ປະກາດການແຕ່ງຕັ້ງ ຂັ້ນພະແນກການ ທີ່ຂຶ້ນກັບບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟວຽງຈັນ
ເວລາອອກຂ່າວ: 2026-08-14 15:56:23 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 804 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງ ຂັ້ນພະແນກການ ທີ່ຂຶ້ນກັບບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟ ວຽງຈັນ ໄດ້ຈັດຂຶ້ນໃນວັນທີ 14 ສິງຫາ 2026 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຕີເບດ ສີແພງຄູນ ຫົວໜ້າຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ, ມີຄະນະພັກ-ຄະນະອໍານວຍການ, ພະແນກການ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນໂທ ວົງຈັນ ອິນວົງສານ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກການ ທີ່ຂຶ້ນກັບບໍລິສັດ ລັດວິສາຫະກິດ ນໍ້າມັນເຊື້ອໄຟ ວຽງຈັນ ໃນນີ້, ໄດ້ແຕ່ງຕັ້ງ ສະຫາຍ ພັນຕີ ນາງ ໄອ່ຄໍາ ແສນຈົງຮັກ ເປັນຮອງຫົວໜ້າພະແນກການເງິນ-ການບັນຊີ, ສະຫາຍ ຮ້ອຍເອກ ຊີວານັດ ສີວິໄຊ ເປັນຮອງຫົວໜ້າພະແນກແຜນການ-ການຕະຫຼາດ ແລະ ສະຫາຍ ຮ້ອຍເອກ ພຸດທະຈັນ ແສງພະຈັນ ເປັນຮອງຫົວໜ້າພະແນກນໍ້າມັນເຊື້ອໄຟ.
ໂດຍ: ຄໍາປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















