ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ກອງ​ພົນທີ 1 ສຳເລັດ​ອົບຮົມ-ຫັດ​ແອບ​ ວຽກ​ງານ​ພະລາທິການ ​ໄລຍະ​ສັ້ນ ປະຈຳ​ປີ 2026
ເວລາອອກຂ່າວ: 2026-08-07 09:09:02 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 214 | ຄວາມນິຍົມ:



​ວັນ​ທີ 31 ກໍລະກົດ 2026 ນີ້, ກອງ​ພົນ​ທີ 1 ໄດ້​ສຳເລັດ​ການ​ ອົບຮົມ-ຫັດ​ແອບ​ວຽກ​ງານ​ພະ ລາທິການ​ໄລ​ຍະ​​ສັ້ນ ປະຈຳ​ປີ 2026, ໂດຍ​ເປັນປະທານຂອງ ​ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ຫົວໜ້າ​ການ​ທະຫານ ກອງ​ພົນ​ທີ 1 , ມີ​ບັນດາ​ອົງການ 5 ຫ້ອງ ກອງພັນ​ໃຫຍ່, ສູນ​ເຝິກ​ອົບຮົມ, ໂຮງໝໍ, ກອງພັນ​ນ້ອຍ, ກອງ ຮ້ອຍ​ເອກະລາດ ແລະ ນັກ​ເຝີກ​ອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພອນຄຳ ອິນ​ທະ​ວົງ ຫົວໜ້າ​ພະ​ແນກແຜນການ​ຫ້ອງ​ພະລາທິການ ໄດ້ຂຶ້ນຜ່ານ​ບົດສະຫຼຸບວຽກງານອົບ ຮົມ-ຫັດ​ແອບພະລາທິການ ປະຈຳປີ 2026. ຜ່ານ​ໄລຍະການເຝິກ​ອົບຮົມ-ຫັດ​ແອບ​ສາມາດ​ເຫັນ​ໄດ້​ວ່າ ຄະນະ​ຮັບຜິດຊອບ​ໄດ້​ເອົາ ໃຈໃສ່​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການ ເມືອງ​ຂອງ​ຕົນ, ສຸມ​ທຸກ​ສະຕິ​ປັນຍາ​ຄວາມ​ຮູ້-ຄວາມ​ສາມາດ​ເຂົ້າ​ໃນ​ຊຸດ​ອົບຮົມ, ການ​ກະກຽມ​ດ້ານ​ເອກະສານ​ແມ່ນ​ມີ​ຄວາມ​ລະອຽດ, ຄົບ​ຖ້ວນ, ຊັດ​ເຈນ, ການອະທິບາຍ​ບົດຮຽນ​ແມ່ນເຂົ້າ ໃຈ​ງ່າຍ ແລະ ກວ້າງຂວາງ ເຮັດ ​ໃຫ້​ນັກ​ເຝິກ​ອົບຮົມ​ມີ​ຄວາມ​ເຂົ້າ ໃຈ​ຢ່າງ​ເລິກເຊິ່ງ​ສາມາດ​ຕີ​ລາຄາ​ຜົນ​ການ​ເຝິກ​ອົບຮົມ-​ຫັດ​ແອບ​ໄດ້​ດັ່ງນີ້: ວຽກ​ງານ​ເສນາພະລາສະ ເລ່ຍ​ຜົນ​ໄດ້​ຮັບ 95%, ວຽກ​ງານ​ການ​ເງິນ ສະເລ່ຍ​ຜົນ​ໄດ້ຮັບ 95%, ວຽກ​ງານ​ອຸປະໂພກ-ບໍລິໂພກ​ສະເລ່ຍ​ຜົນ​ໄດ້​ຮັບ 94%, ວຽກ​ງານ​ກໍ່ສ້າງ-ຄຸ້ມຄອງ​ຊັບສິນ ສະເລ່ຍຜົນ​ໄດ້​ຮັບ92%, ວຽກ​ງານ​ເສນາ​ຮັກ​ ສະເລ່ຍ​ໄດ້ 90%, ວຽກ​ງານຜະລິດກະສິກຳສະເລ່ຍ​ ຜົນ​ໄດ້​ຮັບ 93%, ວຽກງານເຊື້ອ​ ໄຟ ສະເລ່ຍຜົນ​ໄດ້​ຮັບ 92%, ວຽກ​ງານ​ຂົນສົ່ງ 92%, ຕີລາຄາຜົນ​ໄດ້​ຮັບທັງໝົດໃນການອົບຮົມ-ຫັດ​ແອບຄັ້ງ​ນີ້​ ສະເລ່ຍ​ໄດ້ 93%. ໂດຍ: ຄຳ​ພຸດ ພານຸ​ວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ