ອິນໂດເນເຊຍ ເລີ່ມສ້າງໂຮງໄຟຟ້າພະລັງງານຂີ້ເຫຍື້ອ
ເວລາອອກຂ່າວ: 2026-08-05 09:17:45 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ: ![]()
ສຳນັກຂ່າວຊິນຮວາ ລາຍງານເມື່ອບໍ່ດົນມານີ້, ປະເທດອິນໂດເນເຊຍ ໄດ້ເລີ່ມກໍ່ສ້າງໂຄງການສ້າງໂຮງໄຟຟ້າພະລັງງານຂີ້ເຫຍື້ອ ເລໂກກ ນັງກາ ຢູ່ແຂວງຊວາຕາເວັນຕົກ ເພື່ອແນໃສ່ຂະຫຍາຍຂີດຄວາມສາມາດໃນການບຳບັດຂີ້ເຫຍື້ອ ແລະ ການຜະລິດ ພະລັງງານໝູນວຽນຜ່ານການໃຊ້ເຕັກໂນໂລຊີການເຜົາໄໝ້ ທີ່ ອຸນຫະພູມສູງ ເພື່ອປ່ຽນຂີ້ເຫຍື້ອ ລວມເຖິງຂີ້ເຫຍື້ອ ປລາສຕິກ ໃຫ້ກາຍເປັນກະແສໄຟຟ້າ ແລະ ເຊື້ອໄຟທາງເລືອກ. ນອກຈາກນີ້ ເຕັກໂນໂລຊີ ດັ່ງ ກ່າວ ຍັງຖືກອອກແບບມາເພື່ອຫຼຸດຜ່ອນການປ່ອຍມົນລະພິດ ທີ່ເປັນອັນຕະລາຍໃຫ້ໜ້ອຍທີ່ສຸດອີກດ້ວຍ.
ທ່ານ ຢູລີໂອດ ຕັນຈຸງ ລັດຖະມົນຕີກະຊວງພະລັງງານ ແລະ ຊັບພະຍາກອນແຮ່ທາດ ອິນໂດເນເຊຍ ກ່າວໃນພິທີວາງສິລາລຶກວ່າ: ໂຄງການດັ່ງກ່າວ ຈະສາມາດ ສ້າງວຽກເຮັດງານທຳໄດ້ ປະມານ 1,500 ຕຳແໜ່ງ ແລະ ມີກຳລັງການຜະລິດໄຟຟ້າປະມານ 40 ເມກາວັດ.
ໂຮງໄຟຟ້າແຫ່ງນີ້ ຈະປ່ຽນຂີ້ເຫຍື້ອໃຫ້ເປັນພະລັງງານໝູນ ວຽນ ເຊິ່ງຈະຊ່ວຍຫຼຸດຜ່ອນການສະສົມຂອງຂີ້ເຫຍື້ອ ແລະ ຍົກລະດັບຄຸນນະພາບສິ່ງແວດລ້ອມ ໂດຍຄາດວ່າ ຈະເລີ່ມດຳເນີນການ ໃນທາງການຄ້າໃນປີ 2029. ຂະນະດຽວກັນ, ລັດຖະບານພວມຢູ່ໃນຂັ້ນຕອນການກະກຽມສຳລັບໂຄງການສ້າງໂຮງໄຟຟ້າພະລັງງານຂີ້ເຫຍື້ອ ໃນເຂດຕົວເມືອງສຳຄັນ ຢູ່ນະຄອນຫຼວງຈາກາຕາ ເພື່ອເພີ່ມຂີດຄວາມສາມາດໃນການກຳຈັດ ແລະ ໝູນໃຊ້ ຂີ້ເຫຍື້ອໃຫ້ມີປະສິດທິພາບສູງຂຶ້ນຫຼາຍກວ່າພະລັງງານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















