ໜ່ວຍສິລະປະສະໝັກຫຼິ້ນ ກອງບັນຊາການທະຫານແຂວງວຽງຈັນ ເຄື່ອນໄຫວສະແດງຮັບໃຊ້ ຢູ່ກອງພັນ 432
ເວລາອອກຂ່າວ: 2026-08-07 09:36:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 255 | ຄວາມນິຍົມ: ![]()
ໃນຄ່ຳຄືນ ຂອງວັນທີ 5 ສິງຫາ 2026 ນີ້, ໜ່ວຍສິລະປະສະໝັກຫຼິ້ນ ກອງບັນຊາການທະຫານແຂວງວຽງຈັນ ເຊິ່ງນຳໂດຍ ສະຫາຍ ພັນໂທ ຫຸມພັນ ສີສົມພອນ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງວຽງຈັນ ພ້ອມດ້ວຍພະແນກໂຄສະນາອົບຮົມ ໄດ້ນຳພາໜ່ວຍສິລະປະສະໝັກຫຼິ້ນ ເຄື່ອນໄຫວສະແດງຮັບໃຊ້ພະນັກງານລັດຖະກອນປ້ອງກັນຊາດ (ຄູອາສາ), ນາຍ ແລະ ພົນທະຫານ ກອງພັນ 432, ມີສະຫາຍ ພັນເອກ ກື່ທ່າວ ເພຍຫຼວງ ຮອງຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບ ແລະ ນັກເຝິກອົບຮົມ ເຂົ້າຮ່ວມຮັບຊົມ.
ລາຍການທີ່ນໍາມາສະແດງປະກອບມີ 8 ລາຍການຄື: ຮ້ອງເພງດ່ຽວຊາຍ ບົດເພງ ສຸກໃຈບ້ານເກີດ, ບົດຟ້ອນລວມໝູ່ຍິງ ບົດເພງ ສາວງາມລ້ານຊ້າງ, ຮ້ອງເພງດ່ຽວຍິງ ບົດເພງ ເຈີມອ້າຍ, ລໍາເດີນ ລານ້ອງໄປພັນທະ, ບົດຟ້ອນ ບົດເພງ ສາວລາວມ່ວນຊື່ນ, ຮ້ອງເພງດ່ຽວຍິງ ບົດເພງ ຫ່ວງອ້າຍທີ່ຊາຍແດນ, ສະແດງເປົ່າຂຸ່ຍ ບົດເພງ ອາລຸນວັນໃໝ່ ແລະ ບົດຟ້ອນ ບົດເພງ ໄຕ້ຮົມທຸງໄຊຂອງພັກ ເຊິ່ງແຕ່ລະລາຍການລ້ວນແລ້ວແຕ່ສ່ອງແສງໃຫ້ເຫັນເຖິງມູນເຊື້ອອັນດີງາມ, ວີຖີການດຳລົງຊີວິດ, ວັດທະນະທຳ-ສັງຄົມ ທີ່ດີຂອງຊາດ, ຂອງປະຊາຊົນລາວບັນດາເຜົ່າ.
ທັງນີ້, ເພື່ອເປັນການສ້າງບັນຍາກາດ ແລະ ກະຕຸກຊຸກຍູ້ບັ້ນເຝິກອົບຮົບ-ຫັດແອບ ການທະຫານໄລຍະສັ້ນ ໃຫ້ແກ່ພະນັກງານລັດຖະກອນປ້ອງກັນຊາດ (ຄູອາສາ) ທີ່ກໍາລັງເຝິກແອບຮໍ່າຮຽນ ໃຫ້ເປັນຂະບວນຟົດຟື້ນ ແລະ ສ້າງໄດ້ບັນຍາກາດມ່ວນຊື່ນ.
ໂດຍ: ສາຍຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















