ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ຫົວໜ້າກົມໃຫຍ່ເຕັກນິກກອງທັບ ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ວິທະຍາຄານເຕັກນິກການທະຫານ
ເວລາອອກຂ່າວ: 2026-08-07 09:18:34 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 245 | ຄວາມນິຍົມ:



ວັນທີ 5 ສິງຫາ 2026 ນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ວິທະຍາຄານເຕັກນິກການທະຫານ, ມີ ສະຫາຍ ພົນຈັດຕະວາ ຈັນສະໝອນ ລັດສະໄໝ ຫົວໜ້າກົມເສນາເຕັກນິກ, ມີ ຄະນະພັກ-ຄະນະອຳນວຍການ ວິທະຍາຄານເຕັກນິກການທະຫານ ເຂົ້າຮ່ວມ. ສະຫາຍ ພັນເອກ ສຸດໃຈ ລືໄຊສົມບັດ ອຳນວຍການ, ຫົວໜ້າການທະຫານ ວິທະຍາຄານເຕັກນິກການທະຫານ ໄດ້ລາຍງານໂດຍຫຍໍ້ໃນການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານ ຂອງວິທະຍາຕານເຕັກນິກການທະຫານ ໃນໄລຍະຜ່ານມາ ໃຫ້ຮູ້ວ່າ: ວິທະຍາຄານເຕັກນິກການທະຫານ ແມ່ນເປັນສະຖາບັນການສຶກສາ ທີ່ຢູ່ໃຕ້ການນຳພາ-ຊີ້ນໍາ ເດັດຂາດ, ໂດຍກົງ ຈາກກະຊວງປ້ອງກັນປະເທດ ແລະ ໃຕ້ການຊີ້ນຳທາງດ້ານວິຊາການ ຈາກກົມໃຫຍ່ເຕັກນິກກອງທັບ, ມີໜ້າທີ່ອົບຮົມ-ກໍ່ສ້າງ ບຸກຄະລາກອນ ນັກວິຊາສະເພາະເຕັກນິກ ຂອງກອງທັບ ທັງເປັນສະຖາບັນຄົ້ນຄວ້າວິທະຍາສາດເຕັກນິກການທະຫານ. ໄລຍະຜ່ານມາ ໄດ້ສຸມໃສ່ໃນການຈັດຕັ້ງປະຕິບັດຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງກົມກອງ ໂດຍສະເພາະແມ່ນວຽກງານການຮຽນ-ການສອນ ແລະ ໄດ້ຈັດຕັ້ງການອົບຮົມກໍ່ສ້າງໃນບັນດາຫຼັກສູດຕ່າງໆ ເຊັນ: ຫຼັກສູດກໍ່ສ້າງປະລິນຍາຕີ ລົດໂອໂຕ ແລະ ເຕັກນິກອາວຸດ-ກະສຸນ ລະບົບ 5 ປີ, ຫຼັດສູດປະລິນຍາຕີ (ຕໍ່ເນື່ອງ), ເຕັກນິກລົດໂອໂຕລະບົບ 2 ປີ, ຫຼັກສູດຊັ້ນສູງ (ຕໍ່ເນື່ອງ) ເຕັກນິກ ອາວຸດ-ກະສຸນ ລະບົບ 10 ເດືອນ, ຫຼັກສູດຊັ້ນກາງເຕັກນິກລົດໂອໂຕ, ເຕັກນິກລົດຕັງ-ຫຸ້ມເກາະ ແລະ ເຕັກນິກອາວຸດ-ກະສຸນ ລະບົບ 3 ປີ, ຫຼັກສູດບຳລຸງວຽກງານເສນາເຕັກນິກ ລະບົບ 6 ເດືອນ, ປັດຈຸບັນໄດ້ສຸມໃສ່ສ້າງຫຼັກສູດປະລິນຍາໂທ ເສນາເຕັກນິກ ລະບົບ 2 ປີ ທີ່ຈະໄດ້ກະກຽມປະຕິບັດການຮຽນ-ການສອນ ໃນສົກຮຽນ 2026-2027 ນີ້, ສະພາວິທະຍາສາດວິທະຍາຄານ ໄດ້ພ້ອມກັນຄົ້ນຄວ້າກະກຽມ ສ້າງຫົວບົດວິທະຍາສາດເພື່ອຮັບໃຊ້ການຮຽນ-ການສອນ. ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນໄລຍະຜ່ານມາ ພ້ອມທັງ, ຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ທີ່ໄດ້ຮັບມອບໝາຍໃຫ້ສູງກວ່າເກົ່າ, ພ້ອມທັງເອົາໃຈໃສ່ໃນການປັບປຸງພື້ນຖານໂຄງສ້າງຂອງກົມກອງ, ລະບຽບແບບແຜນການປະຕິບັດ, ປັບປຸງພື້ນຖານຄວາມຮູ້, ຄວາມສາມາດຂອງຄູ-ອາຈານ, ອົບຮົມກໍ່ສ້າງພາຍໃນ ແລະ ຕ່າງປະເທດ, ປັບປຸງທາງດ້ານເອກະສານໃນການສິດສອນ ທັກສະຄວາມຮູ້ຕ່າງໆ ແລະ ວັດຖຸອຸປະກອນເຄື່ອງມືໃນການນຳໃຊ້ໃນການຮຽນການສອນ ຂອງຄູ-ອາຈານເພື່ອຮັບປະກັນວຽກງານການຮຽນ-ການສອນໃຫ້ໄປຕາມລະບຽບແບບແຜນ. ໂດຍ: ນາງ ໄຂຄຳ ພົມມະສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ