ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ຮັບຮອງ​ເອົາ 8 ບ້ານ ​ທີ່​ຂຶ້ນ​ກັບ ເມືອງ​ສະ​ໝ້ວຍ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ
ເວລາອອກຂ່າວ: 2026-08-14 09:07:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ:



ພິທີປະກາດ​ການ​ຮັບຮອງ​ເອົາ 8 ບ້ານ ທີ່​ຂຶ້ນ​ກັບ ເມືອງ​ສະ​ໝ້ວຍ ແຂວງ​ສາລະ​ວັນ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໄດ້​ຈັດ​ຂຶ້ນ​ໃນ​ບໍ່​ດົນ​ຜ່ານ​ມາ​ນີ້, ໂດຍ​ການ​ເຂົ້າ​ຮ່ວມ​ເປັນ​ປະທານ ຂອງ​ທ່ານ ບຸນ​ເນື້ອ ຫຼອງ​ຄຳ​ໄຕ ເລຂາ​ຄະນະ​ບໍລິຫານ​ງານ​ພັກ​ເມືອງ, ມີ​ສະຫາຍ ພັນ​ເອກ ວິໄລ ພິມ​ມະ​ວົງ ຫົວໜ້າ​ຫ້ອງ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ສະຫາຍ ພັນ​ໂທ ບຸນ​ສະຫງ່າ ປັນຍາ​ຮັກ ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ເມືອງ​ສະ​ໝ້ວຍ, ມີ​ພະນັກງານ​ວິຊາ​ການ​ທີ່​ກ່ຽວຂ້ອງ, ແຂກ​ຖືກ​ເຊີນ ແລະ ອຳນາດ​ການ​ປົກຄອງ​ທັງ 8 ບ້ານ ເຂົ້າ​ຮ່ວມ. ສະຫາຍ ພັນ​ຕີ ບຸນ​ນຽມ ໄໝ​ສະໝີ ຮອງ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ເມືອງ​ສະ​ໝ້ວຍ ໄດ້​ຜ່ານ​ບົດ​ສະຫຼຸບ ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໃນ​ໄລຍະ​ຜ່ານ​ມາ, ຄະນະ​ຊີ້​ນຳ​ຂັ້ນ​ແຂວງ, ເມືອງ ແລະ ບ້ານ ໄດ້​ປະສານ​ສົມທົບ​ກັນ ເຄື່ອນ​ໄຫວ​ຈັດ​ຕັ້ງ​ປະຕິບັດ ຕາມ​ຂໍ້​ຕົກລົງ​ຂອງ​ອະນຸ​ກຳມະການ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ຂັ້ນ​ແຂວງ, ຂັ້ນ​ເມືອງ ຢ່າງ​ເຂັ້ມ​ງວດ, ຈັດ​ຕັ້ງ​ພະນັກງານ​ລົງ​ພົບ​ປະ​ໂອ້​ລົມ​ກັບ​ອົງ​ການຈັດຕັ້ງ​ຂັ້ນ​ບ້ານ, ສະເໜີ​ຈຸດປະສົງ ການ​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ສຶກ​ສາ​ອົບຮົມ​ການເມືອງ​ນຳພາ​ແນວ​ຄິດ ແລະ ໃຫ້​ຄວາມ​ຮູ້​ດ້ານ​ກົດໝາຍ ແກ່​ພໍ່​ແມ່​ປະຊາຊົນ, ກວດກາ​ປັບປຸງ​ຂຶ້ນ​ທະບຽນ​ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ. ຜ່ານ​ການຈັດຕັ້ງ​ປະຕິບັດ ສາມາດ​ສ້າງ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໄດ້​ທັງ​ໝົດ 8 ບ້ານ ແລະ ຄອບຄົວ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ມີ 4.311 ຄອບຄົວ. ຈາກ​ນັ້ນ, ສະຫາຍ ພັນ​ຕີ ບຸນ​ນ້ອຍ ສີ​ລາ​ວົງ ຊ່ວຍ​ວຽກ​ພະ​ແນກ​ຈັດ​ຕັ້ງ​ພັກ ກອງ​ບັນຊາ​ການ​ທະຫານ​ແຂວງ​ສາລະ​ວັນ, ພະນັກງານ​ກໍ່ສ້າງ​ຮາກ​ຖານ​ປະຈຳເມືອງ​ສະ​ໝ້ວຍ ໄດ້​ຜ່ານ​ຂໍ້​ຕົກລົງ ຂອງ​ຄະນະ​ກຳມະການ ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ແຂວງ ວ່າ​ດ້ວຍ ການ​ຮັບຮອງ​ເອົາ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ​ຂອງ​ເມືອງ​ສະ​ໝ້ວຍ ປະຈຳ​ປີ 2026 ແລະ ຜ່ານ​ຂໍ້​ຕົກລົງ ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ ສາລະ​ວັນ ວ່າ​ດ້ວຍ​ການ​ຢັ້ງຢືນ​ຮັບຮອງ​ເອົາ 8 ບ້ານ​ທີ່​ຂຶ້ນ​ກັບ​ເມືອງ​ສະ​ໝ້ວຍ ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ, ໃຫ້​ກຽດ​ມອບ​ໃບຢັ້ງຢືນ​ໂດຍ ທ່ານ ບຸນ​ເນື້ອ ຫຼອງ​ຄຳ​ໄຕ, ໂດຍ​ມີ​ນາຍບ້ານ​ຈາກ 8 ບ້ານ​ຂຶ້ນ​ຮັບ. ໂອກາດ​ນີ້, ທ່ານ ບຸນ​ເນື້ອ ຫຼອງ​ຄຳ​ໄຕ ໄດ້​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ ຕໍ່​ບັນດາ​ບ້ານ​ທີ່​ໄດ້​ຮັບ​ການ​ຢັ້ງຢືນ​ເປັນ​ບ້ານ​ປ້ອງ​ກັນ​ຊາດ​ເຂັ້ມແຂງ ໃນ​ຄັ້ງ​ນີ້, ເຊິ່ງ​ສະແດງ​ເຖິງ​ໝາກຜົນ ກໍ​ຄື ຜົນງານ​ແຫ່ງ​ການຈັດຕັ້ງ​ປະຕິບັດ​ໜ້າທີ່​ວຽກ​ງານ​ຂອງ​ອຳນາດ​ການ​ປົກຄອງ​ຂັ້ນ​ບ້ານ ແລະ ພໍ່​ແມ່​ປະຊາຊົນ ເຮັດ​ໃຫ້​ສະພາບ​ໃນ​ຂອບ​ເຂດ​ຮັບຜິດຊອບ ມີ​ຄວາມ​ສະຫງົບ ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ເນັ້ນ​ໜັກ​ໃຫ້​ພະນັກງານ​ທີ່​ເຮັດ​ວຽກ​ງານ​ກໍ່ສ້າງ​ຮາກ​ຖານ​ແຕ່​ລະ​ຂັ້ນ ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ​ແນວ​ຄິດ ໃຫ້​ພໍ່​ແມ່​ປະຊາຊົນ​ຢ່າງ​ເປັນ​ປົກກະຕິ, ປະສານ​ສົມທົບ​ກັນ ລະຫວ່າງ​ບ້ານ​ຕໍ່​ບ້ານ ຮັກສາ​ຄວາມ​ສະຫງົບ​ປອດ​ໄພ ຕາມ​ຂອບ​ເຂດ​ຮັບຜິດຊອບ, ພ້ອມ​ກັນ​ຕ້ານ ແລະ ສະກັດ​ກັ້ນ ກຸ່ມ​ຄົນ​ບໍ່​ຫວັງ​ດີ ທີ່​ຫວັງ​ມ້າງເພ​ທຳລາຍ​ລະບອບ​ໃໝ່ ເພື່ອ​ເຮັດ​ໃຫ້​ປະກົດ​ການ​ຫຍໍ້ທໍ້​ໃນ​ສັງຄົມ ໝົດ​ໄປ​ເທື່ອ​ລະ​ກ້າວ, ເອົາໃຈໃສ່​ຊີ້​ນຳ-ນຳພາ ສົ່ງເສີມ​ພໍ່​ແມ່​ປະຊາຊົນ ສ້າງ​ເສດຖະກິດ​ຄອບຄົວ ໃຫ້​ມີ​ຢູ່​ມີ​ກິນ, ເພື່ອ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ ແລະ ນຳພາ​ເສດຖະກິດ​ສັງຄົມ​ຂອງ​ຊາດ ເວົ້າ​ສະເພາະ ກໍ​ຄື ເມືອງ​ສະ​ໝ້ວຍ ໃຫ້​ກ້າວ​ຂຶ້ນ​ສູ່​ຄວາມ​ສີວິໄລ. ໂດຍ: ສຸ​ກັນ ວົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ