ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ ປະກາດ​ການ​ທຽບ​ຊັ້ນ​ນາຍ​ທະຫານ​ ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ.
ເວລາອອກຂ່າວ: 2026-08-07 09:07:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ພິທີ​ປະກາດ​ການ​ທຽບ​ຊັ້ນ​ໃຫ້​ນາຍ​ທະຫານ ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ ຂອງ​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ, ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ກໍລະກົດ 2026 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ພູ​ເວີນ ສູນ​ນີ​ວົງ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ , ມີ​ຄະນະ​ພັກ-ຄະນະ​ບັນຊາ 6 ຫ້ອງ​ກອງ​ບັນຊາ​ການ, ພະ​​ເເນກ​ການ, ກອງ​ບັນຊາ​ການ​ທະຫານ​ເມືອງ, ກອງພັນ, ກອງຮ້ອຍ​ເອກະລາດ, ກອງຮ້ອຍ​ທະຫານ​ຊາຍ​​ເເດນ, ພ້ອມ​ດ້ວຍ​ພະນັກງານ​ທີ່​ໄດ້​ຮັບ​ຊັ້ນ​ໃໝ່​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສົນ​​ເເກ້ວ ມະນີ​ວົງ ຫົວໜ້າ​ພະ​ແນກ​ພະນັກ ງານ ທະ​ຫານ​​ເເຂວງ​ຈຳປາ​ສັກໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ປະດັບ​ທຽບ​ຊັ້ນ​ນາຍ​ທະຫານໃຫ້​ນັກຮຽນ​ທີ່​ຮຽນ​ຈົບ​ວິຊາ​ສະເພາະ​ຈາກ​ສາຍ​ລັດ ຢູ່​ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ຈຳປາ​ສັກ, ໃນ​ນີ້​ໄດ້​ປະດັບ​ທຽບ​ຊັ້ນ​ຮ້ອຍ​ໂທ​ໃຫ້​ນັກຮຽນ​ທີ່​ຮຽນ​ຈົບ ປະລິນຍາ​ຕີ ​ເເລະ ຊັ້ນ​ສູງ ຈຳນວນ 43 ສະຫາຍ, ປະດັບ​ທຽບ​ຊັ້ນ​ຮ້ອຍ​ຕີ ໃຫ້​ນັກຮຽນ ທີ່​ຮຽນ​ຈົບ​ຊັ້ນ​ກາງ ຈຳນວນ 1 ສະຫາຍ. ໂອກາດ​ນີ້, ສະຫາຍ ພັນ​ເອກ ພູ​ເວີນ ສູນ​ນີ​ວົງ ໄດ້​ຮຽກຮ້ອງ​ໃຫ້​ນາຍ​ທະຫານ​ທີ່​ໄດ້​ຮັບ​ຊັ້ນ​ໃໝ່ ຈົ່ງ​ສືບຕໍ່​ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ທາງ​ດ້ານ​ຄຸນ​ທາດ​ການເມືອງ, ຄຸນສົມບັດ​ສິນ​ທຳ​ປະຕິວັດ, ຄຽງ​ຄູ່​ກັບ​ຄວາມ​ຮູ້-ຄວາມ​ສາມາດ​ນັ້ນ ໃຫ້​ສືບຕໍ່​ເປັນ​ແບບຢ່າງ​ນຳ​ໜ້າ​ໃນ​ການ​ປະຕິບັດ​ໜ້າທີ່​ວຽກ​ງານ, ເຄົາລົບ​ລະບຽບ​ກົດໝາຍ​ຂອງ​ລັດ, ລະບຽບ​ວິໄນ​ຂອງ​ກອງທັບ​ໃຫ້​ເຂັ້ມ​ງວດ ແລະ ປັບປຸງ​ວິທີ​ເຮັດ​ວຽກ​ໃຫ້​ມີ​ແບບແຜນ, ເພີ່ມ​ທະວີ​ຄວາມ​ສາມັກຄີ​ພາຍ​ໃນ​ໃຫ້​ແໜ້ນ​ແຟ້ນ​ໃນ​ການ​ປະຕິບັດ​ວຽກ​ງານ​ວິຊາ​ສະເພາະ​ທີ່​ໄດ້​ຮຽນ​ມາ​ໃຫ້​ໄດ້​ໝາກຜົນ​ສູງ​ສຸດ. ໂດຍ: ສິລິ​ຄານ ຈຳປາ​ສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ