ປະກາດການແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດ ການທະຫານຂັ້ນຮາກຖານຢູ່ແຂວງບໍ່ແກ້ວ
ເວລາອອກຂ່າວ: 2026-08-14 09:02:38 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 84 | ຄວາມນິຍົມ: ![]()
ພິທີປະກາດ ການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດ ສາດ ການທະຫານ ຂັ້ນຮາກຖານຂອງກອງບັນຊາການທະຫານແຂວງບໍ່ແກ້ວ, ໄດ້ຈັດຂຶ້ນ ໃນວັນທີ 11 ສິງຫາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດ, ມີສະຫາຍ ພັນເອກ ແສງເພັດ ແສງມະນີ ກຳມະການພັກແຂວງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ມີຄະນະພັກ-ຄະນະບັນຊາ 7 ຫ້ອງ, ພະແນກການ, ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.
ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງກົມວິທະຍາສາດ-ປະຫວັດສາດການທະຫານ ໄດ້ຜ່ານຂໍ້ຕົກ ລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ ຂັ້ນຮາກຖານຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ຄື: ແຕ່ງຕັ້ງ ສະຫາຍ ພັນເອກ ແສງເພັດ ແສງມະນີ ຫົວ ໜ້າການທະຫານ ເປັນປະທານສະພາ ວສ-ປສ, ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການເມືອງ ເປັນຮອງປະທານສະພາ ວສ-ປສ, ສະຫາຍ ພັນຕີ ບຸນເຖິງ ເຂັມສະຫວັນ ຮັກສາການຫົວໜ້າພະແນກ ວສ-ປສ ການທະຫານ ( ຜູ້ປະຈຳການ), ສະຫາຍ ພັນໂທ ວຽງສະຫວັນ ຄຳມະນີຫຼ້າ ຫົວໜ້າຫ້ອງການ ແລະ ບໍລິຫານເປັນຄະນະ, ສະຫາຍ ພັນໂທ ສູນທອນ ເຈຕິໂລ ຫົວໜ້າຫ້ອງພະລາ ເປັນຄະນະ, ສະຫາຍ
ພັນໂທ ຄຳໄພ ທິບບົວວັນ ຫົວໜ້າຫ້ອງເຕັກນິກ ເປັນຄະນະ, ສະຫາຍ
ພັນໂທ ບຸນນອງ ອະໄພ ຫົວໜ້າຫ້ອງຊາຍແດນ ເປັນຄະນະ, ສະຫາຍ ພັນໂທ ຊອງແກ້ວ ສົມມະສັກ ຮອງຫ້ອງເສນາ ຊີ້ນຳວຽກງານສູ້ຮົບ ເປັນຄະນະ, ສະຫາຍ ພັນໂທ ສັນທະວີໄຊ ເໝືອນໄຊຍະມາດ ຫົວໜ້າພະ ແນກການເງິນເປັນຄະນະ.
ໂດຍ: ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















