ເປີດຊຸດເຝິກອົບຮົມ ການທົບທວນຄືນ ແລະ ຊຸກຍູ້ຕິດຕາມ ກ່ຽວກັບລະບົບການເຝົ້າລະວັງກໍລະນີ ຂອງພະຍາດໄຂ້ຍຸງລາຍ ຢູ່ໂຮງໝໍບໍລິເວນ 107 ກອງທັບ
ເວລາອອກຂ່າວ: 2026-08-14 09:16:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 230 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2026 ນີ້, ກະຊວງສາທາລະນະສຸກ ໄດ້ປິດຊຸດເຝິກອົບຮົມ ການທົບທວນຄືນ ແລະ ຊຸກຍູ້ຕິດຕາມ ກ່ຽວກັບລະບົບການເຝົ້າລະວັງກໍລະນີ ຂອງພະຍາດໄຂ້ຍຸງລາຍ ຢູ່ໂຮງໝໍບໍລິເວນ 107 ກອງທັບ, ໂດຍການເປັນປະທານຮ່ວມ ຂອງສະຫາຍ ພັນໂທ ດຣ ຄຳຄ່ອງ ພິມມະວົງສາ ຮອງອຳນວຍການ ໂຮງໝໍບໍລິເວນ 107 ກອງທັບ, ມີທ່ານ ດຣ ນາງ ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍທີມງານຈາກສູນກາງ, ກົມຄວບຄຸມພະຍາດຕິດຕໍ່ ທີ່ເປັນຜູ້ປະສານງານຫຼັກ, ຊ່ຽວຊານປິ່ນປິວໄຂ້ຍຸງລາຍ ພະແນກຊຶມເຊື້ອໂຮງໜໍມະໂຫສົດ, ວິຊາການກົມປິ່ນປົວ ແລະ ຟື້ນຟູໜ້າທີ່ການ, ສູນວິເຄາະລະບາດວິທະຍາ, ວິຊາການ ອົງການ CHAI ແລະ ພະນັກງານວິຊາການໂຮງໝໍບໍລິເວນ 107 ກອງທັບ ເຂົ້າຮ່ວມ.
ການເຝິກອົບຮົມໃນຄັ້ງນີ້ ເພື່ອຮັບປະກັນການນຳໃຊ້ນິຍາມກໍລະນີໄຂ້ຍຸງລາຍ ຂອງແຕ່ລະໜ່ວຍງານພາຍໃນໂຮງໝໍ, ສຶກສາ ແລະ ປະເມີນການເກັບກຳຂໍ້ມູນ ຂອງການບັນທຶກ ແລະ ການລາຍງານກໍລະນີໄຂ້ຍຸງລາຍ ໃນປຶ້ມບັນທຶກຄົນເຈັບ, ເຝິກອົບຮົມການທົບທວນ ແລະ ລົງຊຸກຍູ້ຕິດຕາມລະບົບເຝົ້າລະວັງກໍລະນີພະຍາດໄຂ້ຍຸງລາຍ, ຮັບປະກັນຄວາມເຂົ້າໃຈ ແລະ ຄວາມສຳຄັນ ຂອງວຽກງານເຝົ້າລະວັງພ້ອມກັບການນຳໃຊ້ນິຍາມກໍລະນີໄຂ້ຍຸງລາຍ ຢ່າງເປັນເອກະພາບ ໃນວຽກງານກັ່ນກອງ, ການບັນທຶກກໍລະນີ ແລະ ການລາຍງານ ຂອງແຕ່ລະໜ່ວຍງານພາຍໃນໂຮງໝໍ ຕາມລະບົບເຝົ້າລະວັງແຫ່ງຊາດ ເພື່ອສຶກສາ ແລະ ປະເມີນວິທີການເກັບກຳ, ການບັນທຶກ ແລະ ການລາຍງານກໍລະນີພະຍາດໄຂ້ຍຸງລາຍ ໃນປຶ້ມບັນທຶກຄົນເຈັບໃນປະຈຸບັນ, ວາງແຜນຕິດຕາມຜົນຫຼັງເຝິກອົບຮົມຂອງວຽກງານລາຍງານ ແລະ ການລະບາດ ຂອງພະຍາດໄຂ້ຍຸງລາຍ. ໃນນັ້ນ, ໄດ້ນຳສະເໜີພາບລວມຂອງລະບົບເຝົ້າລະວັງພະຍາດ ໂດຍສະເພາະວຽກງານພະຍາດໄຂ້ຍຸງລາຍໃນປະຈຸບັນ ແລະ ນິຍາມຕາມລະບົບເຝົ້າລະວັງແຫ່ງຊາດ, ຜົນໄດ້ຮັບຂອງການລົງຊຸກຍູ້ຕິດຕາມວຽກງານກໍລະນີໄຂ້ຍຸງລາຍໃນໄລຍະຜ່ານມາ, ປຶກສາຫາລືສະພາບປະຈຸບັນ ແລະ ແຜນການຕໍ່ໜ້າ, ການບັນທຶກອາການ ແລະ ຜົນຂອງການບົ່ງມະຕິຂອງກໍລະນີໄຂ້ຍຸງລາຍຕາມລະບົບເຝົ້າລະວັງແຫ່ງຊາດ, ເຝິກປະຕິບັດຕົວຈິງ ສຳລັບການຊັກປະຫວັດອາການຄົນເຈັບ, ການບັນທຶກອາການ ແລະ ຜົນການບົ່ງມະຕິ ຂອງຄົນເຈັບພະຍາດໄຂ້ຍຸງລາຍ ຕາມລະບົບເຝົ້າລະວັງແຫ່ງຊາດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















