ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງພະບາງ ປາຖະກະຖາ 3 ວັນປະຫວັດສາດ
ເວລາອອກຂ່າວ: 2026-08-14 11:44:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 790 | ຄວາມນິຍົມ:



ວັນທີ 13 ສິງຫາ 2026 ນີ້, ຫ້ອງພະລາທິການ ກອງບັນຊາການທະຫານແຂວງຫຼວງພະບາງ ໄດ້ ປາຖະກະຖາ 3 ວັນປະຫວັດສາດ ຄື: ວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ, ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພັນເອກ ຄໍາບົງ ໄຊຍະວົງສາ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ, ມີຄະນະພັກ- ຄະນະບັນຊາ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ຄໍາບົງ ໄຊຍະວົງສາ ໄດ້ກ່າວວ່າ: ເພື່ອລະນຶກເຖິງຜົນງານ ຄຸນງາມຄວາມດີຂອງ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກຂອງຊາດລາວ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ກໍຄືການປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ຮ່ວມກັນຜັນຂະຫຍາຍ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ, ວັນເຊັນສົນທິສັນຍາມິດຕະພາບ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ, ເພື່ອໂຄສະນາສຶກສາອົບຮົມໃຫ້ພະນັກງານສະມາຊິກພັກ-ນັກຮົບ ໃຫ້ເຂົ້າໃຈຕໍ່ມູນເຊື້ອອັນດີງາມ ຂອງປະທານ ສຸພານຸວົງ ແລະ ຍົກສູງສະຕິຕື່ນຕົວ ເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ລາວ-ຫວຽດນາມ ແລະ ຄວາມສາມັກຄີລະຫວ່າງປະຊາຊົນບັນດາເຜົ່າພາຍໃນຊາດ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕ, ມີສະຕິລະວັງຕົວຕໍ່ກົນອຸບາຍທໍາລາຍມ້າງເພຂອງອິດທິກໍາລັງປໍລະປັກ ແລະ ເປັນການສະແດງຄວາມຮູ້ບຸນຄຸນຕໍ່ຜູ້ນໍາພັກ ແລະ ລັດຖະບານຮຸ່ນກໍ່ຕັ້ງ, ຍ້ອນມີເພິ່ນໃນມື້ນັ້ນ ຈຶ່ງມີພວກເຮົາໃນມື້ນີ້. ໂອກາດນີ້, ສະຫາຍ ພັນໂທ ຄໍາປານ ອໍາໄພສານ ຮອງຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ພະນັກງານ ຢູ່ຫ້ອງພະລາທິການກອງບັນຊາການທະຫານແຂວງຫຼວງພະບາງ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ຈຳນວນ 65 ສະຫາຍ ພ້ອມທັງ ປະດັບຫຼຽນກາລະນຶກໃຫ້ພະນັກງານ-ສະມາຊິກພັກ ຢ່າງສົມກຽດ. ໂດຍ : ທອງລິດ ແກ້ວທຸມມາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ