ຫ້ອງວ່າການກະຊວງປ້ອງກັນປະເທດ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-08-07 14:19:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 907 | ຄວາມນິຍົມ: ![]()
ວັນທີ 7 ສິງຫາ 2026 ນີ້, ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຄະນະປະຈໍາພັກກະຊວງ, ເລຂາຄະນະພັກອົງການ, ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດ, ມີຄະນະພັກອົງການ, ຄະນະຫ້ອງວ່າການກະຊວງປ້ອງກັນປະເທດ, ຄະນະກົມ, ຄະນະຫ້ອງການ, ຄະນະອໍານວຍການບໍລິສັດ ລັດວິສາຫະກິດ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ໄຊຍະສອນ ແກ້ວໂຍທີ ຫົວໜ້າກົມຄົ້ນຄວ້າສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງໃນນັ້ນ, ຄະນະພັກອົງການ ໄດ້ເປັນເຈົ້າການຊີ້ນໍາວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ຊຸກຍູ້-ປູກລະດົມພະນັກງານພາຍໃນກົມກອງໃຫ້ມີແນວຄິດອຸ່ນອຽນທຸ່ນທ່ຽງ, ຫ້າວຫັນໃນການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນ, ມີສະຕິຕໍ່ການຈັດຕັ້ງ, ລະບຽບວິໄນຂອງກອງທັບ, ຕ້ານ ແລະ ສະກັດກັ້ນກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ຫວັງດີ ແລະ ສະກັດກັ້ນແນວຄວາມຄິດປະກົດການຫຍໍ້ທໍ້ຕ່າງໆ, ເອົາໃຈໃສ່ຕໍ່ການຈັດຕັ້ງປະຕິບັດວຽກງານປ້ອງກັນບັນດາເປົ້າໝາຍສໍາຄັນ, ຮັບປະກັນຄວາມສະຫງົບ-ປອດໄພເປັນຕົ້ນແມ່ນ ປ້ອງກັນການນໍາຂັ້ນສູງ, ສຳນັກງານ-ອົງການ, ສາງຄັງ, ວັດຖຸ, ພາຫະນະ-ເຕັກນິກ ແລະ ເອກະສານສໍາຄັນຕ່າງໆ, ຕິດຕາມ-ກວດກາ ແລະ ຊຸກຍູ້ໂຄງການບັນດາຈຸດສຸມພັດທະນາ ຂອງຄະນະຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງ, ໂຄງການຈຸດສຸມການຮ່ວມມືພັດທະນາລຽບຕາມຊາຍແດນ ລາວ-ຫວຽດນາມ ຂອງກະຊວງປ້ອງກັນປະເທດ ຢ່າງເປັນປະຈຳ, ເປັນເຈົ້າການ ແລະ ຍົກສູງຄວາມຮັບຜິດຊອບວຽກງານຄົ້ນຄວ້າສັງລວມ, ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນງານ, ຄົ້ນຄວ້າຂີດຂຽນບັນດາມະຕິ, ບົດສະຫຼຸບປະຈຳອາທິດ, ເດືອນ, ໄຕມາດ, 6 ເດືອນຕົ້ນປີ-ທ້າຍປີ, ປະຈຳປີຂອງກະຊວງ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ, ຮ່າງບົດແຈ້ງການ, ບົດປາໄສ, ບົດໂອ້ລົມ ແລະ ບັນດາເອກະສານອື່ນໆ ໂດຍສະເພາະແມ່ນຄົ້ນຄວ້າປັບປຸງນິຕິກໍາ ວ່າດ້ວຍລະບຽບການ ແລະ ກົນໄກການເຮັດວຽກ ຂອງຄະນະລັດຖະມົນຕີ, ຂໍ້ຕົກລົງ ວ່າດ້ວຍໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງຄະນະຫ້ອງວ່າການກະຊວງປ້ອງກັນປະເທດ, ເອົາໃຈໃສ່ການປະສານງານສົມທົບກັບບັນດາອົງການກ່ຽວຂ້ອງ ຂອງພັກ-ລັດ, ບັນດາກົມໃຫຍ່, ກົມກອງ-ທ້ອງຖິ່ນ ໃນທົ່ວກອງທັບ, ຕິດຕາມກວດກາສະພາບ, ຄົ້ນຄວ້າວິໄຈຂ່າວລາຍງານ ຂໍທິດຊີ້ນໍາຈາກຂັ້ນເທິງ, ຕິດຕາມຄະນະປະຈຳພັກກະຊວງປ້ອງກັນປະເທດ ເຄື່ອນໄຫວຮັບສ່ອງແສງວຽກງານຮອບດ້ານປະຈຳໄຕມາດຢູ່ກົມກອງ ຢ່າງເປັນປົກກະຕິ ພ້ອມທັງການເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ, ກວດແກ້ເອກະສານ, ສັບຊ້ອນສ້າງສໍາເນົາ ແລະ ຈໍລະຈອນເອກະສານເປັນລະບົບ-ວ່ອງໄວ, ຮັກສາໄດ້ຄວາມລັບ ແລະ ມີຄວາມປອດໄພ ເປັນຕົ້ນແມ່ນ ກວດແກ້ເອກະສານຂາເຂົ້າ-ຂາອອກ ຂອງກະຊວງ: ຂາເຂົ້າ 3.336 ສະບັບ, ຂາອອກ 2.547 ສະບັບ; ຂາເຂົ້າ-ຂາອອກ ຂອງຫ້ອງວ່າການກະຊວງປ້ອງກັນປະເທດ: ຂາເຂົ້າ 2.712 ສະບັບ, ຂາອອກ 667 ສະບັບ; ຮັບໂທລະເລກ 66 ສະບັບ, ສົ່ງໂທລະເລກ 49 ສະບັບ ສົ່ງໃຫ້ບັນດາກໍາລັງຫຼວງ-ທ້ອງຖິ່ນ ທົ່ວກອງທັບ; ຈັດສົ່ງເອກະສານພາຍໃນ ແລະ ພາຍນອກ 557 ສະບັບ, ຕິດຕາມຄະນະລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວເຮັດວຽກຢູ່ພາຍໃນ-ຕ່າງປະເທດ 179 ຄັ້ງ ແລະ ຮັບປະກັນການເຄື່ອນວຽກງານໃຫ້ຂັ້ນເທິງ 337 ຄັ້ງ. ຄວັດຕາປະທັບໃຫ້ 25 ກົມກອງ ຈໍານວນ 73 ໜ່ວຍ, ສະໜອງຂໍ້ມູນ 35 ສະບັບ, ຮັບເອກະສານປີ 2024 ຂອງກະຊວງປ້ອງກັນປະເທດ ແລະ ຫ້ອງວ່າການກະຊວງປ້ອງກັນປະເທດ ເຂົ້າສູນສໍາເນົາ, ເຄື່ອນໄຫວເຜີຍແຜ່ວຽກງານຄຸ້ມຄອງເອກະສານ ຕາມການສະເໜີຂອງບັນດາກົມກອງ. ຈາກນັ້ນ, ຜູ້ເຂົ້າຮ່ວມ ໄດ້ຜັດປຽນກັນປະກອບຄໍາຄິດເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາ ແລະ ມີ ຈຸດສຸມ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ ແລະ ສົມບູນ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໃນ 6 ເດືອນຕົ້ນປີຜ່ານມາ, ພ້ອມທັງ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຈົ່ງພ້ອມກັນເພີ່ມທະວີການ ນໍາພາ-ຊີ້ນໍາດ້ານການເມືອງ-ແນວຄິດ ໃຫ້ພະນັກງານ-ນັກຮົບ ມີທັດສະນະການເມືອງໜັກແໜ້ນ, ມີລະບຽບເຂັ້ມງວດ ແລະ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຍົກສູງຄວາມຮັບຜິດຊອບໃນວຽກງານການເມືອງ; ເສີມຂະຫຍາຍຄວາມສາມັກຄີພາຍໃນ-ພາຍນອກ, ເອົາໃຈໃສ່ປັບປຸງຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນ ແນໃສ່ເຮັດໃຫ້ວຽກງານການເມືອງຢູ່ໃນຫ້ອງວ່າການກະຊວງປ້ອງກັນປະເທດ ມີຄວາມໜັກແໜ້ນ, ເຂັ້ມແຂງຮອບດ້ານກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.
ໂດຍ: ຈອນນີ້ ອິນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















