ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ກອງພັນເຄື່ອນທີ່ໄວ ກອງພົນທີ 4 ປະຖະກະຖາວັນສ້າງຕັ້ງຂະແໜງພະລາທິການ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-14 09:24:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 223 | ຄວາມນິຍົມ:



ວັນທີ 11 ສິງຫາ 2026 ນີ້, ກອງພັນເຄື່ອນທີ່ໄວ ກອງພົນທີ 4 ໄດ້ປະຖະກະຖາມູນເຊື້ອວັນສ້າງຕັ້ງຂະແໜງພະລາທິການ ຄົບຮອບ 70 ປີ (5 ສິງຫາ 1959-5 ສິງຫາ 2026) ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພັນໂທ ຄຳແດງ ຈູມກາລີ ຫົວໜ້າການທະຫານ ກອງພັນເຄື່ອນທີ່ໄວ, ມີຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ຄຳແດງ ຈູມກາລີ ໄດ້ເລົ່າຄືນມູນເຊື້ອຂະແໜງການພະລາທິການກອງທັບ ເຊິ່ງຍົກໃຫ້ເຫັນປະຫວັດສາດ ແຫ່ງການຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ແລະ ການປົກປັກຮັກສາ, ພັດທະນາປະເທດຊາດ ໃນໄລຍະຕະຫຼອດ 70 ປີ ຜ່ານມາ ຂອງວຽກງານພະລາທິການ, ທັງເປັນການລ້ຳລຶກເຖິງຄຸນງາມຄວາມດີ ແລະ ຜົນງານ ຂອງສະມາຊິກພັກ, ພະນັກງານ-ນັກຮົບ ແລະ ປະຊາຊົນບັນດາເຜົ່າ ທີ່ເສຍສະຫຼະເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດຢ່າງອົງອາດກ້າຫານ ກໍຄືຄວາມຢູ່ເຢັນເປັນສຸກ ຂອງຜືນແຜ່ນດິນອັນຄົບຖ້ວນ ທົ່ວປວງຊົນລາວທັງຊາດ. ດັ່ງນັ້ນ, ເພື່ອສືບຕໍ່ຜັນຂະຫຍາຍມູນເຊື້ອ ອັນສະຫງ່າງາມດັ່ງກ່າວ ຕ້ອງເປັນເຈົ້າການເພີ່ມທະວີການສຶກສາອົບຮົມທາດແທ້ປະຕິວັດ ແລະ ທາດແທ້ປະຊາຊົນກອງທັບ, ມີຄວາມຈົງຮັກພັກດີ, ມີຄວາມບໍລິສຸດຜຸດຜ່ອງຕໍ່ຊາດ, ຕໍ່ພັກ ແລະ ຕໍ່ກອງທັບ, ຈັດຕັ້ງປະຕິບັດ ມະຕິ ຂອງກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກ ກອງພົນທີ 4 ຕິດພັນກັບການປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ໃຫ້ເປັນຂະບວນການຟົດຟື້ນ ແລະ ມີປະສິດທິຜົນສູງ, ປັບປຸງ-ກໍ່ສ້າງວຽກງານພະລາທິການໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ອອກແຮງສູ້ຊົນປະດິດສ້າງເສດຖະກິດເປັນເຈົ້າຕົນເອງ ຕາມທ່າແຮງບົ່ມຊ້ອນຂອງກົມກອງ ຖືເອົານ້ຳໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ. ໂດຍ: ໂພຄຳ ພອນປະເສີດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ