ກອງພັນໃຫຍ່ 605 ປາຖະກະຖາ 3 ວັນປະຫວັດສາດຂອງຊາດ
ເວລາອອກຂ່າວ: 2026-08-14 11:41:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 771 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2026 ນີ້, ກອງພັນໃຫຍ່ 605 ໄດ້ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດ ຂອງຊາດ ຄື: ວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026), ວັນລັດຖະທໍາມະນູນແຫ່ງ ສປປ ລາວ ຄົບຮອບ 35 ປີ (15 ສິງຫາ 1991-15 ສິງຫາ 2026) ແລະ ວັນຍຶດອໍານາດທົ່ວ ສປປ ລາວ ຄົບຮອບ 81 ປີ (23 ສິງຫາ 1945-23 ສິງຫາ 2026) ໂດຍການເປັນປະທານ ຂອງສະຫາຍ ພັນເອກ ໄມສີ ມາວັນດີ ຫົວໜ້າການເມືອງກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ ພະແນກການ, ກົມກອງ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນຕີ ຄໍາຖະໜອມ ສິມມະວົງ ຫົວໜ້າຂະແໜງໂຄສະນາອົບຮົມ ກອງພັນໃຫຍ່ 605 ໄດ້ຜ່ານຄໍາແນະນໍາເພີ່ມເຕີມ ວ່າດ້ວຍການຈັດຕັ້ງໂຄສະນາ-ປາຖະກະຖາມູນເຊື້ອວັນປະຫວັດສາດທີ່ສໍາຄັນຂອງຊາດ. ຈາກນັ້ນ, ສະຫາຍ ພັນເອກ ໄມສີ ມາວັນດີ ໄດ້ປາຖະກະຖາມູນເຊື້ອ 3 ວັນປະຫວັດສາດຂອງຊາດ ຍົກໃຫ້ເຫັນເຖິງຄວາມໝາຍຄວາມສຳຄັນ ຂອງວັນສ້າງຕັ້ງແນວລາວສ້າງຊາດ, ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງອົງການແນວລາວສ້າງຊາດ, ມູນເຊື້ອວັນລັດຖະທຳມະນູນແຫ່ງ ສປປ ລາວ ແມ່ນ ກົດໝາຍພື້ນຖານ ຂອງລັດ ທີ່ກຳນົດລະບອບການເມືອງ, ເສດຖະກິດ ແລະ ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ, ການຈັດຕັ້ງລະບົບອຳນາດແຫ່ງລັດ, ພ້ອມທັງ ຢັ້ງຢືນເຖິງຄວາມເປັນເອກະລາດ, ອຳນາດປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດ, ໃນກອງປະຊຸມສະພາແຫ່ງຊາດຊຸດທີ III ໄດ້ກຳນົດເອົາວັນປະກາດໃຊ້ລັດຖະທຳມະນູນ ວັນທີ 15 ສິງຫາ 1991 ເປັນວັນລັດຖະທໍາມະນູນແຫ່ງຊາດ ແລະ ຍົກໃຫ້ເຫັນເຖິງຂະບວນການວິວັດແຫ່ງບາດກ້າວໄຊຊະນະ ຂອງການປະຕິວັດຊາດ ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ສາມາດຍຶດອຳນາດທົ່ວປະເທດໄດ້ ໃນວັນທີ 23 ສິງຫາ 1945 ແຕ່ພວກຈັກກະພັດຍັງບໍ່ລົດລະຄວາມພະຍາຍາມທີ່ຈະເອົາລາວເປັນຫົວເມືອງຂຶ້ນ ຈຶ່ງໄດ້ເຂົ້າມາຮຸກຮານລາວ ແຕ່ຍ້ອນຄວາມສະຫຼາດສ່ອງໃສຂອງພັກ, ຍ້ອນຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນຕໍ່ສູ້ຍາດເອົາເອກະລາດປະຊາທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງໝັ້ນຄົງ, ມາຮອດປີ 1975 ກອງປະຊຸມສູນກາງພັກໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍ ຂອງການປະຕິວັດໂດຍນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອຳນາດໃນທົ່ວປະເທດແບບບົວບໍ່ຊ້ຳນ້ຳບໍ່ຂຸ່ນ ເຊິ່ງແມ່ນໄຊຊະນະ ອັນຍິ່ງໃຫຍ່ຂອງກຳລັງແຫ່ງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຂອງປວງຊົນລາວທັງຊາດ.
ການປາຖະກະຖາຄັ້ງນີ້ ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອວັນປະຫວັດສາດສໍາຄັນດັ່ງກ່າວ ເຂົ້າໃນການພັດທະນາປະເທດຊາດ, ພ້ອມທັງ ເປັນການເພີ່ມທະວີສຶກສາອົບຮົມໃຫ້ພະນັກງານ-ນັກຮົບ ເປັນຕົ້ນ ຄົນຮຸຸ່ນໜຸ່ມ ໃຫ້ມີຄວາມຮັບຮູ້ ເຂົ້າໃຈກ່ຽວກັບມູນເຊື້ອໃຫ້ກວ້າງຂວາງເລິກເຊິ່ງ.
ໂດຍ : ນ. ໜູແດງ ລາດສະແກ້ວ
ພາບໂດຍ : ເພັງ ມະນີລະສິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















