ກອງພັນໃຫຍ່ 703 ເຜີຍແຜ່ ການຈັດຕັ້ງປະຕິບັດການບິນຫັດແອບ ປະຈຳເດືອນສິງຫາ 2026
ເວລາອອກຂ່າວ: 2026-08-07 09:12:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ: ![]()
ວັນທີ 6 ສິງຫາ 2026 ນີ້, ກອງພັນໃຫຍ່ 703 ໄດ້ເຜີຍແຜ່ການຈັດຕັ້ງປະຕິບັດການບິນຫັດແອບ ປະຈຳ ເດືອນສິງຫາ 2026 ຂອງຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ສີນວນ ວົງນາໄຊ ຮອງຫົວໜ້າຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ນັກບິນ ແລະ ນາຍຊ່າງ ເຂົ້າຮ່ວມ.
ສະຫາຍ ພັນຕີ ຂຸນສີ ແກ້ວມະນີວົງ ຮອງຫົວໜ້າພະແນກອົບຮົມການບິນ ກອງພັນໃຫຍ່ 703 ໄດ້ຜ່ານບົດລາຍງານຜົນກອງປະຊຸມ ຄົ້ນຄວ້າ-ປຶກສາຫາລື ແລະ ຮອງຮັບເອົາແຜນບິນປະຈຳເດືອນ, ອີງຕາມທິດຊີ້ນຳ ຂອງຜູ້ບັນຊາການທະຫານອາກາດ, ອີງຕາມກອງປະຊຸມຄົ້ນຄວ້າ-ປຶກສາຫາລື ແລະ ຮອງຮັບເອົາແຜນບິນປະຈຳເດືອນ ລະຫວ່າງ ຫ້ອງອົບຮົບການບິນ ກອງບັນຊາການທະຫານອາກາດ ແລະ ຄະນະກອງພັນໃຫຍ່ 703 ພ້ອມດ້ວຍວິຊາການ ດັ່ງນັ້ນ, ຫ້ອງອົບຮົມການບິນ ກອງບັນຊາການທະຫານອາກາດ ຈຶ່ງຮຽນມາຍັງ ຜູ້ບັນຊາການທະຫານອາກາດ ກ່ຽວກັບຜົນກອງປະຊຸມ ເຊິ່ງມີລາຍລະອຽບດັ່ງນີ້: 1. ຈຸດສຸມແຜນການບິນກໍ່ສ້າງນັກບິນແຕ່ລະຊະນິດເຮືອບິນ, 2. ການຈັດຕັ້ງແຜນບິນ, 3. ກຳນົດເດີນບິນເຝິກແອບທາງໄກ ແລະ ເດີ່ນນ້ອຍ, 4. ຄາດກະແຜນບິນເຝິກແອບປະຈຳເດືອນ ແລະ ອັດຕາສິ້ນເປືອງນ້ຳມັນ ແລະ 5. ກຳນົດປະລິມານນ້ຳມັນບິນເຝິກແອບ ແລະ ບິນຮັບໃຊ້.
ໂອກາດນີ້, ສະຫາຍ ປະທານ ໄດ້ສະແດງຄວາມຄຳຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ສ້າງມາໄດ້ ພ້ອມທັງເນັ້ນໜັກຕໍ່ບັນຫາທີ່ຄົງຄ້າງ ເພື່ອນຳໄປແກ້ໄຂໃນຕໍ່ໜ້າໃຫ້ໄດ້ຮັບຜົນດີຍິ່ງໆ ຂຶ້ນ.
ໂດຍ: ນາງ ບົວພັນ ເທີນຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















