ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພົບປະຢ້ຽມຢາມ ອະດີດການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ເວລາອອກຂ່າວ: 2026-08-07 12:47:47 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1016 | ຄວາມນິຍົມ:



ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ, ໃນຕອນເຊົ້າວັນທີ 7 ສິງຫາ 2026 ນີ້, ສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະຢ້ຽມຢາມ ອະດີດການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໃນນີ້, ຢ້ຽມຢາມ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ອະດີດກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ຢູ່ທີ່ເຮືອນພັກຂອງເພິ່ນເອງ, ຢ້ຽມຢາມ ສະຫາຍ ພົນໂທ ແສງນວນ ໄຊຍະລາດ ອະດີດກໍາມະການສູນກາງພັກ, ລັດຖະມົນກະຊວງປ້ອງກັນປະເທດ, ປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ ແລະ ຢ້ຽມຢາມ ສະຫາຍ ພົນໂທ ທອງລອຍ ສີລິວົງ ອະດີດກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຢູ່ທີ່ກົມພົວພັນຕ່າງປະເທດ ກະຊວງປ້ອງກັນປະເທດ. ການພົບປະຢ້ຽມຢາມອະດີດການນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຂອງສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ພ້ອມດ້ວຍຄະນະຄັ້ງນີ້ ສຸດທີ່ມີຄວາມໝາຍສໍາຄັນ ເຊິ່ງບັນດາອະດີດການນໍາກະຊວງປ້ອງກັນປະເທດ ຕາງກໍໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຂອງສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ພ້ອມດ້ວຍຄະນະໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດຂອງສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມາແຕ່ດົນນານແລ້ວນັ້ນ ໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຍິ່ງໆ ຂຶ້ນ. ໂອກາດນີ້, ສະຫາຍ ພົນເອກ ຫງວຽນ ຈ໋ອງ ເຫງ້ຍ ໄດ້ສະແດງຄວາມຂອບໃຈຕໍ່ ບັນດາອະດີດການນໍາກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ສະໜິດສະໜົມ ແລະ ຮັກແພງ ພ້ອມທັງລາຍງານຈຸດປະສົງ ແລະ ຜົນການເຮັດວຽກຮ່ວມກັບກົມໃຫຍ່ການເມືອງກອງທັບປະຊາຊົນລາວ ໃຫ້ບັນດາອະດີດການນຳກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮັບຊາບ ຕື່ມອີກ. ໂດຍ: ແສງເດືອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ