ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ເດັກ​ລາວ​ສ້າງ​ຊື່ສຽງ ໃນ​ກິລາ​ໝາກເສິກ​ ທີ່ອົດ​ສະ​ຕຣາ​ລີ “ເຈ​ສັນ ແສງ​ພະຈັນ” ຄວ້າ​ລາງວັນ Best U8
ເວລາອອກຂ່າວ: 2026-08-10 09:31:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 219 | ຄວາມນິຍົມ:



ເຈ​ສັນ ແສງ​ພະຈັນ (Jayson Sengphachan) ນັກ​ກິລາ​ໝາກເສິກ​ເຍົາວະ​ຊົນ​ຈາກ Vientiane Chess Academy ສືບຕໍ່​ສ້າງ​ຜົນງານ​ໜ້າ​ປະ​ທັບ​ໃຈ ໃນ​ການ​ລົງ​ແຂ່ງຂັນ​ຫຼາຍ​ລາຍການ​ທີ່​ນະຄອນ​ຊິດ​ນີ ປະເທດ​ອົດ​ສະ​ຕຣາ​ລີ. ຜົນງານ​ໂດດ​ເດັ່ນ​ຫຼ້າ​ສຸດ​ຄື ການ​ຄວ້າ​ລາງວັນ​ນັກ​ກິລາ​ດີເດັ່ນ​ຮຸ່ນ​ອາຍຸ​ບໍ່​ເກີນ 8 ປີ ຫຼື Best U8 ໃນ​ລາຍການ Pymble Saturday Fun Tournament ເມື່ອ​ວັນ​ທີ 18 ກໍລະກົດ 2026. ເຈ​ສັນ​ເກັບ​ໄດ້ 3 ຄະແນນ​ຈາກ 6 ກະດານ ແລະ ຄວ້າ​ລາງວັນ​ປະຈຳ​ຮຸ່ນ​ໄປ​ຄອງ. ກ່ອນ​ໜ້າ​ນັ້ນ ເຈ​ສັນ​ຍັງ​ສ້າງ​ຜົນງານ​ດີ​ໃນ​ລາຍການ Epping Saturday Fun Tournament ດ້ວຍ​ການ​ເກັບ 3,5 ຄະແນນ​ຈາກ 6 ກະດານ ຈົບ​ຢູ່​ອັນ​ດັບ​ຮ່ວມ 8-9 ຈາກ​ນັກ​ກິລາ 23 ຄົນ ໂດຍ​ສາມາດ​ເອົາ​ຊະນະ​ນັກ​ກິລາ​ທີ່​ອາຍຸ​ສູງ​ກວ່າ​ຫຼາຍ​ຄົນ. ຜົນງານ​ຂອງ​ດາວ​ນ້ອຍ​ລາວ​ບໍ່​ໄດ້​ເກີດ​ຂຶ້ນ​ພຽງ​ລາຍການ​ດຽວ. ໃນ​ເດືອນ​ເມສາ 2026 ເຈ​ສັນ​ເຄີຍ​ຄວ້າ​ລາງວັນ U500 JCL ດ້ວຍ​ຜົນງານ 5 ຄະແນນ​ຈາກ 7 ກະດານ ໃນ​ລາຍການ Burwood 12 Years & Under ແລະ ລາງວັນ Best 400s JCL ດ້ວຍ 4 ຄະແນນ​ຈາກ 7 ກະດານ ໃນ​ ລາຍການ Ashfield 10 Years & Under. ຖານ​ຂໍ້​ມູນ​ຂອງ​ສະຫະພັນ​ໝາກເສິກ​ສາກົນ ຫຼື FIDE ຢືນຢັນ​ວ່າ ເຈ​ສັນ​ມີ FIDE ID 17702496, ຂຶ້ນ​ທະບຽນ​ໃນ​ນາມ​ນັກ​ກິລາ​ປະເທດ​ລາວ ແລະ ເກີດ​ໃນ​ປີ 2018. ຕາມ​ຂໍ້​ມູນ​ຈາກ Vientiane Chess Academy, ເຈ​ສັນ​ຍັງ​ຄົງ​ເຝິກ​ຊ້ອມ​ອອນ​ລາຍ​ກັບ​ໂຄ້ດ Robert Suelo Jr. ຢ່າງ​ສະ​ໝ່ຳ​ສະເໝີ ເຖິງ​ແມ່ນ​ຈະ​ຢູ່​ໃນ​ຊ່ວງ​ພັກແລ້ງ​ທີ່​ອົດ​ສະ​ຕຣາ​ລີ. ການ​ເຝິກ​ຊ້ອມ​ຄວບ​ຄູ່​ກັບ​ການ​ລົງ​ສະໜາມ​ແຂ່ງຂັນ​ຈິງ ກຳລັງ​ຊ່ວຍ​ໃຫ້​ດາວ​ນ້ອຍ​ຄົນ​ນີ້​ພັດທະນາ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ຜົນງານ​ຂອງ​ເຈ​ສັນ​ຖື​ເປັນ​ອີກ​ໜຶ່ງ​ສັນຍານ​ທີ່​ດີ​ຂອງ​ວົງ​ການ​ໝາກເສິກ​ເຍົາວະ​ຊົນ​ລາວ ແລະ ສະທ້ອນ​ໃຫ້​ເຫັນ​ວ່າ ດ້ວຍ​ການ​ເຝິກ​ຊ້ອມ​ຢ່າງ​ມີ​ລະບົບ, ຄວາມ​ມຸ່ງ​ໝັ້ນ ແລະ ໂອກາດ​ລົງ​ແຂ່ງຂັນ​ສາກົນ ເດັກນ້ອຍ​ລາວ​ກໍ​ສາມາດ​ສ້າງ​ຜົນງານ​ໄດ້​ບໍ່​ນ້ອຍ​ໜ້າ​ຊາດ​ອື່ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ