ກອງບັນຊາການທະຫານເມືອງມະຫາໄຊ ປະກາດແຕ່ງຕັ້ງຮັກສາການຫົວໜ້າພະແນກ ແລະ ຮອງພະແນກເສນາທິການ
ເວລາອອກຂ່າວ: 2026-08-07 14:33:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 282 | ຄວາມນິຍົມ: ![]()
ວັນທີ 6 ສິງຫາ 2026 ນີ້, ກອງບັນຊາການທະຫານເມືອງມະຫາໄຊ ແຂວງຄຳມ່ວນ ໄດ້ຈັດພິທີປະກາດການແຕ່ງຕັ້ງຮັກສາການຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກເສນາທິການ, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ໜູຄຳ ນຽມຜາຈັນ ຮອງເລຂາຄະນະພັກຮາກຖານ, ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳມ່ວນ, ມີຕາງໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງ, ແຂກຖືກເຊີນ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ຮ້ອຍເອກ ປາດຖະໜາ ອັບປະສອນ ຊ່ວຍວຽກພະແນກພະນັກງານ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານແຂວງຄຳມ່ວນ ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກເສານທິການ ກອງບັນຊາການທະຫານເມືອງມະຫາໄຊ ໃນນີ້, ແຕ່ງຕັ້ງ ສະຫາຍ ພັນຕີ ສຸວັນ ນ້ອຍດຳລັດ ເປັນຮັກສາການຫົວໜ້າພະແນກເສນາທິການ ແລະ ສະຫາຍ ພັນຕີ ຄູນສຸກ ວົງປັນຍາ ເປັນຮັກສາການຮອງຫົວໜ້າພະແນກເສນາທິການ ກອງບັນຊາການທະຫານເມືອງມະຫາໄຊ.
ໂອກາດນີ້, ສະຫາຍ ພັນໂທ ໜູຄຳ ນຽມຜາຈັນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໜ່ໃນຄັ້ງນີ້ ຈົ່ງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມເຂົ້າໃນໜ້າທີ່ວຽກງານຢ່າງຮອບດ້ານ, ມີຄຸນທາດການເມືອງໜັກແໜ້ນ, ມີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ເຮັດວຽກມີແຜນການແຜນງານ ປຶກສາຫາລືເປັນໝູ່ຄະນະຢ່າງລະອຽດ ແລະ ພ້ອມກັນເຮັດສຳເລັດທຸກໜ້າທີ່.
ໂດຍ: ເກດມະນີ ສຸວັນນະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















