ເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງຊຸກຍູ້ ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ທີ່ພວມອົບຮົມ-ຫັດແອບ
ເວລາອອກຂ່າວ: 2026-08-14 09:05:25 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ: ![]()
ໃນຕົ້ນເດືອນສິງຫາ 2026 ນີ້, ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ແລະ ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ສະຫະພັນແມ່ຍິງ ໄດ້ລົງເຄື່ອນໄຫວຢ້ຽມຢາມ ແລະ ມອບເຄື່ອງບໍລິໂພກຊຸກຍູ້ໃຫ້ກຳລັງໃຈ ຄູອາສາເຂົ້າເປັນລັດຖະກອນປ້ອງກັນຊາດ ທີ່ພວມອົບຮົມ-ຫັດແອບ ຢູ່ໂຮງຮຽນການທະຫານທ້ອງຖິ່ນແຂວງບໍ່ແກ້ວ.
ໂອກາດນີ້, ໄດ້ຮັບຟັງການລາຍງານໂດຍຫຍໍ້ ສະພາບການອົບຮົມ-ຫັດແອບ, ການຈັດຕັ້ງການຮຽນ-ການສອນ ພ້ອມທັງ ກວດກາສະພາບການເປັນຢູ່ ຂອງຜູ້ເຂົ້າຮ່ວມເຝິກອົບຮົມ. ການລົງຢ້ຽມຢາມ ແລະ ຊຸກຍູ້ໃນຄັ້ງນີ້ ເປັນການສະແດງໃຫ້ເຫັນເຖິງການເອົາໃຈໃສ່ຂອງກອງບັນຊາການທະຫານແຂວງບໍ່ແກ້ວ ຕໍ່ການພັດທະນາຄຸນນະ ພາບລັດຖະກອນຄູ ໂດຍສະ ເພາະ ຄູປ້ອງກັນຊາດໃຫ້ມີຄວາມ ຮູ້ຄວາມສາມາດ, ມີວິໄນ ກຽມ ພ້ອມໃນການປະຕິບັດໜ້າທີ່, ສ້າງກຳລັງພົນທີ່ມີຄຸນນະພາບ ຮັບໃຊ້ພາລະກິດການສຶກສາ ແລະ ວຽກງານປ້ອງກັນຊາດໃນໄລຍະໃໝ່. ພ້ອມດຽວກັນນີ້, ກໍໄດ້ນຳເອົາເຄື່ອງບໍລິໂພກ ແລະ ເງິນສົດຈຳນວນໜຶ່ງ ໄປມອບໃຫ້ຄະນະພັກ-ຄະນະບັນຊາ ໂຮງຮຽນການທະຫານທ້ອງຖິ່ນ ເພື່ອປະກອບສ່ວນຊຸກຍູ້ເຂົ້າໃນບັ້ນອົບຮົມ-ຫັດແອບ ໃຫ້ບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້.
ໂອກາດດັ່ງກ່າວ, ສະຫາຍ ພັນເອກ ອຸດົມໄຊ ພົມປັນຍາ ໄດ້ສະແດງຄວາມເປັນຫ່ວງເປັນໃຍ ແລະ ໃຫ້ກຳລັງໃຈ ຄູອາສາທີ່ເຂົ້າເປັນລັດຖະກອນປ້ອງກັນຊາດ ພ້ອມທັງໄດ້ເນັ້ນໜັກໃຫ້ ຕັ້ງໃຈຄົ້ນຄວ້າຮ່ຳຮຽນ ເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ສູງຂຶ້ນ, ຍາດເອົາຄວາມຮູ້ຈາກຄູ-ອາຈານ ທັງພາກທິດສະດີຫຼັກການ ແລະ ພາກປະຕິບັດຕົວຈິງຢູ່ສະໜາມ ເພື່ອນຳໄປໝູນໃຊ້ໃນເວລາປະຕິບັດໜ້າທີ່ວຽກງານ ທີ່ຂັ້ນເທິງມອບໝາຍ ໃຫ້ໄດ້ຮັບໝາກຜົນສູງ.
ໂດຍ: ນີ່ ທຳມະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















