ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງບັນຊາການທະຫານແຂວງບໍ່ແກ້ວ ເຜີຍແຜ່, ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-08-07 10:02:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 804 | ຄວາມນິຍົມ:



ວັນທີ 6 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ກົດລະບຽບ ຂອງກອງທັບປະຊາຊົນລາວ (ສະບັບປັບປຸງໃໝ່), ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ການເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວໃນຄັ້ງນີ້, ເພື່ອແນ່ໃສ່ໃຫ້ພະນັກງານ-ນັກຮົບ ທົ່ວກົມກອງ ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບບັນດາຂໍ້ກຳນົດ, ກົດລະບຽບດັ່ງກ່າວ ເພື່ອພ້ອມກັນປະຕິບັດໃຫ້ຖືກຕ້ອງ ຕາມລະບຽບການ ຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ, ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່ ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກໍາລັງແຮງສັງລວມໃຫ້ແກ່ກົມກອງ ສາມາດເຮັດສຳເລັດໜ້າທີ່ ທີ່ໄດ້ຮັບມອບໝາຍ, ທັງເປັນເຂັ້ມຊີ້ທິດ ໃຫ້ແກ່ການປັບປຸງກົມກອງໃຫ້ໜັກແໜ້ນ ເຂັ້ມແຂງ, ເປັນກົມກອງ ທີ່ມີແບບແຜນອັນແຫຼ່ມຄົມ ແລະ ທັນສະໄໝ, ເດັດດ່ຽວຮັບປະກັນ ໃຫ້ກົມກອງ ກໍຄືຂອບເຂດທີ່ກົມກອງຮັບຜິດຊອບ ໃຫ້ມີຄວາມສະຫງົບປອດໄພ 100%, ສາມາດເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ກົດລະບຽບສະບັບນີ້ ແມ່ນຄໍາສັ່ງອັນເດັດຂາດ ຂອງຜູ້ບັນຊາສູງສຸດ, ແມ່ນກົດບັງຄັບ ໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວທຸກຄົນ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ, ຍ້ອນແນວນັ້ນມັນຈຶ່ງມີຄວາມໝາຍຄວາມສໍາຄັນ ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບປະຊາຊົນລາວ ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ ທີ່ມີແບບແຜນອັນແຫຼມຄົມ ແລະ ທັນສະໄໝ. ໂດຍ: ພາກ ສຸທິປັນຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ