ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ປະກາດການແຕ່ງຕັ້ງພະນັກງານຊ່ວຍວຽກງານ ປກຊ-ປກສ ປະຈຳຕາແສງໂຊກອຳນວຍ ນະຄອນປາກເຊ
ເວລາອອກຂ່າວ: 2026-08-07 14:40:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 278 | ຄວາມນິຍົມ:



ວັນທີ 7 ສິງຫາ 2026 ນີ້, ກອງບັນຊາການທະຫານນະຄອນປາກເຊ ແຂວງຈໍາປາສັກ ໄດ້ ປະກາດການແຕ່ງຕັ້ງພະນັກງານຊ່ວຍວຽກງານ ປກຊ-ປກສ ປະຈຳຕາແສງໂຊກອຳນວຍ ນະຄອນປາກເຊ. ໂດຍການເປັນປະທານຮ່ວມ ຂອງສະຫາຍ ວິລັດ ນຽມທະລິດ ຄະນະປະຈຳພັກນະຄອນ, ຫົວໜ້າໂຄສະນາອົບຮົມ ນະຄອນປາກເຊ ແລະ ສະຫາຍ ພັນໂທ ໄພວັນ ຫຼວງໄຊສົງຄາມ ກຳມະການພັກນະຄອນ, ເລຂາຄະນະພັກຮາກຖານ, ຫົວໜ້າການທະຫານ ກອງບັນຊາການທະຫານນະຄອນປາກເຊ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ ປກຊ-ປກສ ນະຄອນ, ປະທານຄະນະກຳມະການປົກຄອງ 5 ຕາແສງ, ອົງການປົກຄອງບ້ານ ພ້ອມດ້ວຍພະນັກງານທີ່ລົງກໍ່ສ້າງຮາກຖານການເມືອງ ແລະ ກໍາລັງກອງຫຼອນ-ປກສ ບ້ານ ທົ່ວຕາແສງໂຊກອຳນວຍ ເຂົ້າຮ່ວມ. ສະຫາຍ ພັນຕີ ດວງດາລາ ຈັນທະລັງສີ ຫົວໜ້າປ້ອງກັນຊາດ ກຸ່ມບ້ານທີ III ໄດ້ຜ່ານບົດລາຍງານຫຍໍ້ ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່ ແລະ ການຈັດຕັ້ງປະຕິບັດໜ້າທີ່ ຂອງກຳລັງປ້ອງກັນຊາດ ປະຈຳຕາແສງໂຊກອຳນວຍ ໃນໄລຍະຜ່ານມາ. ຈາກນັ້ນ, ສະຫາຍ ພັນຕີ ບົວລີ ໄຊຍະສິງ ຫົວໜ້າຂະແໜງພະນັກງານ ກອງບັນຊາການທະຫານນະຄອນປາກເຊ ໄດ້ຜ່ານຂໍ້ຕົກລົງ ຂອງກອງບັນຊາການທະຫານນະຄອນປາກເຊ ວ່າດ້ວຍການແຕ່ງຕັ້ງພະນັກງານຊ່ວຍວຽກງານ ປກຊ-ປກສ ປະຈຳຕາແສງ ໂຊກອຳນວຍ ຈຳນວນ 10 ສະຫາຍ ໃນນີ້ ແຕ່ງຕັ້ງ ສະຫາຍ ພັນຕີ ດວງມາລາ ຈັນທະລັງສີ ເປັນຫົວໜ້າຊີ້ນໍາລວມວຽກງານປ້ອງກັນຊາດ ຕາແສງໂຊກອຳນວຍ, ສະຫາຍ ພັນຕີ ຄໍາໃສ ດ້ວນມະນີ ເປັນຮອງຮັບຜິດຊອບບ້ານໂພນສະອາດ ແລະ ບ້ານໂນນຄູ່, ສະຫາຍ ພັນຕີ ພອນໄຊ ເພັດຈໍາປາ ຮັບຜິດຊອບບ້ານຊຶ່ງໃຫຍ່ ແລະ ບ້ານນາຈຽງ, ສະຫາຍ ພັນຕີ ດວງໃຈ ລອດຈັນດາ ຮັບຜິດຊອບບ້ານໂພຕາກ, ສະຫາຍ ພັນຕີ ດວງຈິດ ແສນທະວີສຸກ ຮັບຜິດຊອບບ້ານແຫ່, ສະຫາຍ ພັນຕີ ອຸໄທ ຄໍາສະຫວະ ຮັບຜິດຊອບບ້ານແກ້ວສໍາພັນ ແລະ ບ້ານນາແຫກ, ສະຫາຍ ພັນຕີ ບຸນປອນ ແກ້ວປະເສີດ ຮັບຜິດຊອບບ້ານໃຫຍ່ໂຊກອຳນວຍ, ສະຫາຍ ຮ້ອຍເອກ ສຸກສະຫວັນ ນັນລະວົງ ຮັບຜິດຊອບບ້ານໃຫຍ່ຫ້ວຍຍາງຄໍາ, ສະຫາຍ ຮ້ອຍໂທ ຄໍາໃສ ວັນນະສານ ຮັບຜິດຊອບບ້ານໃຫຍ່ຫ້ວຍຍາງຄໍາ ແລະ ສະຫາຍ ຮ້ອຍໂທ ສຸລິເດດ ວໍລະວຸດ ຮັບຜິດຊອບບ້ານແກ. ໂອກາດນີ້, ສະຫາຍ ວິລັດ ນຽມທະລິດ ແລະ ສະຫາຍ ພັນໂທ ໄພວັນ ຫຼວງໄຊສົງຄາມ ໄດ້ມີຄໍາເຫັນໂອ້ລົມ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃນຄັ້ງນີ້ ຈົ່ງເອົາໃຈໃສ່ນຳພາ-ຊີ້ນຳ ກຳລັງ ປກຊ-ປກສ ບ້ານ ໃຫ້ມີຄວາມເຂັ້ມແຂງ, ເປັນແບບຢ່າງນໍາໜ້າໃນທຸກຂົງເຂດວຽກງານ, ເພີ່ມທະວີຄວາມສາມັກຄີ ກັບອຳນາດການປົກຄອງແຕ່ລະຂັ້ນ ແລະ ປະຊາຊົນບັນດາເຜົ່າ, ພົວພັນປະສານສົມທົບກັບກຳລັງ ປກສ ໃຫ້ແໜ້ນແຟ້ນ ໃນການປະຕິບັດໜ້າທີ່ວຽກງານ ພ້ອມນັ້ນ, ຕ້ອງເອົາໃຈໃສ່ຈັດຕັ້ງເຄື່ອນໄຫວ, ຕິດຕາມກວດກາ, ກຳແໜ້ນສະພາບການ ແລະ ໜໍ່ແໜງຄວາມບໍ່ສະຫງົບ ຢູ່ຕາມທ້ອງຖິ່ນທີ່ຕົນຮັບຜິດຊອບ ເພື່ອສ້າງໃຫ້ທ້ອງຖິ່ນຮາກຖານ ມີຄວາມສະຫງົບປອດໄພໂດຍພື້ນຖານ. ໂດຍ: ດາວົງ ບຸດຕະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ