສອນ ຕາມໂຄງການ​ຫຼັກສູດທີ່ກົມໂຮງ ຮຽນກົມ ໃຫຍ່ເສນາທິການ ກອງ ທັບ​ກຳນົດ​ໄວ້ຢ່າງ​ເຂັ້ມ​ງວດ, ຊີ້​ ນຳ​ພະ​ແນກ​ເສນາ-ອົບຮົມເອົາ ໃຈໃສ່​ຄົ້ນຄວ້າ​ເອກະສານ ແລະ ແນະນຳ​ຄູ-ອາຈານ ໃຫ້​ແຕ່ງ​ບົດ ​ສອນ​ຖືກຕ້ອງ​ຕາມ​ເນື້ອ​ໃນຕົ້ນ ຕໍ, ເນັ້ນ​ຈຸດ​ໜັກ-ຈຸດ​ສຳຄັນ ແລະ ສອດຄ່ອງ​ກັບ​ສະ ພາບ​ການ​ຕົວ​ຈິງ, ວຽກ​ງານ​ການ​ຄຸ້ມ​ຄອງ​ນັກ ຮຽນອີງໃສ່​ກົດ​ລະບຽບ​ຂອງ​ກອງທັບ ແລະ ຂໍ້​ກຳນົດຂອງ​ສູນ​ເຝິກ ເພື່ອ​ສ້າງ​ກົມ​ກອງ​ໃຫ້​ມີ​ລະບຽບ​ແບບແຜນ, ຊີ້​ນຳ​ບັນດາ​ພະແນກການ ແລະ ກົມ​ກອງ ຕິດ ຕາມ​ກວດກາ​ການ​ປະຕິບັດ 7 ລະ ບອບ 18 ວຽກ ຢ່າງໃກ້ຊິດ, ກຳ​ ແໜ້ນ​ຊີວະ​ປະຫວັດ, ສະພາບການ ເມືອງ-ແນວ​ຄິດ,ຫຼັກ​ໝັ້ນ​ຊົນ ​ຊັ້ນ, ຈຳນວນ​ພົນ, ການເຂົ້າ​ການ-ເລີກ​ ການເປັນ​ປະຈຳ. ຜ່ານ​ການຈັດ ຕັ້ງ​ປະຕິບັດກົມ​ກອງ​ມີ​ຄວາມ​ສະຫງົບ​ປອດ​ໄພ 100% ແລະ ສາມາດ​ຕ້ານ, ສະກັດ​ກັ້ນ​ປະກົດ​ການ​ຫຍໍ້ ທໍ້​ຕ່າງໆ ຢ່າງ​ມີ​ປະ​ສິດທິ​ຜົນ. ສະຫາຍ ພັນ​ໂທ ຄຳ​ພັດ ແສນ​ຜາ​ສົມ​ພູ ໃຫ້​ຮູ້​ຕື່ມ​ວ່າ: ທິດ​ທາງ​ໃນຕໍ່ໜ້າ ຈະ​ສືບຕໍ່​ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ, ພາລະກອນ ແລະ ນັກຮຽນ​ທຸກ​ສະຫາຍ ໃຫ້​ເຊື່ອມ​ຊຶມ​ແນວທາງຂອງພັກ, ກົດໝາຍ​ຂອງ​ລັດ, ແລະ ປະຕິບັດ ​ຂໍ້​ກຳນົດ ກົດ​ລະບຽບ​ຂອງ​ກອງ ທັບ ໂດຍ​ສະເພາະ 7 ລະບອບ 18 ວຽກ​ຂອງ​ກອງທັບ, ຈັດ​ຕັ້ງ ​ປະຕິບັດ​ໂຄງການ​ຫຼັກສູດຢ່າງ ເຂັ້ມ​ງວດ ພ້ອມ​ທັງ​ປັບປຸງ​ບາງ​ເນື້ອ​ໃນໃຫ້​ແທດເໝາະ​ກັບ​ສະ ພາບ​ຕົວ​ຈິງ ເພື່ອ​ໃຫ້​ນັກຮຽນ​ກຳ​ແໜ້ນ​ທິດ​ສະ​ດີ-ຫຼັກການ ແລະ ນຳໄປ​ຈັດ​ຕັ້ງ​ປະຕິບັດໄດ້ຢ່າງມີ ປະ​ສິດທິ​ຜົນ, ສືບຕໍ່​ຍົກ​ລະດັບ​ຄວາມ​ຮູ້-ຄວາມ​ສາມາດ​ວິຊາສະ ເພາະ​ຂອງ​ຄູ-ອາຈານ, ສູ້​ຊົນສ້າງ​ ຄູ​ສອນ​ດີ-ສອນ​ເກັ່ງ ແລະ ນັກ ຮຽນ​ຮຽນ​ດີ-ຮຽນເກັ່ງໃຫ້​ບັນ ລຸ 90% ຂຶ້ນ​ໄປ, ສືບຕໍ່​ປັບປຸງພື້ນ ຖານ​ໂຄງ​ລ່າງ, ຄ້າຍຄູ ໃຫ້ແໜ້ນ ໜາ-ຖາວອນ, ສະອາດ, ສວຍ​ງາມ; ເອົາໃຈໃສ່​ຕິດຕາມ​ກວດ ກາພະນັກງານ-ນັກຮົບ ຜູ້​ທີ່​ມີ​ຜົນ ງານ​ດີເດັ່ນ ແລະ ສຳເລັດ​ໃນ​ໜ້າທີ່​ວຽກ​ງານ​ຕົວ​ຈິງ ເພື່ອ​ປະຕິບັດ​ນະ ໂຍບາຍ ຕາມ​ຄວາມ​ເໝາະ​ສົມ ແລະ ເຂັ້ມ​ງວດ​ເດັດຂາດ ຕໍ່​ຜູ້​ທີ່​ລະເມີດ ແລະ ຝ່າຝືນ​ຕໍ່​ຂໍ້​ກຳນົດ ກົດ​ລະບຽບ​ຂອງ​ກອງທັບ ກໍ​ຄື ຂອງ​ສູນ​ເຝິກ​ວາງ​ອອກ ດ້ວຍ​ມາດ​ຕະການ​ຕ່າງໆ ຕາມ​ກໍລະນີ​ທີ່​ກະທຳ​ຜິດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ