ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 202 ເຜີຍແຜ່, ເຊື່ອມຊຶມເອກະສານ ຂອງສະຫະພັນແມ່ຍິງລາວ
ເວລາອອກຂ່າວ: 2026-08-14 09:19:24 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2026 ນີ້, ຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 202 ກອງພົນທີ 2 ໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານ ກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນແມ່ຍິງລາວ (ສະບັບປັບປຸງໃໝ່) ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX, ໂດຍການເປັນປະທານ ຂອງສະຫາຍ ຮ້ອຍເອກ ອຳພອນ ສີສະໝອນ ຮອງຫົວໜ້າພະແນກການເມືອງ, ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ ກອງພັນໃຫຍ່ 202, ມີຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງ, ຄະນະໜ່ວຍສະຫະພັນແມຍິງ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.
ສະຫາຍ ພັນໂທ ນາງ ພຽງວິໄລ ວຽງມະນີ ຫົວໜ້າຂະແໜງສະຫະພັນແມ່ຍິງ ກອງພັນໃຫຍ່ 202 ໄດ້ເຜີຍແຜ່ເນື້ອໃນເອກະສານ ກ່ຽວກັບທີ່ຕັ້ງ, ພະລາບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນແມ່ຍິງລາວ(ສະບັບປັບປຸງໃໝ່) ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX, ເຊິ່ງສະຫະພັນແມ່ຍິງລາວ ແມ່ນອົງການຈັດຕັ້ງມະຫາຊົນໃນລະບົບການເມືອງ ຂອງລະບອບປະຊາທິປະໄຕປະຊາຊົນລາວ ພາຍໃຕ້ການນຳພາ ຂອງພັກປະຊາຊົນລາວ, ມີລະບົບສາຍໄຍການຈັດຕັ້ງ ແຕ່ຂັ້ນສູນກາງຮອດທ້ອງຖິ່ນ, ມີຖານະບົດບາດທຽບເທົ່າກັບອົງການຈັດຕັ້ງມະຫາຊົນອື່ນໆ, ເປັນຕົວແທນໃນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ, ຄວາມສະເໝີພາບ ລະຫວ່າງ ຍິງ-ຊາຍ, ການເຕົ້າໂຮມຄວາມສາມັກຄີ ໃນການເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ເຂົ້າຮ່ວມການຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ, ມະຕິ, ຄຳສັ່ງຂອງພັກ, ລັດຖະທຳມະນູນ, ກົດໝາຍ ແລະ ກົດລະບຽບ ຂອງສະຫະພັນແມ່ຍິງລາວ, ອະນຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທຳ, ຮິດຄອງປະເພນີອັນດີງາມຂອງຊາດ, ເສີມຂະຫຍາຍຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ, ເຂົ້າຮ່ວມການເຄື່ອນໄຫວວຽກງານຂອງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງສັງຄົມອື່ນໆ ຕາມພາລະບົດບາດຂອງຕົນ, ເຂົ້າຮ່ວມຄົ້ນຄວ້າ ແລະ ປະກອບຄຳຄິດເຫັນ ຕໍ່ການສ້າງຕັ້ງສະມາຄົມ, ມູນນິທິຕ່າງໆ, ປະຕິບັດຕາມແນວທາງການຕ່າງປະເທດຂອງພັກ, ລັດຖະບານ ໃນການພົວພັນຮ່ວມມືກັບສາກົນ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ໄດ້ກຳນົດໃນກົດໝາຍ, ລະບຽບການ ແລະ ຕາມການມອບໝາຍ.
ໂດຍ: ຄຳຊາຍ ກວ່າງຄຸນສີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















