5 ດີ 1 ພໍໃຈ ຈາກທິດນຳ ສູ່ການປະຕິບັດດ້ວຍຫົວໃຈ ຂອງແພດປະຕິວັດ
ເວລາອອກຂ່າວ: 2026-08-14 09:09:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 173 | ຄວາມນິຍົມ: ![]()
ເມື່ອເວົ້າເຖິງ ທ່ານໝໍ ຫຼາຍຄົນອາດນຶກເຖິງຮູບພາບຂອງເສື້ອຄຸມສີຂາວ ທີ່ສະອາດຕາ ແລະ ຫ້ອງກວດພະຍາດ ທີ່ເຕັມໄປດ້ວຍກິ່ນຢາ. ແຕ່ຢູ່ໂຮງໝໍກອງ
ພົນທີ 5, ຄຳວ່າ ແພດ ຍັງມີຄວາມໝາຍທີ່ເລິກເຊິ່ງໄປກວ່ານັ້ນ ເພາະພວກເຂົາຄື ແພດປະຕິວັດ ຜູ້ທີ່ຖືເອົາພັນທະກິດຮັບໃຊ້ຊາດ, ເບິ່ງແຍງອ້າຍນ້ອງພະນັກ ງານ-ນັກຮົບ ແລະ ປິ່ນປົວສຸຂະພາບຂອງປະຊາຊົນ ເປັນອຸດົມການສູງສຸດຂອງຊີວິດ ພາຍໃຕ້ທິດນຳ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ, ໃນນີ້, ຄະນະພັກ-ຄະນະບັນຊາ ໂຮງໝໍກອງພົນທີ 5 ໄດ້ຫັນເອົາຂໍ້ແຂ່ງຂັນດັ່ງກ່າວ ມາເປັນເຂັມທິດຊີ້ທາງໃຫ້ພະນັກງານແພດໝໍ ເດີນຕາມເສັ້ນທາງຂອງຄັງແພດ ເພື່ອສ້າງຄວາມອົບອຸ່ນໃຈ ໃຫ້ແກ່ທຸກຄົນທີ່ກ້າວຂາເຂົ້າມາໃຊ້ບໍລິການປິ່ນ
ປົວ ຢູ່ໂຮງໝໍແຫ່ງດັ່ງກ່າວ.
ສະຫາຍ ພັນໂທ ກໍລະກັນ ແກ້ວເມກ ຫົວໜ້າການທະຫານ ໂຮງໝໍກອງພົນທີ 5 ໄດ້ໃຫ້ຮູ້ວ່າ: ການບໍລິການປິ່ນປົວສຸຂະພາບໃຫ້ມີຄວາມຮັບປະກັນ, ມີປະສິດທິຜົນສູງ ແລະ ສ້າງໄດ້ຊື່ສຽງບົດບາດໃຫ້ສູງຂຶ້ນນັ້ນ ຄະນະພັກ-ຄະ
ນະບັນຊາເຮົາ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນກົກ, ສ້າງແຜນເຝິກອົບຮົມວິຊາສະເພາະເຕັກນິກ ການແພດຢ່າງຕໍ່ເນື່ອງ ເພື່ອໃຫ້ແພດໝໍ ມີຄວາມຊຳນິນຊຳນານ, ມີຈັນຍາບັນ, ເວົ້າຈາສຸພາບອ່ອນໂຍນ ແລະ ເຮັດໃຫ້ຜູ້ມາໃຊ້ບໍລິການເກີດຄວາມເພິ່ງພໍໃຈຢ່າງຮອບດ້ານ.
ສະຫາຍ ຮ້ອຍເອກ ເອກະລາດ ສີສົມຫວັງ ໝໍປິ່ນປົວໂຮງໝໍ ກອງພົນທີ 5 ໄດ້ກ່າວວ່າ: ໃນການບໍລິການປິ່ນປົວຄົນເຈັບ ຕະຫຼອດໄລຍະຜ່ານມາ ພວກເຮົາໄດ້ຮັບການສຶກສາອົບຮົມເປັນປະຈຳ ຕໍ່ໜ້າທີ່ວຽກງານວິຊາສະເພາະ ຮັກສາໄດ້ຈັນຍາບັນ, ຈັນຍາທຳຂອງແພດປະຕິວັດ ໃຫ້ມີຄວາມຮັກແພງຄົນເຈັບ ຄືກັບຍາດຕິພີ່ນ້ອງຂອງຕົນເອງ, ມີການຈັດສັນກຳລັງແພດ-ພະຍາບານ ປະຈຳຢູ່ທຸກຈຸດບໍລິການຢ່າງຮັດກຸມ, ໃນກໍລະນີທີ່ຄົນເຈັບມີອາການໜັກ ຫຼື ເກີນຂີດຄວາມສາມາດທາງໂຮງໝໍ ກໍມີລະບົບການສົ່ງຕໍ່ທີ່ໄວວາ ແລະ ມີປະສິດທິພາບ ໄປຍັງໂຮງໝໍບໍລິເວນ 106 (ລະບົບປະກັນສັງຄົມກອງທັບ) ແລະ ໂຮງໝໍແຂວງຈຳປາສັກ, ຮັບປະກັນຄົນເຈັບທີ່ມາໃຊ້ບໍລິການປິ່ນປົວ ຈະເບິ່ງແຍງດູແລປິ່ນປົວໃຫ້ສຸດຄວາມສາມາດ ແລະ ເຮັດດີທີ່ສຸດ.
ສະຫາຍ ຮ້ອຍຕີ ບຸນຫຼໍ່ ສຸກຈະເລີນ ຄອບຄົວພະນັກງານທະຫານ ທີ່ມາໃຊ້ບໍລິການປິ່ນປົວຢູ່ໂຮງໝໍດັ່ງກ່າວ ໄດ້ຢືນຢັນວ່າ: ການບໍລິການປິ່ນປົວຄົນເຈັບຂອງທ່ານໝໍ ຢູ່ໂຮງໝໍກອງພົນທີ 5 ເຫັນວ່າ ມີຄວາມເອົາໃຈໃສ່ເບິ່ງແຍງຄົນເຈັບດີ, ໃຫ້ສຸຂະສຶກສາ, ຕິດຕາມອາການຂອງຄົນເຈັບພ້ອມກັນນັ້ນ, ຍັງໄດ້ຮັກສາອະນາໄມສະຖານທີ່ພາຍໃນຫ້ອງໂຮງໝໍ, ຫ້ອງນອນຄົນເຈັບ ແລະ ອື່ນໆ ເຫັນວ່າ ມີຄວາມສະອາດຈົບງາມດີ.
ສັງລວມແລ້ວ, ໃນ 1 ປີຜ່ານມາ ໄດ້ມີຜູ້ເຂົ້າມາໃຊ້ບໍລິການທີ່ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ເຊິ່ງສະແດງເຖິງ ຄວາມເຊື່ອໝັ້ນຂອງກອງທັບ ແລະ ສັງຄົມທົ່ວໄປ ທີ່ມີຕໍ່ໂຮງໝໍກອງພົນທີ 5, ຜົນງານທີ່ພົ້ນເດັ່ນດ້ານວຽກງານວິຊາສະເພາະ ໄດ້ມີຄົນເຈັບເຂົ້າກວດເຂດນອກ ທັງໝົດ 8.226 ເທື່ອຄົນ, ຮັບຄົນເຈັບເຂົ້ານອນໂຮງໝໍ 1.996 ຄົນ (ທະຫານ 809 ຄົນ, ປະຊາຊົນ 562 ຄົນ, ເດັກນ້ອຍ 451 ຄົນ, ລູກທະຫານ 248 ຄົນ, ຄອບຄົວ 142 ຄົນ) ໃນນີ້, ພະຍາດພົ້ນເດັ່ນ ແມ່ນໄຂ້ຫວັດ 23 ຄົນ ແລະ ອື່ນໆ, ຂະແໜງປະສູດ ໄດ້ຊ່ວຍເກີດ 77 ຄົນ, ຂູດແຮ້ 9 ຄົນ, ອອກໃບແຈ້ງເກີດ 50 ໃບ, ຂະແໜງແຂ້ວ ຖອນແຂ້ວ 140 ຄົນ, ອັດແຂ້ວ 10 ຄົນ, ຂູດຫີນປູນ 5 ຄົນ, ຂະແໜງຜ່າຕັດ 58 ກໍລະນີ ໃນນັ້ນ, ຜ່າຕັດໃຫຍ່ 28 ກໍລະນີ, ກາງ 30 ກໍລະນີ, ນ້ອຍ 30 ກໍລະນີ, ຂະແໜງບົ່ງມະຕິ ກວດເລືອດ 7.698 ຄົນ, ເອໂກ 635 ເທື່ອ, ເອັກສ໌ເຣ 169 ຄົນ, ຂະແໜງສຸກເສີນ 245 ຄົນ.
ຄຳວ່າ 5 ດີ 1 ພໍໃຈ ຢູ່ໂຮງໝໍກອງພົນທີ 5 ບໍ່ໄດ້ຈຳກັດຢູ່ພຽງແຕ່ການຮັກສາຄົນເຈັບ ໃນຫ້ອງກວດເທົ່ານັ້ນ, ແຕ່ຄະນະພັກ-ຄະນະບັນຊາ ຍັງໄດ້ຈັດຕັ້ງໜ່ວຍງານເຄື່ອນໄຫວລົງໂຄສະນາສຸຂະສຶກສາ ຮ່ວມກັບພະແນກເສນາຮັກກອງພົນ ເພື່ອໃຫ້ຄວາມຮູ້ ແລະ ວິທີປ້ອງກັນພະຍາດ ຕາມລະດູການ ແກ່ພະນັກງານ-ນັກຮົບຢູ່ແຕ່ລະກົມກອງ, ພ້ອມທັງຈັດຕັ້ງການສັກຢາປ້ອງກັນ ຢ່າງທົ່ວເຖິງ, ກໍ່ສ້າງ ແລະ ປັບປຸງເຄຫາສະຖານ ເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍ, ກົມກອງໄດ້ປັບປຸງເຮືອນນອນໂສດ ມູນຄ່າ 250.000.000 ກີບ, ສ້າງຫ້ອງນ້ຳ 3 ຫຼັງ ມູນຄ່າ 85 ລ້ານກວ່າກີບ, ປັບປຸງກໍ່ສ້າງເສັ້ນທາງຄອນກຣີດ ແລະ ສ້ອມແປງບ່ອນເປ່ເພໃຫ້ຈົບງາມ, ສ້າງສວນຄົວລວມ 1 ຕອນ, ສູ້ຊົນຜະລິດສະບຽງອາຫານ ຊີ້ນ-ຜັກ ໃຫ້ໄດ້ 60% ຂອງຄາດໝາຍການບໍລິໂພກ ເພື່ອຮັບປະກັນອັດຕາກິນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍ
ຈາກທິດນຳ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກ ໄດ້ກາຍເປັນເຂັມທິດນຳທາງໃຫ້ແກ່ແພດປະຕິວັດ ຢູ່ໂຮງໝໍກອງພົນທີ 5 ໃນການອຸທິດເຫື່ອແຮງ, ສະຕິປັນຍາ, ແລະ ຄວາມເອື້ອອາລີ. ພວກເຂົາພ້ອມແລ້ວ ທີ່ຈະສືບຕໍ່ເຄື່ອນໄຫວປິ່ນປົວດ້ວຍຮອຍຍິ້ມ, ປ້ອງກັນພະຍາດດ້ວຍຄວາມເອົາໃຈໃສ່ ແລະ ພັດທະນາໂຮງໝໍ ໃຫ້ກາຍເປັນ ຮົ້ວກັ້ນພະຍາດ ທີ່ແຂງແກ່ນ ແລະ ເປັນ ເຮືອນຊານທີ່ອົບອຸ່ນ ຂອງຜູ້ປ່ວຍທຸກຄົນຕະຫຼອດໄປ.
ໂດຍ: ເຄນໄຊ (ວິທະຍຸກອງທັບ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















