ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ
ເວລາອອກຂ່າວ: 2026-08-14 15:24:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 813 | ຄວາມນິຍົມ:



ພິທີ ມອບ-ຮັບ ໜ້າທີ່ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່ ໄດ້ຈັດຂຶ້ນໃນວັນທີ 13 ສິງຫາ 2026 ນີ້, ໂດຍເປັນປະທານ ຂອງສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາ ກອງບັນຊາການ, ຫ້ອງ, ພະແນກ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ ສະຫາຍ ພັນເອກ ສົມຈັນ ລອດສຸລີ ຫົວໜ້າຫ້ອງການເມືອງ ຜູ້ເກົ່າ ໄດ້ລາຍງານຫຍໍ້ ໃນການປະຕິບັດໜ້າທີ່ ກໍ່ສ້າງຫ້ອງການເມືອງ ໃຫ້ກາຍເປັນປ້ອມໝັ້ນທາງດ້ານແນວຄິດ, ເປັນກະບອກສຽງອັນແຫຼມຄົມ ແລະ ເປັນເສົາຄ້ຳທີ່ໜັກແໜ້ນ ໃຫ້ແກ່ອົງຄະນະພັກກອງບັນຊາການທະຫານແຂວງຜົ້ງສາລີ ຕະຫຼອດໄລຍະທີ່ຜ່ານມາ. ພ້ອມທັງ ເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ ໃຫ້ສະຫາຍ ພັນໂທ ບຸນເພັງ ແສງສຸລີ ຮັກສາການ ຫົວໜ້າຫ້ອງການເມືອງ ຜູ້ໃໝ່ ຢ່າງເປັນທາງການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ຂອງຫົວໜ້າຫ້ອງການເມືອງ ຜູ້ເກົ່າ ທີ່ເຮັດສຳເລັດໜ້າທີ່ຕະຫຼອດໄລຍະທີ່ຜ່ານມາ ແລະ ເນັ້ນໜັກໃຫ້ ສະຫາຍ ຫົວໜ້າຫ້ອງການເມືອງ ຜູ້ໃໝ່ ຈົ່ງຍົກສູງບົດບາດການນຳພາ, ເພີ່ມທະວີຄວາມສາມັກຄີພາຍໃນ, ຕັ້ງໜ້າຜັນຂະຫຍາຍວຽກງານການເມືອງ-ແນວຄິດ ໃຫ້ເຂົ້າສູ່ລວງເລິກ ເຮັດຫ້ອງການເມືອງ ເປັນສູນຮ່ວມແຫ່ງຄວາມສາມັກຄີ, ເປັນຄັນທຸງແຫ່ງຄຸນສົມບັດສິນທຳປະຕິວັດ ແລະ ເປັນເສົາຄ້ຳທາງດ້ານຈິດໃຈ ທີ່ໄວ້ໃຈໄດ້ ຂອງກົມກອງ ທີ່ຈະພ້ອມກັນສືບຕໍ່ປະຕິບັດໜ້າທີ່ການເມືອງອັນໃຫຍ່ຫຼວງ ໃຫ້ມີຜົນສໍາເລັດ ແລະ ພັດທະນາຕະຫຼອດໄປ. ໂດຍ: ນາງ ສຸນາລີ ອຸ່ນວີໄຊ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ