ມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວພະນັກງານ ທີ່ໄດ້ຮັບຜົນກະທົບ ຈາກໄພພິບັດນໍ້າຖ້ວມ
ເວລາອອກຂ່າວ: 2026-08-14 15:52:25 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 816 | ຄວາມນິຍົມ: ![]()
ວັນທີ 13 ສິງຫາ 2026 ນີ້, ຄະນະນຳກອງບັນຊາການທະຫານແຂວງຫຼວງນ້ຳທາ ນຳໂດຍ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໝ້າການເມືອງ ກອງບັນຊາການທະຫານແຂວງຫຼວງນ້ຳທາ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອ ໃຫ້ຄອບຄົວພະນັກງານ ຢູ່ບ້ານນ້ຳດີ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ທີ່ໄດ້ຮັບຜົນກະທົບໜັກຈາກໄພພິບັດນໍ້າຖ້ວມ ໃນຄັ້ງວັນທີ 11 ສິງຫາ 2026 ຜ່ານມາ.
ສຳລັບເຄື່ອງທີ່ນໍາມາມອບ ໃນຄັ້ງນີ້ປະກອບມີ: ເຄື່ອງນຸ່ງຫົ່ມ, ຜ້າຫົ່ມ, ຜ້າເຊັດ, ໝໍ້ຫຸງເຂົ້າ, ອາຫານແຫ້ງ ແລະ ເຄື່ອງໃຊ້ຈໍາເປັນອື່ນໆ ອີກຈໍານວນໜຶ່ງ.
ໂດຍ : ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















