ຄະນະກອງບັນນາທິການໜັງສືພິມກອງທັບ ເຂົ້າອວຍພອນ ຄະນະບັນນາທິການໜັງສືພິມປະຊາຊົນ
ເວລາອອກຂ່າວ: 2026-08-14 11:54:11 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 225 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2026 ນີ້, ຄະນະກອງບັນນາທິການ ໜັງສືພິມກອງທັບ ນຳໂດຍ ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າກອງບັນນາທິການ ໜັງສືພິມກອງທັບ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະບັນນາທິການ ໜັງສືພິມປະຊາຊົນ ເນື່ອງໃນໂອກາດ ວັນພິມຈຳໜ່າຍ ແລະ ວັນສ້າງຕັ້ງໜັງສືພິມປະຊາຊົນ ຄົບຮອບ 76 ປີ (13 ສິງຫາ 1950-13 ສິງຫາ 2026), ໂດຍການຕ້ອນຮັບ ຂອງທ່ານ ສີວັນ ຫອມໄຊຍະເດດ ຮັກສາການ ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນ ພ້ອມດ້ວຍຄະນະ.
ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ໄດ້ກ່າວອວຍພອນໄຊອັນປະເສີດ ເຖິງຄະນະບັນນາທິການ, ນັກຂ່າວ ແລະ ພະນັກງານ-ລັດຖະກອນ ຂອງໜັງສືພິມປະຊາຊົນ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນນຳເລັດໃນໜ້າທີ່ວຽກງານ. ພ້ອມທັງ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ທີ່ໜັງສືພິມປະຊາຊົນ ໄດ້ເຮັດຮ່ວມກັບສັງຄົມ ໃນການເປັນກະບອກສຽງທີ່ສຳຄັນ, ສະໜອງຂ່າວສານທີ່ຖືກຕ້ອງ ແລະ ວ່ອງໄວ ໃຫ້ແກ່ປະຊາຊົນ ຕະຫຼອດມາໄລຍະຜ່ານມາ. ພ້ອມທັງ ຍົກໃຫ້ເຫັນເຖິງຄວາມສຳຄັນການຮ່ວມມື, ການປະສານສົມທົບ ແລະ ການແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ລະຫວ່າງ ໜັງສືພິມກອງທັບ ແລະ ໜັງສືພິມປະຊາຊົນ.
ໂອກາດນີ້, ທ່ານ ສີວັນ ຫອມໄຊຍະເດດ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງ ຕໍ່ຄະນະກອງບັນນາທິການ ໜັງສືພິມກອງທັບ ທີ່ໄດ້ໃຫ້ຄວາມສຳຄັນ, ຄວາມເອົາໃຈໃສ່ໃນວັນທີ່ມີຄວາມໝາຍ, ຄວາມສຳຄັນນີ້ ພ້ອມທັງ, ຢືນຢັນວ່າຈະສືບຕໍ່ເສີມສ້າງການພົວພັນຮ່ວມມື, ເພີ່ມທະວີຄວາມສາມັກຄີຮັກແພງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃຫ້ແໜ້ນແຟ້ນຍິ່ງໆ ຂຶ້ນ.
ໂດຍ: ໄຊສະຫວາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















