ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ສະຫະພັນ​ກິລາ​ບິນ​ລຽດ-ສະນຸກ​ເກີ ແຫ່ງ​ຊາດ​ລາວ ຈັດ​ເຝິກ​ອົບຮົມ​ກຳມະການ​ຕັດສິນ ລະດັບ Level 1
ເວລາອອກຂ່າວ: 2026-08-14 09:21:21 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 236 | ຄວາມນິຍົມ:



ສະຫະພັນ​ກິລາ​ບິນລຽດ-ສະນຸກ​ເກີ​ແຫ່ງ​ຊາດ​ລາວ (LBSF) ໄດ້​ຈັດການ​ເຝິກ​ອົບຮົມ​ກຳມະການ​ຕັດສິນ​ກິລາ​ບິນລຽດ​ ລະດັບ Level 1 ຄັ້ງ​ທຳ​ອິດ ໃນ ​ສປປ ລາວ, ທີ່​ສູນ​ເຝິກ​ກິລາ​ບິນລຽດ​ແຫ່ງ​ຊາດ​ລາວ (LNBA), ສະໂມສອນ ວຽງ​ຈັນ​ບິນ​ລຽດ​ເລົາຈ໌ (VBL) ສູນ​ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ ລະຫວ່າງ​ວັນ​ທີ 11-12 ສິງຫາ 2026, ເຊິ່ງ​ເປັນ​ນິມິດ​ໝາຍ​ອັນ​ສຳຄັນ​ໃນ​ການ​ສ້າງ​ຮາກ​ຖານ​ດ້ານ​ບຸກ​ຄະລາ​ກອນ, ຍົກ​ລະດັບ​ມາດຕະຖານ​ການ​ຈັດ​ແຂ່ງຂັນ ແລະ ພັດທະນາ​ກິລາ​ບິນລຽດ​ລາວ​ໃຫ້​ກ້າວ​ສູ່​ລະດັບ​ອາ​ນຸ​ພາກ​ພື້ນ, ພາກ​ພື້ນ ແລະ ສາກົນ. ການ​ເຝິກ​ອົບຮົມ​ຄັ້ງ​ນີ້, ມີ​ກຳມະການ​ຕັດສິນ​ຈາກ​ນະຄອນຫຼວງ​ວຽງ​ຈັນ ແລະ ສະຫະພັນ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ທັງ​ໝົດ 7 ຄົນ, ເຊິ່ງ​ທາງ​ສະຫະພັນ​ກິລາ​ບິນລຽດ-ສະນຸກ​ເກີ ແຫ່ງ​ຊາດ​ລາວ ໄດ້​ເຊີນ​ເອົາ​ວິທະຍາກອນ​ທີ່​ຊ່ຽວຊານ​ມາ​ຈາກ ປະເທດ​ສິງກະໂປ, ໂດຍ​ສຸມ​ໃສ່​ການ​ໃຫ້​ຄຳ​ແນະນຳ​ກ່ຽວ​ກັບ​ການ​ເສີມ​ສ້າງ​ຄວາມ​ຮູ້ ແລະ ທັກ​ສະ​ດ້ານ​ການ​ຕັດສິນ, ຈັນ​ຍາ​ບັນ​ຂອງ​ກຳມະການ, ຂັ້ນ​ຕອນ​ການ​ຄຸ້ມ​ຄອງ​ການ ​ແຂ່ງຂັນ, ຄວາມ​ຍຸຕິ​ທຳ ແລະ ການ​ນຳ​ໃຊ້​ກົດ​ກະຕິ​ກາ​ຢ່າງ​ຖືກຕ້ອງ. ຫຼັກສູດ​ກວມ​ເອົາ​ກົດ​ກະຕິ​ກາ​ມາດຕະຖານ​ຂອງ World Pool Association (WPA) ສຳລັບ​ອາ​ເມ​ຣິກັນ​ພູ​​ລ ປະເພດ 8-Ball, 9-Ball ແລະ 10-Ball, ເພື່ອ​ສ້າງ​ພື້ນຖານ​ໃຫ້​ຜູ້​ເຂົ້າ​ເຝິກ​ອົບຮົມ​ສາມາດ​ປະຕິບັດ​ໜ້າທີ່​ກຳມະການ​ຕັດສິນ​ໄດ້​ຢ່າງ​ເປັນ​ທຳ, ຖືກຕ້ອງ ແລະ ສອດຄ່ອງ​ກັບ​ມາດຕະຖານ​ສາກົນ. ພິທີ​ເປີດ​ການ​ເຝິກ​ອົບຮົມ​ດັ່ງກ່າວ ໄດ້​ຮັບ​ກຽດ​ເຂົ້າ​ຮ່ວມ​ໂດຍ ທ່ານ ນາງ ເພັດ​ສະໄໝ ພາລາ​ສີ ຫົວໜ້າ​ພະ​ແນກ​ຈັດການ​ແຂ່ງຂັນ ກົມ​ກິລາ​ລະດັບ​ສູງ, ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ; ທ່ານ ລິ​ຄິດ ອິນ​ທະ​ວົງ, ຮັກສາ​ການ ປະທານ​ສະຫະພັນ​ກິລາບິນລຽດ-ສະນຸກ​ເກີ ແຫ່ງ​ຊາດ​ລາວ, ທ່ານ ຫົງ​ສາ​ວະ​ດີ ວົງ​ໄຊ ຮອງ​ປະທານ​ສະຫະພັນ, ທ່ານ ໄຊ​ໂກສົນ ຊານຸ​ບານ, ປະທານ​ສູນ​ເຝິກ​ກິລາ​ບີ​ລຽດ​ແຫ່ງ​ຊາດ​ລາວ ແລະ ທ່ານ ຟີ​ລິບ ເທ (Phillip Tay), ວິທະຍາກອນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ Professional Billiard Instructors Asso ciation (PBIA), ເປັນ​ຜູ້​ໃຫ້​ຄວາມ​ຮູ້​ດ້ານ​ວິຊາ​ການ​ແກ່​ຜູ້​ເຂົ້າ​ເຝິກ​ອົບຮົມ. ເຊິ່ງ​ບາດກ້າວ​ປະຫວັດສາດ ແລະ ການ​ພັດທະນາ​ຢ່າງຮອບດ້ານ​ຂອງ​ການ​ເຝິກ​ອົບຮົມ​ກຳມະການ​ຕັດສິນ​ຄັ້ງ​ທຳ​ອິດ​ນີ້ ເປັນ​ບາດກ້າວ​ສຳຄັນ​ໃນ​ການ​ສ້າງ​ລະບົບ​ພັດທະນາ​ກິລາ​ບີ​ລຽດ​ໃຫ້​ມີ​ຄວາມ​ເຂັ້ມແຂງ, ເປັນ​ລະບົບ ແລະ ເປັນ​ມື​ອາຊີບ​ຫຼາຍ​ຂຶ້ນ. ກຳມະການ​ຕັດສິນ​ທີ່​ມີ​ຄຸນ​ນະ​ພາບ ມີ​ບົດບາດ​ສຳຄັນ​ໃນ​ການ​ຮັບປະກັນ ຄວາມ​ຍຸຕິ​ທຳ, ການ​ນຳ​ໃຊ້​ກົດ​ກະຕິ​ກາ​ຢ່າງ​ຖືກຕ້ອງ ແລະ ການ​ຈັດ​ແຂ່ງຂັນ​ຢ່າງ​ເປັນ​ມື​ອາຊີບ, ພ້ອມ​ທັງ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ແກ່​ນັກ​ກິລາ, ຜູ້​ຈັດ​ແຂ່ງຂັນ ແລະ ຜູ້​ຊົມ. ໂຄງການ​ນີ້​, ຍັງ​ສະທ້ອນ​ເຖິງ​ຄວາມ​ມຸ່ງ​ໝັ້ນ​ຂອງ​ສະຫະພັນ​ກິລາ​ບີ​ລຽດ-ສະ ນຸກ​ເກີ້ ແຫ່ງ​ຊາດ​ລາວ ໃນ​ການ​ຕັ້ງໜ້າ​ພັດທະນາ​ກິລາ​ບິ​ລຽດ-ສະນຸກ​ເກີ້ ຢ່າງຮອບດ້ານ ບໍ່​ວ່າ​ຈະ​ເປັນ​ການ​ສ້າງ​ສູນ​ເຝິກ​ກິລາ​ບີ​ລຽດ​ແຫ່ງ​ຊາດ​ລາວ, ການ​ພັດທະນາ​ນັກ​ກິລາ​ຮຸ່ນ​ສືບ​ທອດ, ສ້າງ​ຄູ​ເຝິກ, ກຳມະການ​ຕັດສິນ, ທີມ​ງານ​ຈັດການ​ແຂ່ງຂັນ ແລະ ການ​ຍົກ​ລະດັບ​ມາດຕະຖານ​ການ​ແຂ່ງຂັນ​ໃຫ້​ເປັນ​ມື​ອາຊີບ, ເພື່ອ​ສ້າງ​ຮາກ​ຖານ​ທີ່​ໝັ້ນຄົງ​ໃຫ້​ແກ່​ກິລາ​ບີ​ລຽດ-ສະນຸກ​ເກີ້​ໃນ​ປະເທດ​ລາວ​ໃນ​ໄລຍະ​ຍາວ. ທ່ານ ລິ​ຄິດ ອິນ​ທະ​ວົງ ປະທານ​ສະຫະພັນ ໄດ້​ກ່າວ​ວ່າ: “ເພື່ອ​ຍົກ​ລະດັບ​ກິລາ​ບີ​ລຽດ​ຂອງ​ລາວ​ໃຫ້​ກ້າວ​ໄປ​ສູ່​ມາດຕະຖານ​ສາກົນ, ພວກ​ເຮົາ​ຕ້ອງ​ເອົາໃຈໃສ່​ໃນ​ການ​ພັດທະນາ​ລະບົບ​ການ​ຈັດການ​ ແລະ​ ບໍລິຫານ​ສະຫະພັນ​ກິລາ​ຢ່າງຮອບດ້ານ, ບໍ່​ພຽງ​ແຕ່​ນັກ​ກິລາ, ແຕ່​ລວມ​ເຖິງ​ກຳມະການ​ຕັດສິນ, ຄູ​ເຝິກ, ທີມ​ງານ​ຈັດ ການ​ແຂ່ງຂັນ ແລະ ລະບົບ​ການ​ແຂ່ງຂັນ​ອີກ​ດ້ວຍ. ການ​ເຝິກ​ອົບຮົມ​ຄັ້ງ​ທຳ​ອິດ​ນີ້ ແມ່ນ​ການ​ສ້າງ​ຮາກ​ຖານ​ອັນ​ສຳຄັນ​ໃນ​ການ​ສ້າງ​ໂອກາດ​ໃຫ້​ບຸກ​ຄະລາ​ກອນ ແລະ ນັກ​ກິລາ​ລາວ ກ້າວ​ໄປ​ສູ່​ເວທີ​ລະດັບ​ອາ​ນຸ​ພາກ​ພື້ນ, ພາກ​ພື້ນ ແລະ ສາກົນ ໃນ​ອານາ​ຄົດ. ສະຫະພັນ​ແຫ່ງ​ຊາດ ຈະ​ສືບຕໍ່​ພັດທະນາ​ສູນ​ເຝິກ, ສ້າງ​ກຳມະການ​ຕັດ ສິນ ໂດຍ​ຜ່ານ​ການ​ຮຽນ​ຮູ້, ການ​ເຝິກ​ປະຕິບັດ ແລະ ປະສົບ​ການ​ຈາກ​ການ​ແຂ່ງຂັນ, ເພື່ອ​ສ້າງ​ກຳມະການ​ລາວ​ຮຸ່ນ​ໃໝ່​ທີ່​ສາມາດ​ຮອງ​ຮັບ​ການ​ແຂ່ງຂັນ​ລະ ດັບ​ຊາດ ແລະ ຄ່ອຍໆ​ພັດທະນາ​ກ້າວ​ໄປ​ສູ່​ລະດັບ​ພາກ​ພື້ນ ແລະ ສາກົນ​ໃນ​ອະນາຄົດ. ກຳມະການ​ຕັດສິນ​ທີ່​ຜ່ານ​ການ​ອົບຮົມ 7 ຄົນ​ໃນ​ຮຸ່ນ​ທຳ​ອິດ​ນີ້ ຈະ​ເປັນ​ຈຸດ​ເລີ່ມ​ຕົ້ນ​ສຳຄັນ​ໃນ​ການ​ສ້າງ​ກຳມະການ​ຕັດສິນ​ກິລາ​ບິ​ລຽດ​ຮຸ່ນ​ໃໝ່ ແລະ ສ້າງ​ຮາກ​ຖານ​ທີ່​ໝັ້ນຄົງ​ໃຫ້​ແກ່​ອະນາຄົດ​ຂອງ​ກິລາ​ບີ​ລຽດ​ລາວ. ໃນ​ການ​ເຝິກ​ອົບຮົມ​ຄັ້ງ​ນີ້ ບໍ່​ແມ່ນ​ພຽງ​ແຕ່​ການ​ສ້າງ​ກຳມະການ​ຕັດສິນ, ແຕ່​ແມ່ນ​ການ​ລົງທຶນ​ໃສ່​ບຸກ​ຄະລາ​ກອນ, ມາດຕະຖານ ແລະ ລະບົບ​ກິລາ ເພື່ອ​ຂັບ​ເຄື່ອນ​ກິລາ​ບິ​ລຽດ-ສະນຸກ​ເກີ້ ລາວ​ໃຫ້​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ຍືນ​ຍົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ