ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ກອງບັນຊາການທະຫານແຂວງບໍ່ແກ້ວ ປາຖະກະຖາວັນສ້າງຕັ້ງຂະແໜງການ ພະລາທິການກອງທັບ ຄົບຮອບ 70 ປີ
ເວລາອອກຂ່າວ: 2026-08-14 15:44:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 782 | ຄວາມນິຍົມ:



ວັນທີ 14 ສິງຫາ 2026 ນີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ປາຖະກາະຖາວັນສ້າງຕັ້ງຂະແໜງການ ພະລາທິການກອງທັບ ຄົບຮອບ 70 ປີ, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ອຳພັນ ໄຊຍາສຸບັດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ, ມີຄະນະພັກ-ຄະນະບັນຊາ, ຄະນະຫ້ອງ, ແຂກຖືກເຊີນ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ສູນທອນ ເຈຕີໂລ ຫົວໜ້າຫ້ອງພະລາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການຕໍ່ສູ້ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕະຫລອດໄລຍະ 70 ປີ ຂອງວຽກງານພະລາທິການ ທັງເປັນການລໍ້າລຶກເຖິງຜົນງານ, ຄຸນງາມ ຄວາມດີ ຂອງພະນັກງານ-ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ, ຜູ້ທີ່ເສຍສະຫຼະເລືອດເນື້ອ ເພື່ອພາລະກິດປົດປ່ອຍຊາດ ແລກເອົາອິດສະລະພາບເຂົ້າມາໃນກຳມື ກໍຄືກັບຄວາມຢູ່ເຢັນເປັນສຸກຂອງຜືນແຜ່ນດິນລາວ. ດັ່ງນັ້ນ, ເພື່ອສືບຕໍ່ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າ ຂອງຕົນ ຂະແໜງພະລາທິການ ພວກເຮົາຕ້ອງສືບຕໍ່ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບ ພະລາທິການທຸກຂັ້ນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຈົ່ງຮັກພັກດີຕໍ່ຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນຢ່າງເດັດດ່ຽວ, ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ກໍານົດກົດລະບຽບຂອງກອງທັບ ຢ່າງເຂັ້ມງວດ, ຍູ້ແຮງຂະບວນການເພີ່ມພູນຜະລິດຜົນຕາມທິດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ເປັນຂະບວນການກວ້າງຂວາງ ແລະ ຟົດຟື້ນ, ຫັນເອົາການຜະລິດກະສິກຳ ແລະ ບໍລິການເຂົ້າສູ່ລວງເລິກ, ນໍາໃຊ້ເຕັກນິກວິທະຍາສາດ ເພື່ອຍົກລະດັບສະມັດຕະພາບການຜະລິດ, ຮັບປະກັນສະບຽງອາຫານ ແລະ ປັບປຸງຊິວິດການເປັນຢູ່ ຂອງພະນັກງານ-ນັກຮົບ ໃຫ້ໄດ້ຍົກລະດັບຂຶ້ນຢ່າງບໍ່ຢຸດຢັ້ງ, ເພີ່ມທະວີການຄຸ້ມຄອງທັບ ດ້ວຍລະບຽບກົດໝາຍ ແລະ ຫັນເປັນທັນສະໄໝ, ຍົກສູງສະຕິລະວັງຕົວ ແລະ ຄວາມຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາວັດຖຸເຕັກນິກຊັບສິນ ແລະ ງົບປະມານຂອງລັດ ໃຫ້ມີປະສິດທິຜົນ, ປະຕິບັດລະບອບມັດທະຍັດ, ຕ້ານການຟູມເຟືອຍ ແລະ ຕ້ານປະກົດການຫຍໍ້ທໍ້ຕ່າງໆ ພາຍໃນກົມກອງຢ່າງເດັດຂາດ, ສືບຕໍ່ກໍ່ສ້າງ ແລະ ປັບປຸງກົງຈັກການຈັດຕັ້ງພະລາທິການ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ, ເຂັ້ມແຂງ, ເອົາໃຈໃສ່ບໍາລຸງພະນັກງານວິຊາສະເພາະ ໃຫ້ມີຄວາມຮູ້ ຄວາມສາມາດ, ທັນສະໄໝ, ຕອບສະໜອງກັບຄວາມຮຽກຮອງຕ້ອງການ ຂອງໜ້າທີ່ວຽກງານໃນໄລຍະໃໝ່ໃຫ້ດີຂຶ້ນເປັນກ້າວໆ. ໂດຍ: ນີ່ ທຳມະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ