ກອງພັນໃຫຍ່ 645 ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກ ແໜ້ນ ປະຈຳປີ 2025
ເວລາອອກຂ່າວ: 2026-08-14 15:30:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 224 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2026 ນີ້, ກອງພັນໃຫຍ່ 645 ໄດ້ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນໂທ ສຸບິນ ດວງໂສພາ ເລຂາຄະນະພັກ, ຫົວໜ້າການເມືອງ ກອງພັນໃຫຍ່ 645, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮວ່ມ.
ສະຫາຍ ພັັນໂທ ທອງຄຳ ໄຊວົງສາ ກຳມະການຄະນະປະຈຳພັກ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 645 ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນໄລຍະ 1 ປີຜ່ານມາ, ຍົກໃຫ້ເຫັນຜົນງານດ້ານດີ, ຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ ໃນການປັບປຸງກໍ່ສ້າງພັກ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ ຕາມ 3 ທິດນໍາ 5 ຫຼັກການ ຂອງພັກ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວ ຄິດເປັນກົກ, ເຊື່ອມຊຶມກໍາແໜ້ນຕໍ່ແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ, ຂໍ້ກໍານົດ, ກົດລະບຽບຂອງພັກ, ຂອງລັດ ແລະ ຂອງກອງທັບ ເຮັດໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບ ມີຄວາມຮັບຮູ້ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ, ມີຄຸນ ທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ. ໃນ 1 ປີຜ່ານມາ ສາມາດຂະຫຍາຍມະຫາຊົນເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວໄດ້ 35 ສະຫາຍ, ຍິງ 9 ສະຫາຍ, ເລື່ອນສຳຮອງຂຶ້ນເປັນສະມາຊິກພັກສົມບູນ 35 ສະຫາຍ, ຍິງ 9 ສະຫາຍ ແລະ ຜ່ານການດໍາເນີນການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ສາມາດຄັດເລືອກໄດ້ ສະມາຊິກພັກປະເພດແຂງ 519 ສະຫາຍ ເທົ່າກັບ 85,50%, ກາງ 37 ສະຫາຍ ເທົ່າກັບ 6,09%. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ຜັດປ່ຽນກັນຂຶ້ນປະກອບຄຳຄິດຄຳເຫັນໃສ່ບົດສະຫຼຸບ ແລະ ທິດທາງແຜນການ ຢ່າງກົງໄປກົງມາ.
ໃນກອງປະຊຸມ ຍັງໄດ້ຜ່ານມະຕິຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2025 ໃຫ້ບັນດາໜ່ວຍພັກ ທົ່ວກອງພັນໃຫຍ່ 645 ຈໍານວນ 12 ໜ່ວຍພັກ ແລະ ຜ່ານເນື້ອໃນຂໍ້ແຂ່ງຂັນຂະບວນການກໍ່ສ້າງ ໜ່ວຍພັກ, ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ຕື່ມອີກ.
ໂດຍ: ຈັນສະໝອນ ເທບອະໄພວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















