ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 10 ກັນຍາ 2026

  

ອະນຸກຳມະການກວດກາຂະບວນການ ກອງພົນທີ 5 ເຄື່ອນໄຫວກວດກາການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ກອງພັນໃຫຍ່ 502
ເວລາອອກຂ່າວ: 2026-08-14 16:10:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 216 | ຄວາມນິຍົມ:



ໃນລະຫວ່າງວັນທີ 13-14 ສິງຫາ 2026 ນີ້, ອະນຸກຳມະການກວດກາຂະບວນການ ກອງພົນທີ 5 ໄດ້ລົງກວດກາການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ຢູ່ກອງພັນ 11, ກອງພັນ 12, ກອງພັນ 18 ແລະ ບັນດາກອງຮ້ອຍຂຶ້ນກັບ ກອງພັນໃຫຍ່ 502. ການລົງກວດກາຄັ້ງນີ້, ຄະນະກວດກາ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບຜົນການຈັດຕັ້ງປະຕິບັດວຽກງານກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄຽງຄູ່ກັບການສ້າງ ກອງ 3 ປອດ. ໃນນັ້ນ, ໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ທີ່ຈະຕ້ອງສຸມໃສ່ປັບປຸງແກ້ໄຂ ໃນຕໍ່ໜ້າ ໂດຍສະເພາະແມ່ນການເສີມຂະຫຍາຍສິດ, ໜ້າທີ່ ແລະ ພາລະບົດບາດ ຂອງເລຂາ ແລະ ຮອງເລຂາໜ່ວຍພັກ ໃນການກໍ່ສ້າງພັກ-ກໍ່ສ້າງພະນັກງານ ພ້ອມທັງ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ໃຫ້ມີປະສິດທິຜົນ. ຈາກນັ້ນ, ຄະນະກວດກາ ໄດ້ລົງກວດກາຕົວຈິງ ຜ່ານການກວດກາ ເຫັນໄດ້ວ່າການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຢູ່ບັນດາກົມກອງທີ່ຂຶ້ນກັບກອງພັນໃຫຍ່ 502 ມີການປ່ຽນແປງ ແລະ ກ້າວໜ້າດີຂຶ້ນໃນຫຼາຍດ້ານ. ພ້ອມນີ້, ຄະນະກວດກາ ຍັງໄດ້ໃຫ້ຄຳເຫັນ, ອະທິບາຍ ແລະ ຊີ້ແຈງເຖິງສາເຫດ ຂອງຂໍ້ຄົງຄ້າງ ພ້ອມທັງ ແນະນຳທິດທາງແກ້ໄຂຢ່າງເໝາະສົມ ເພື່ອສ້າງໃຫ້ບັນດາໜ່ວຍພັກ ເປັນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ສາມາດບັນລຸຄາດໝາຍການສ້າງ ກອງ 3 ປອດ ຢ່າງມີປະສິດທິພາບ. ໂດຍ: ໄຊຍະຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ