ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 12 ກັນຍາ 2026

  

ຄະນະຮັບຜິດຊອບກວດກາສູນສົ່ງຕໍ່ 1KW ວິທະຍຸ FM 99,7 MHz ກອງທັບປະຊາຊົນລາວ ເຄື່ອນໄຫວວຽກງານ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ
ເວລາອອກຂ່າວ: 2026-08-14 11:47:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 785 | ຄວາມນິຍົມ:



ວັນທີ 12 ສິງຫາ 2026 ນີ້, ຄະນະຮັບຜິດຊອບກວດກາສູນສົ່ງຕໍ່ 1KW ວິທະຍຸ FM 99,7 MHz ກອງທັບປະຊາຊົນລາວ ເຊິ່ງນໍາໂດຍ ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງກອງທັບ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ແລະ ກວດກາສູນສົ່ງຕໍ່ ວິທະຍຸ FM 99,7 MHz ກອງທັບປະຊາຊົນລາວ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ ໂດຍໃຫ້ກຽດຕ້ອນຮັບ ຂອງສະຫາຍ ພັນເອກ ສຸສະໝອນ ສີພັນດອນ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ, ມີຄະນະຫ້ອງການເມືອງ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດດັ່ງກ່າວ, ໄດ້ຮັບການລາຍງານ ຈາກບັນດາຄະນະຊີ້ນໍາ ແລະ ວິຊາການຮັບຜິດຊອບສູນສົ່ງ ໂດຍສະເພາະແມ່ນສະພາບເຕັກນິກເຄື່ອງສູນສົ່ງບາງຈໍານວນທີ່ມີການສໍາລຸດ ແລະ ເສື່ອມຄຸນນະພາບຈາກການໃຊ້ງານດົນ. ຈາກນັ້ນ, ຄະນະວິຊາການໄດ້ເຂົ້າກວດກາສູນສົ່ງຕໍ່ວິທະຍຸ FM 99,7 MHz ກອງທັບປະຊາຊົນລາວ ປະຈໍາແຂວງສະຫວັນນະເຂດ ຈໍານວນ 3 ຈຸດຄື: ຈຸດສູນສົ່ງສໍານັກງານກອງບັນຊາການ, ຈຸດສູນສົ່ງເມືອງໄຊພູທອງ ແລະ ຈຸດສູນສົ່ງເຊບັງນວນ ເພື່ອເກັບກໍາອຸປະກອນເຄື່ອງທີ່ຖືກສໍາລຸດ. ພ້ອມນັ້ນ, ໄດ້ມີຄຳເຫັນຊີ້ນຳ ແລະ ປຶກສາຫາລືຂຶ້ນແຜນປັບປຸງບູລະນະຂອບເຂດສູນສົ່ງ ເປັນຕົ້ນແມ່ນ ຫ້ອງການສູນສົ່ງທີ່ຖືກຜົນກະທົບຈາກໄພທໍາມະຊາດ ໃນໄລຍະຜ່ານມາ. ທັງນີ້, ເພື່ອຮັບປະກັນໃຫ້ລະບົບການກະຈາຍສຽງ ຂອງວິທະຍຸ FM 99,7 MHz ກອງທັບປະຊາຊົນລາວ ມີຄວາມສະຖຽນລະພາບ, ສຽງຊັດເຈນ, ຄອບຄຸມເນື້ອທີ່ກວ້າງຂວາງ ແລະ ຮັບຮອງການໂຄສະນາເຜີຍແຜ່ແນວທາງນະໂຍບາຍ ຂອງພັກ-ລັດ, ຂ່າວສານກອງທັບ ໄປສູ່ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ແລະ ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ, ເຮັດໃຫ້ການປະສານງານ ແລະ ແລກບົດຮຽນ ໃນການເຮັດວຽກງານຮ່ວມກັບພະນັກງານປະຈໍາສູນ, ໂດຍສະເພາະແນະນໍາເຕັກນິກການນໍາໃຊ້, ການເບິ່ງແຍງຮັກສາປະຈໍາວັນໃຫ້ໄດ້ຮັບຜົນດີ. ໂດຍ: ຄໍາໃສ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ