ກອງພັນໃຫຍ່ 402 ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ
ເວລາອອກຂ່າວ: 2026-08-14 11:49:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 777 | ຄວາມນິຍົມ: ![]()
ວັນທີ 12 ສິງຫາ 2026 ນີ້, ກອງພັນໃຫຍ່ 402 ກອງພົນທີ 2 ໄດ້ເຜີຍແຜ່ເຊື່ອມຊຶມກົດລະບຽບ ຂອງກອງທັບປະຊາຊົນລາວ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ດາວວອນ ສຸກປະເສີດ ຫົວໜ້າການທະຫານ ກອງພັນໃຫຍ່ 402, ມີຄະນະພັກ-ຄະນະບັນຊາ ພະແນກການ, ຂະແໜງການ, ກອງພັນ 207, ກອງຮ້ອຍເອກະລາດ, ໂຮງໝໍນ້ອຍ 20 ຕຽງ, ໝວດ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ດາວວອນ ສຸກປະເສີດ ໄດ້ ຜ່ານຂໍ້ຕົກລົງ ວ່າດ້ວຍການນຳໃຊ້ ເອກະສານກົດລະບຽບ ຂອງກອງທັບປະຊາຊົນລາວ ແລະ ເຜີຍແຜ່ເອກະສານ ເຊິ່ງປະກອບມີ XVI ພາກ, 56 ໝວດ, 299 ມາດຕາ. ຈຸດປະສົງ ເພື່ອເຮັດໃຫ້ນາຍ ແລະ ພົນທະຫານ ໃນທົ່ວອົງການກອງພັນໃຫຍ່ 402 ໄດ້ຮັບຮູ້, ເຂົ້າໃຈ ຕໍ່ກັບບັນດາ ຂໍ້ກຳນົດ, ກົດລະບຽບ, ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ການປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງໃຫ້ແກ່ກອງທັບ, ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງຕາມລະບຽບ ກອງທັບປະຊາຊົນລາວຢ່າງເຂັ້ມງວດ, ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກອງທັບປະຊາຊົນລາວ ໃຫ້ໜັກແໜ້ນ ເຂັ້ມແຂງ ເປັນກອງທັບປະຕິວັດ ທີ່ມີແບບແຜນທັນສະໄໝ ສາມາດເຮັດສຳເລັດໜ້າທີ່ ທີ່ຂັ້ນເທິງມອບໝາຍໃຫ້ ຢ່າງມີປະສິດທິພາບສູງຂຶ້ນ, ເຊິ່ງກົດລະບຽບສະບັບນີ້ ແມ່ນຄໍາສັ່ງອັນເດັດຂາດ ຂອງຜູ້ບັນຊາສູງສຸດ, ແມ່ນກົດບັງຄັບໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວທຸກສະຫາຍ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ, ຮັບປະກັນໃຫ້ປະເທດຊາດ ກໍຄືຂອບເຂດກົມກອງຮັບຜິດຊອບໃຫ້ມີຄວາມສະຫງົບ ປອດໄພໂດຍພື້ນຖານ.
ໂດຍ: ໂພຄຳ ພອນປະເສີດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















