ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ກອງບັນຊາການທະຫານແຂວງອັດຕະປື ມອບເງິນອຸດໜູນໃຫ້ຄອບຄົນພະນັກງານຜູ້ເສຍຊີວິດ
ເວລາອອກຂ່າວ: 2026-08-14 09:49:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ:



ວັນທີ 13 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງອັດຕະປື ໄດ້ມອບເງິນນະໂຍບາຍ ໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດ ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສີໄລ ພົມມະສານ ຮອງຫົວໜ້າຫ້ອງການເມືອງ, ກອງບັນຊາການທະຫານແຂວງ, ມີຕາງໜ້າພະແນກທີ່ກ່ຽວຂ້ອງ ແລະ ຄອບຄົວຜູ້ທີ່ເສຍຊີວິດ ເຂົ້າຮ່ວມ. ສະຫາຍ ພັນຕີ ບຸນລິດ ກິທອງແສນ ຕາງໜ້າພະແນກປະກັນສັງຄົມ ກອງບັນຊາການທະຫານແຂວງ ໄດ້ຜ່ານຂໍ້ຕົກລົງ ຂອງຫ້ອງການເມືອງ ກອງບັນຊາການທະຫານແຂວງ ວ່າດ້ວຍການມອບເງິນອຸດໜູນ ໃຫ້ພະນັກງານທີ່ເສຍຊິວິດ ປະຈຳງວດທີ 2 ປີ 2026 ຈໍານວນ 9 ສະຫາຍ ເປັນເງິນທັງໝົດ 981.771.800 ກີບ. ໂອກາດນີ້, ສະຫາຍ ພັນໂທ ສີໄລ ພົມມະສານ ໄດ້ຮຽກຮ້ອງໃຫ້ຄອບຄົວຜູ້ເສຍຊີວິດ ຈົ່ງນຳໃຊ້ເງິນດັ່ງກ່າວ ເຂົ້າໃນການສ້າງສາພັດທະນາເສດຖະກິດຄອບຄົວໃຫ້ດີຂຶ້ນເລື້ອຍໆ. ໂດຍ: ສຸກສະໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ